ຈ.ມ ຈາກຜູ້ຟັງ 09/11/21

ໄມ​ຊູ​ລີ
2021.09.13
ຈ.ມ ຈາກຜູ້ຟັງ 09/11/21 ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ຢູເນັສໂກ ແນະນຳ ໃຫ້ໂຈະສ້າງເຂື່ອນ ຫຼວງພຣະບາງ, ຊາວບ້ານ 144 ຄອບຄົວ ທີ່ໄດຮັບ ຜົລກະທົບ ຈາກໂຄງການ ຂຍາຍເນື້ອທີ່ ສັມປະທານຂອງໂຮງງານ ໄຟຟ້າຫົງສາ, ການລົງທຶນ ຂອງຈີນ ໃນລາວ ນັບມື້ຫຼາຍຂຶ້ນ ແລະ ຂ່າວອື່ນໆ.

ຕິດ​ຕາມ​ມາ​ດ້ວຍ​ເພງ "ຖິ່ນ​ລາວ" ແຕ່ງ ແລະ ຮ້ອງ​ໂດຍ ທ່ານ ອະ​ນຸ​ສັກ​ດ໌ ທັມ​ມະ​ສົງ​ສາ.

ຄວາ​ມ​ຄຶດ​ຄວາມ​ເຫັນ ບາງ​ຕອນ:
ແຕ່ມາເຖິງປະຈຸບັນນີ້ ພັກລັດພັດ ມາສ້າງເຂື່ອນທີ່ ທຳລາຍ ວິຖີຊີວິດແລະສະພາບແວດລ້ອມ ໂດຍ ເຫັນແຕ່ເງິນເຂົ້າກະເປົ້າ ນັກທຸລະກິດ ທີ່ເປັນ ຍາດພີ່ນ້ອງຂອງເຈົ້າໜ້າທີ່ຂັ້ນສູງ ແລະ ເຈົ້າໜ້າທີ່ ບາງຄົນເທົ່ານັ້ນ. ການໄດ້ຜົນປະໂຫຍດ ແລະ ເງິນເຂົ້າກະເປົ້າໃຫ້ຈຳນວນຄົນ ສ່ວນໜ້ອຍ ໂດຍ ເປັນການເຫັນແກ່ໂຕ ແຕ່ ບໍ່ຄຶດເຖິງ ຊີວິດການເປັນຢູ່ຂອງປະຊາຊົນ ບໍ່ມອງ ເຫັນຜົນກະທົບ ໃນໄລຍະຍາວໄກ ຕໍ່ເມືອງຫລວງພະບາງ ກໍຄື ວັດທະນະທຳອັນດີງາມ ແລະ ທຳມະຊາດອັນສວຍງາມ.

ເຊີນ​ທ່ານ ຟັງ​ຣາ​ຍ​ລະ​ອຽດ ຈາກ​ສຽງ ທີ່​ໄດ້​ບັນ​ທຶກ​ໄວ້ ຂ້າງ​ເທິງ​ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.