ຈ.ມ ຈາກຜູ້ຟັງ 12/11/21

ໄມ​ຊູ​ລີ
2021.12.11
ຈ.ມ ຈາກຜູ້ຟັງ 12/11/21 ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ປະຊຸມ ສຳເຣັດ ແຕ່ບັນຫາ ຍາກແກ້ໄຂໄດ້ ສຳເຣັດ, ສິນຄ້າຈີນ ສ້າງຄວາມກັງວົນໃຈ ໃຫ້ທຸຣະກິຈລາວ, ຄົນງານ ສວນໝາກໂມຈີນ ຖິ້ມສິ່ງເສດເຫຼືອ ໃສ່ຫ້ວຍນ້ຳຊາວບ້ານ, ຜູ້ໃຊ້ບໍຣິການຣົຖໄຟ ລາວຈີນ ບາງຄົນ ເຫັນວ່າ ຍັງສັບສົນ ແລະ ຂ່າວອື່ນ.

ຄວາມເຫັນບາງຕອນ:

ກ່ຽວກັບຂ່າວ “ຄົນງານສວນໝາກໂມຈີນ ໃນບ້ານໜອງປະຈິດ, ເມືອງບໍ່ແຕນ ແຂວງໄຊຍະບູຣີ ຖິ້ມສິ່ງເສດເຫຼືອ ລົງໃສ່ຫ້ວຍນ້ຳ ເຮັດໃຫ້ນ້ຳໃນຫ້ວຍ ປົນເປື້ອນ ແລະ ຕັນ ຊາວບ້ານ ຢາກໃຫ້ອຳນາດ ການປົກຄອງບ້ານ ຊ່ອຍແກ້ໄຂ.”

ຖ້າເປັນດັ່ງທີ່ ຂຽນຂ່າວ ນັ້ນສະແດງວ່າ ບໍລິສັດຈີນ ຂາດຄວາມເອົາໃຈໃສ່ ຕ່ໍລະບົບນິເວດ ແລະ ການເປັນຢູ່ ດຳລົງຊີບ ຂອງປະຊາຊົນ ສ້າງມົນລະພິດ ທາງອາກາດ ເຊັ່ນກິ່ນເຫນົ່າເໝັນ ບໍ່ມີທີ່ບຳບັດ ຂອງເຫນົ່າເສຍ ຈາກການດຳເນີນງານ, ສ່ວນຫນ່ວຍງານ ທີ່ກຽ່ວຂ້ອງ ທີ່ຮັບຜິດຊອບເບິ່ງແຍງ ໃນເຂດນັ້ນ ຖືວ່າ ຖືເບົາຕ່ໍຫນ້າທີ່ ຂາດການກວດສອບ ແລະ ລົງພື້ນທີ່ ເກັບກຳຂໍ້ມູນ ທາງເມືອງ ຄວນຮັບພິຈາລະນາ ແລະຮັບຟັງຈາກປະຊາຊົນ.”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.