ສັມພາດ ສະມາຄົມ ສຽງແຄນລາວ ມິນິໂຊຕ້າ
2021.06.19

ສະມາຄົມສຽງແຄນ ຂອງຊຸມຊົນລາວ ທີ່ຣັຖ Minnesota ສະຫະຣັຖອາເມຣິກາ ຊຶ່ງຖືກສ້າງຕັ້ງຂຶ້ນມາເມື່ອປີ 2017 ມີກິຈກັມ ຫຼາຍ ຢ່າງ ນອກຈາກເຜີຍແຜ່ ວັທນະທໍາ, ຮີດຄອງ ປະເພນີ ອັນດີງາມ ຂອງລາວແລ້ວ ກໍຍັງຊ່ອຍສັງຄົມລາວ ຕ້ານການຣະບາດ ຂອງ ໂຄວິດ-19 ແລະ ຊ່ອຍທາງການສະຫະຣັຖ ໃນການສໍາຣວດພົລເມືອງ.
ໃນການໃຫ້ສັມພາດວິທຍຸເອເຊັຽເສຣີ ວັນທີ 15 ມິຖຸນານີ້ ໃນເບື້ອງຕົ້ນ ຍານາງ ຣົຈນາ ຄລ້າຍສິງ ຜູ້ຮັບຜິດຊອບ ຝ່າຍປະຊາສໍາພັນ ຂອງສະມາຄົມ ກ່າວເຖິງກິຈກັມ ທີ່ທາງສະມາ ຄົມໄດ້ດໍາເນີນມາ ຊຶ່ງມີຮວມທັງ ການສະແດງ ສິລປະ ຟ້ອນລາວ ແລະ ຊ່ອຍເຫຼືອ ທາງການ:
............................................ຟັງສຽງສັມພາດ.......…….……………….............
ໃນຕອນທ້າຍຂອງການສັມພາດ ຍານາງ ຣົຈນາ ຄລ້າຍສິງ ກໍໄດ້ເຊີນຊວນຊາວລາວ ປົກປັກຮັກສາວັທນະທັມ, ຮີດຄອງປະເພນີ ອັນດີງາມຂອງລາວເອົາໄວ້ ແລະ ສັ່ງສອນລູກຫຼານ ໃຫ້ມີຄວາມພູມໃຈ ແລະ ສືບທອດຕໍ່ໆໄປ:
............................................ຟັງສຽງສັມພາດ.......…….……………….............
ເມື່ອອາຍຸ 16 ປີ ຍານາງ ຣົຈນາ ໄດ້ອອກຈາກ ສປປລາວ ມາເຖິງຣັຖ Minnesota ສະ ຫະຣັຖອາເມຣິກາ ໃນປີ 1989 ພ້ອມ ດ້ວຍຄອບຄົວ ຊຶ່ງມີທ່ານພັນເອກ ເອັງ ອໍາພາວັນນະສຸກ ເປັນຜູ້ພາມາ.
ຍານາງ ໄດ້ມາຮຽນຕໍ່ທີ່ຣັຖ Minnesota ຈົບຊັ້ນມັທຍົມປາຍ, ສຶກສາຕໍ່ທີ່ວິທຍາລັຍການຊ່າງ Technical College ແລະ ເຮັດວຽກ ຢູ່ ໂຮງງານຫູທຽມ ຝ່າຍບໍຣິການລູກຄ້າ ມາເປັນເວລາ 20 ປີແລ້ວ. ຍານາງ ໄດ້ແຕ່ງງານ ແລະມີລູກ 2 ຄົນ: ຍິງ 1, ຊາຍ 1.
ຍານາງ ຣົຈນາ ຄລ້າຍສິງ ຜູ້ຮັບຜິດຊອບຝ່າຍປະຊາສໍາພັນ ຂອງສະມາຄົມສຽງແຄນລາວ ກ່າວວ່າ ຍ້ອນຮັກຄວາມເປັນລາວ ແລະ ພາກພູມໃຈໃນຄວາມເປັນລາວ ຈຶ່ງປະກອບສ່ວນ ຕາມຄວາມຮູ້ ຄວາມສາມາດ ຂອງຕົນ ເຂົ້າໃນການຈັດຕັ້ງ ແລະ ດໍາເນີນວຽກງານ ສະມາຄົມ ສຽງແຄນນີ້ ເພື່ອປົກປັກຮັກສາ ແລະເສີມຂຍາຍວັທນະທັມ, ຮີດຄອງ ປະເພນີ ອັນດີງາມ ຂອງລາວ, ໃຫ້ຄົນຮຸ້ນນຸ່ມ ສືບ ທອດຕໍ່ໆໄປ.