ການຊ່ອຍເຫຼືອ ຄົນງານຖືກບັງຄັບ ອອກຈາກ ສາມຫຼ່ຽມຄຳ
2022.11.12
ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ການຊ່ອຍເຫຼືອ ຄົນງານທີ່ຖືກບັງໃຊ້ແຮງງານ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ, ຣັຖບານໄທຍ ບໍ່ຄວນເລັ່ງ ໃຫ້ເຮັດສັນຍາ ຊື້-ຂາຍ ໄຟຟ້າ ກັບຜູ້ພັດທະນາໂຄງການ ແລະ ປັ້ມນໍ້າມັນ ເຊື້ອເພີງ ບາງແຫ່ງ ແລະ ພໍ່ຄ້າແມ່ຄ້າ ຫຼາຍຄົນ ຢູ່ເມືອງແກ່ນທ້າວ ຢາກໄດ້ ແຕ່ເງິນບາທ ໃນການຊື້-ຂາຍ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບ ຂ່າວ “ການຊ່ອຍເຫຼືອ ຄົນງານທີ່ຖືກບັງໃຊ້ແຮງງານ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ”
“ເຈົ້າໜ້າທີ່ ແພງມັນໄວ້ ເຮັດຫຍັງ ຫົວເວີຍ ມາເຟຍ ມືໂປຣ ມາລົງມາ ຊື້ແຜ່ນດິນ ລາວ 99 ປີ, ຢູ່ຕອນເໜືອ ຂອງປະເທດລາວ ເປັນເມືອງການພະນັນ, ຄົນທີ່ໄປເຮັດວຽກ ບໍ່ວ່າ ຄົນລາວ ຫຼື ຄົນຕ່າງຊາດ ຖືກບັງຄັບ ໃຫ້ເຮັດວຽກ ຄືກັບຂ້າທາດ ເຂົ້າບໍ່ໃຫ້ກິນ ແລະ ບໍ່ໃຫ້ນອນ. ຖ້າຜູ້ໃດ ເຮັດວຽກບໍ່ເຖິງເປົ້າ ຈະຖືກຕີ ກັກຂັງ ຢູ່ໃນຫ້ອງມືດ ຫລື ຖ້າຜູ້ໃດ ຄັດຂືນຄຳສັ່ງ ແລະ ຮູ້ຄວາມລັບ ດ້ານມຶດ ຂອງມັນ ຜູ້ນັ້ນ ກໍຈະຖືກຂ້າຖີ້ມ ໂຍນລົງແມ່ນ້ຳຂອງ ທີ່ພວກເຮົາ ເຄີຍເຫັນ ມີຊາກສົບ ໄຫຼລົງມາ ຕາມແມ່ນ້ຳຂອງ.”
“ເລື່ອງນີ້ ຕ້ອງໂທດ ພາກລັດ ທີ່ປ່ອຍປະລະເລີຍ ປ່ອຍໃຫ້ຈີນ ເຂົ້າມາ ມີອິດທິພົນ ກົດຂີ່ ຄົນໃນປະເທດລາວ ຫລາຍຄົນ ໄປເຮັດວຽກ ຢູ່ 3 ຫຽ່ມຄຳ ກໍປານຕົກນາລົກ ທັງເປັນ, ອີກສ່ວນ 1 ກໍ່ ຫາຍສາບສູນ.”
“ຢູ່ໃນພາກພື້ນເອເຊັຍປາຊີຟີກ ທຸກງປະເທດ ຮູ້ແລ້ວວ່າ ຢູ່ເຂດສາມຫລ່ຽມຄຳ ຊື່ງເປັນເຂດ ທີ່ຣັຖບານລາວ ຮັບຜີດຊອບ ມີການຄ້າມະນຸດ, ຂຸດຮີດແຮງງານ, ບັນຫານີ້ ເຈົ້າໜ້າທີ່ ຜູ້ຮັບຜີດຊອບ ບໍ່ຄວນປະປອ່ຍ ຕ້ອງດຳເນີນການ ຕາມກົດໝາຍ.”
“ເວົ້າເລື່ອງ ການຄ້າມະນຸດ ກໍເປັນເຣື້ອງ ທີ່ຫນ້າຢ້ານຫລາຍ ເພາະ ເຂົາຈັບຄົນ ມາເຮັດເປັນທາດ ສຳຫລັບເຮົາ ຜູ້ທີ່ຍັງຢາກສ້າງໂຕ ທີ່ເຊື່ອເຂົາຫັ້ນ ກໍຄືສິລຳບາກ.”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!