ຈ.ມ ຈາກຜູ້ຟັງ 10/23/21
2021.10.24

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ທາງການລາວເຕືອນ ປະຊາຊົນທີ່ ຢູ່ໃຕ້ເຂື່ອນ ໃຫ້ກຽມພ້ອມ ຮັບມືນ້ຳຂຶ້ນ ຫຼັງຈາກ ໄດ້ປ່ອຍນ້ຳໃນເຂື່ອນ, ທາງການລາວແຈ້ງໃຫ້ ຜູ້ຄອບຄອງຣົດຫລູ ທີ່ນຳເຂົ້າ ໂດຍຜິດກົດໝາຍ ນຳຣົດຂອງຕົນໄປຂຶ້ນທະບຽນ, ຣົດໄຟລາວ-ຈີນຂບວນທຳອິດ ເຖີງປະເທດລາວແລ້ວ ແລະ ຂ່າວອື່ນໆ…..
ຄວາມເຫັນບາງຕອນ:
“ໃນສະໄໝພໍ່ແມ່ເຮົາ ຄື ບໍ່ໄດ້ຍິນວ່າ ຕ້ອງໄດ້ຍ້າຍໄປ ຢູ່ບ່ອນສູງ ຄືບໍ່ໄດ້ຍ້າຍ ງົວຄວາຍ ໄປໄວ້ບ່ອນສູງ ຄືບໍ່ໄດ້ ຊິສູນເສຍ ເຄື່ອງຂອງຫຍັງຫລາຍ ຄືບໍ່ເຫັນນ້ຳຊິຖ້ວມເລື້ອຍ ເທົ່າຊູ່ມື້ນີ້. ມາເບິ່ງຄັກໆແລ້ວ ເປັນຍ້ອນການສ້າງເຂື່ອນ ເປັນຍ້ອນການຄຕັດໄມ້ ເປັນຍ້ອນການພັດທະນາ ທີ່ບໍ່ແມ່ນແຜນການ ພາຍໃຕ້ການນຳພາ ຂອງພັກ ຂອງ ເລຂາພັກ. ການສ້າງເຂື່ອນ ກໍໍ່ເວົ້າວ່າ ຈະເປັນການຈັດການນ້ຳ ໃນ ເວລາແຫ້ງແລ້ງ ເຂື່ອນຈະປ່ອຍນ້ຳ ແລະໃນເວລາລະດູຝົນ ຝົນຕົກຫນັກ ເຂື່ອນກໍ ຈະກັກນ້ຳໄວ້ ບໍ່ ໃຫ້ນຳໄຫລໄປຖ້ວມບ້ານເຮືອນ ແລະ ໄຮ່ນາປະຊາຊົນ. ບາດມາເບິ່ງຄັກໆແລ້ວ ມັນພັດກົງກັນຂ້າມ ເອົາທິດສະດີ ມາຕົວະເດັກນ້ອຍ ອົມມື ຕົ່ວນີ້. ບັດເວລາ ແຫ້ງແລ້ງ ເຂື່ອນພັດ ກັກນ້ຳໄວ້ ເວລາຝົນຕົກ ເຂື່ອນພັດ ແຮ່ງປ່ອຍນ້ຳລົງມາ ສົມທົບກັບນ້ຳຝົນ ແຮ່ງເຮັດໃຫ້ນ້ຳຖ້ວມຫລາຍ. ປະຊາຊົນ ເປັນຜູ້ເສຍ ແລະ ເສຍຕະຫລອດ ເສຍ ທັງຍາມແລ້ງ ທັງຍາມຝົນ. ການ ຕັດຕົ້ນໄມ້ ກໍ່ແຮ່ງເຮັດໃຫ້ ບໍ່ມີຕົ້ນໄມ້ ອູ້ມນ້ຳໄວ້ ແຮ່ງເຮັດໃຫ້ນ້ຳຖ້ວມ ກະທັນຫັນ. ລັດຖະບານ ກໍ່ ບໍ່ມີວິທີໃດ ຈະແກ້ໄຂ ແລະ ຊ່ອຍເຫລືອປະຊາຊົນເລີຍ. ໄພພິບັດ ແລະຄວາມຫາຍະນະ ທີ່ເກີດຂຶ້ນ ໃນປະເທດລາວ ກໍ ມີແຕ່ ປະຊາຊົນເປັນ ຜູ້ໄດ້ຮັບຄວາມເດືອດຮ້ອນ.”
.....
(ເຊີນຟັງຣາຍລະອຽດ ເພີ່ມຕື່ມ ຈາກສຽງ ທີ່ບັນທຶກໄວ້)