ຊາວລາວ ຢູ່ຕ່າງປະເທດ ປະທ້ວງ ວັນທີ 2 ທັນວາ

ຈຳປາທອງ
2018.12.10
ຊາວລາວ ຢູ່ຕ່າງປະເທດ ຈາກ 11 ອົງການ ໄດ້ພາກັນໂຮມຊຸມນຸມ ຢູ່ຕໍ່ໜ້າສະຖານທູດ ສປປລາວ ໃນວັນທີ 1 ທັນວາ 2018 ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ
RFA/MA

ວັນທີ 2 ທັນວາ ເປັນວັນ ສ້າງຕັ້ງສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ. ມາເຖິງປີ 2018 ນີ້ ກໍຄົບຮອບ 43 ປີ ທີ່ຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ຜູ້ຜູກຂາດອໍານາດ ແບບຜະເດັດການ ພັກດຽວ ນໍາພາການບໍຣິຫານປະເທສ ກໍມີຄົນລາວ ຢູ່ພາຍໃນປະເທສ ຈໍານວນນຶ່ງ ເປັນຕົ້ນ ຜູ້ທີ່ໄດ້ຮ່ວມການຕໍ່ສູ້ ພາກັນສລອງ ໂດຍຖືເປັນຊາດ ຊຶ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ເວົ້າວ່າ ໄດ້ມີການ ປຸກຣະດົມຂະບວນການ, ທໍາຄວາມສະອາດບ້ານ, ຕິດທຸງຊາດ ຕິດທຸງພັກ:

“ສ້າງຂະບວນການ ຊາວໜຸ່ມ ແມ່ຍິງ ສ້າງຂະບວນການພັທນາ ທໍາຄວາມສະອາດບ້ານເມືອງ ຕິດທຸງຊາດ ທຸງພັກ ມີການເລົ່າມູນເຊື້ອ ປະຕິວັດ ຄວາມເປັນມາຂອງຊາດລາວ ໃຫ້ລູກໃຫ້ຫລານຟັງ ຄວາມຮູ້ກ່ຽວກັບ ການປະຕິວັດ ດ້ານປະຊາທິປະໄຕ ມັນຫຍຸ້ງຍາກຄືແນວໃດ.”

ແລະປະຊາຊົນ ທີ່ຢູ່ນອກຕົວເມືອງນະຄອນຫຼວງ ຢູ່ບ້ານນອກ ນາງນຶ່ງ ກໍເວົ້າວ່າ ປະຊາຊົນຢູ່ບ້ານນອກ ໄດ້ສລອງ ຢູ່ພາຍໃນເຮືອນ ຂອງຕົນເອງ ບໍ່ໄດ້ສລອງ ຫຍັງຫລາຍ:

"ບ້ານນອກພີ້ ເຂົາເຈົ້າກໍບໍ່ມີຫຍັງ ປັກທຸງຊາດ ສເລີມສລອງ ປັກທຸງຊາດ ປັກທຸງປະຕິວັດ ນໍາແຄມທາງ ອະນາໄມບ້ານເມືອງ ຕ້ອນຮັບ ວັນຊາດ ທໍ່ນັ້ນແລ້ວ ບ້ານນໍ ບ້ານເອື້ອຍນໍ.”

ໃນຂະນະທີ່ ຊາວນະຄອນຫຼວງວຽງຈັນ ຈໍານວນຫຼວງຫຼາຍ ແຫ່ກັນໄປທ່ຽວ ແຂວງໜອງຄາຍ ແລະອຸດອນ ປະເທສໄທ ແລະຊາວລາວ ຢູ່ຕ່າງປະເທສ ໃນທົ່ວໂລກ ຕ່າງກໍພາກັນ ປະນາມວັນດັ່ງກ່າວ ວ່າເປັນວັນ ມະຫາອຸບາດ ຂອງຊາດລາວ, ເປັນວັນຫາຍະນະ ສໍາລັບ ປະຊາຊົນລາວ ຜູ້ຮັກຫອມ ຄວາມເປັນທັມ ແລະ ໄດ້ພາກັນປະທ້ວງ ດ້ວຍຮູບການຕ່າງໆ ຢ່າງເຄັ່ງຂຶມ ຮວມທັງ ການຊຸມນຸມປະທ້ວງ ແລະການສົ່ງສານປະທ້ວງ ເຖິງຜູ້ນໍາພັກປະຊາຊົນ ປະຕິວັດລາວ ແລະຣັຖ ສປປລາວ.

ສໍາລັບ ຢູ່ສະຫະຣັຖອາເມຣິກາ ອົງການຈັດຕັ້ງ ຂອງຊຸມຊົນຊາວລາວ ຈາກຣັຖຕ່າງໆ ນໍາໂດຍທ່ານ ວັນລັງ ຄໍາສຸກ ປະທານພັນທະມິດ ເພື່ອປະຊາທິປະໄຕໃນລາວ ປະຈໍາສະຫະຣັຖ ອາເມຣິກາ ກໍໄດ້ໄປເຕົ້າໂຮມກັນ ຈັດການປະທ້ວງ ຢູ່ຕໍ່ໜ້າສະຖານທູດ ສປປລາວ ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ ໃນຕອນບ່າຍ ຂອງມື້ວັນທີ 1 ທັນວາ ຊຶ່ງທ່ານເວົ້າເຖິງ ການປະທ້ວງ ວັນທີ 2 ທັນວາ ນັ້ນວ່າ:

