ຈ.ມ ຈາກຜູ້ຟັງ 12/18/21
2021.12.18

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ 9 ປີແລ້ວ ທີ່ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ແຕ່ການສືບສູນ ບໍ່ມີຫຍັງຄືບໜ້າ, ນັກລົງທືນຈີນ ຈະພັທນາສວນອຸທິຍານ ບໍ່ນໍ້າຮ້ອນ ປຸ່ງເລາະ, ເຈົ້າໜ້າທີ່ ປກສ ເມືອງຈອມເພັດ ຈັບຊາວບ້ານ 4 ຄົນ ທີ່ລັກຖອດເຫຼັກ ແລະນ໊ອດ ຈາກ ແລວທາງຣົຖໄຟ ແລະ ຂ່າວອື່ນ.
ຄວາມເຫັນບາງຕອນ:
ກ່ຽວກັບຂ່າວ “9 ປີແລ້ວ ທີ່ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ແຕ່ການສືບສູນ ບໍ່ມີຫຍັງຄືບໜ້າ”
“ເປັນຕາອີຕົນ ເພີ່ນເນາະ ເຄີຍເຫັນເພີ່ນ ໄປສ້າງວັດວາ ສ້າງໂຄງການຊ່ວຍເຫຼືອປະຊາຊົນເຂດນອກໆ ໃດ້ມີນ້ຳບາດານໃຊ້ ໃດ້ສັດລ້ຽງ ຈາກລາວ ແລະ ອື່ນໆ...ບໍ່ຄິດວ່າ ຄວາມດີທີ່ເພິ່ນສ້າງມາ ຈະມາຈົບແບບນີ້. ເພີ່ນພຽງແຄແຕ່ ມີຄວາມຄິດເຫັນໃນກອງປະຊຸມ ເພື່ອໃຫ້ມີການພັດທະນາ ແລະ ກວດສອບ ໃດ້ຢ່າງໂປ່ງໃສ ພັດຖືກລັກພາໂຕ ແລ້ວຫາຍສາບສູນຊໍ້າ. ຂໍສະແດງຄວາມເສຍໃຈ ນຳທ່ານດ້ວຍ ຂໍໃຫ້ເພິ່ນໄປສູ່ພົບພູມທີ່ດີ (ກຳໃຜສ້າງກັບເພິ່ນໄວ້ ຄິດວ່າ ໜ້າຈະໃດ້ຮັບກຳບໍ່ໄວກໍ່ຊ້າ).”
.…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)