ເງິນຢວນຈີນ ຖືກໃຊ້ຫຼາຍ ໃນພາກເໜືອ

ໄມ​ຊູ​ລີ
2022.10.16
ເງິນຢວນຈີນ ຖືກໃຊ້ຫຼາຍ ໃນພາກເໜືອ ຮ້ານຂາຍເຄື່ອງ ຂອງຄົນຈີນ ໃນເຂດເມືອງຄູນ, ແຂວງຫຼວງພຣະບາງ, ເດືອນສິງຫາ 2022.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ອະພັຍໂທສ ໃຫ້ແກ່ນັກໂທສ ທົ່ວປະເທດ, ຕັ້ງຄະນະສະເພາະກິຈ ເພື່ອສືບສວນ ຄະດີຄາຕກັມ ນາງວິພາພອນ, ຣັຖບານລາວ ປ່ຽນໃຈ ໃຫ້ຈີນ ກັບມາຂຸດຄົ້ນ ແຮ່ ທາຕຫາຍາກ ໃນລາວ, ເງິນຢວນຈີນ ເຂົ້າມາ ມີບົດບາດ ໃນລາວ ຫຼາຍຂຶ້ນ ແລະ ຂ່າວອື່ນໆ.

​ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວ​ກັບ ຂ່າວ “ເງິນຢວນຈີນ ເຂົ້າມາ ມີບົດບາດ ໃນ ລາວຫຼາຍຂຶ້ນ”

“ຢ່າໄປ ຍ້ອງເງີນຢວນ ທ່ານຕ້ອງຫາ ມາດຕະການ ແກ້ໄຂໃຫ້ ເງີນກີບ ແຂງຄ່າ ມັນຈື່ງແມ່ນ. ທຸກທຸລະກິດ ເຂົ້າມາ ໃນດີນຂອງລາວ ຕ້ອງໃຊ້ ເງີນກີບທັງໝົດ. ທ່ານ ເຂົ້າໄປຈີນເບິ່ງ, ນັບແຕ່ ບໍ່ເຕນ ບໍ່ຫານ ໄປຫາ ເມືອງຫລາ ຄົນຈີນ ບໍ່ຮູ້ໃຊ້ ເງີນບາດ, ຍູໂຣ, ດອນລາ. ເຮົາເອົາເງິນບາດ, ຍູໂລ ໂດລາ ຊື້ເຄື່ອງ ຄົນຈີນ ບໍ່ເອົາ, ເຂົາແນະນຳ ໃຫ້ໄປປຽ່ນເງິນຈີນ ຢູ່ທະນາຄານ. ສ່ວນບ້ານເຮົາເດ້? ທ່ານ ພ້ອມເຮັດແນວນີ້ ຫຼືຍັງ?”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິ​ທ​ຍຸ ເອ​ເຊັຽ ເສ​ຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມ​ດຽວ​ກັນ​ນັ້ນ​, ພວກ​ເຮົາ ຍັງ​ໄດ້​ຮັກ​ສາ ການສະກົດຄຳສັ​ພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.