"ມື້ນີ້ໄດ້ມາຮ່ວມປະທ້ວງ ວັນທີ 2 ທັນວາ ຊຶ່ງພວກເຮົາ ຖືວ່າ ເປັນວັນມະຫາອຸບາດ ເປັນວັນທໍາລາຍຊາດ ເປັນວັນທໍາລາຍຄວາມຢູ່ລອດ ຂອງພີ່ນ້ອງ ປະຊາຊົນລາວຂອງເຮົາ ຄືຮ່ວມກັນໃນຂະນະນີ້ ກໍແມ່ນ ຈາກການຈັດຕັ້ງຕ່າງໆ ຂອງພີ່ນ້ອງ ຊາວລາວພວກເຮົາ ທີ່ຢູ່ປະເທສ ອາເມຣິການີ້. ການມາປະທ້ວງມື້ນີ້ ເນັ້ນໜັກຫລັກໃຫຍ່ ກະແມ່ນ ການປະທ້ວງ ການປົກຄອງ ຢູ່ໃນ ສປປລາວ ປັດຈຸບັນນີ້ ຊຶ່ງແມ່ນ ພັກປະຊາຊົນ ປະຕິວັດລາວ ໄດ້ຂຶ້ນກໍາອໍານາດ ຍຶດອໍານາດ ປຸ້ນອໍານາດໃນວັນທີ 2 ທັນວາ ປີ 1975 ມາຮອດມື້ີ້ໄດ້ 43 ປີມາຮອດແລ້ວ ພວກດັ່ງກ່າວນີ້ ໄດ້ນໍາຄວາມຫາຍະນະຢ້ອຍຢັບ ຄວາມທຸກຍາກປາກໝອງ ກົດຂີ່ຂົ່ມເຫັງປະຊາຊົນ ພັກການເມືອງດຽວ ກໍາອໍານາດ ພຽງຜູ້ດຽວ ປະຊາຊົນບໍ່ມີສິດປາກ ບໍ່ມິສິດເວົ້າ ພວກເຂົາເອງຫັ້ນ ທໍາລາຍປະເທສຊາດ ດ້ວຍການຈັບກຸມ ຄຸມຂັງປະຊາຊົນ ທໍາມະດາເຮົາ ນີ້ບໍ່ມີຄວາມສາມາດ ບໍ່ມີສິດ ແລະບໍ່ມີໂອກາດ ທີ່ຈະອອກສຽງ ອອກປາກເວົ້າອັນໃດໆ ທ່ວງຕີງຕໍ່ການນໍາພາ ອັນບໍ່ດີບໍ່ງາມ ທຸກຍາກ ເປັນໜີ້ເປັນສິນ ຢືມເງິນຂອງໂລກມາແລ້ວ ກະບໍ່ມີປັນຍາ ທີ່ຈະໃຊ້ ເງິນດັ່ງກ່າວ ແທນທີ່ສິນໍາມາພັທນາປະເທສຊາດ ເພື່ອຄວາມຈະເຣີນ ເພື່ອຄວາມຢູ່ດີ ກິນດີ ຂອງພໍ່ແມ່ພີ່ນ້ອງປະຊາຊົນ ພວກຄະນະກໍາອໍານາດໃນລາວ ປັດຈຸບັນ ແມ່ນໄດ້ສວຍໃຊ້ ເອົາເງິນດັ່ງກ່າວນັ້ນ ເພື່ອຜົລປໂຍດຂອງໂຕເອງ ສ້າງຮັ່ງຄູນມີ ໃຫ້ໂຕເອງ ແລະຄະນະ ສ່ວນປະຊາຊົນຫັ້ນ ປ່ອຍໃຫ້ທຸກຍາກ."

ໃນມື້ດຽວກັນນັ້ນ ອົງການຈັດຕັ້ງ ແລະ ຊຸມຊົນຊາວລາວ ຈາກຫຼາຍແຫ່ງ ກໍໄດ້ຈັດຕັ້ງການຊຸມນຸມປະທ້ວງວັນທີ 2 ທັນວາ ຂອງຣັຖບານ ຄອມມິວນິສລາວ ຢູ່ຕໍ່ໜ້າສະຖານີ KMPH Fox News ຊ່ອງ 26 ຢູ່ເມືອງແຟສໂນ ຣັຖຄາລິຟໍເນັຽ. ແລະ ຢູ່ປະເທສ ອອສເຕຣເລັຍ ຊາວລາວ ໃນນະຄອນ ຊິດນີ ແລະ ຈາກເມືອງຕ່າງໆ ໃນເຂດອ້ອມແອ້ມ ນຳໂດຍ ສະມາຄົມ ສົ່ງເສີມຊຸມຊົນຊາວລາວ ແຫ່ງຣັຖ New South Wales ກໍໄດ້ຈັດການຊຸມນຸມປະທ້ວງ ຂຶ້ນຢູ່ຕໍ່ໜ້າສູນວັທນະທັມ ແລະ ຫ້ອງການຂອງສະມາຄົມດັ່ງກ່າວ ໃນມື້ວັນທີ 2 ທັນວາ ປະນາມວັນທີ 2 ທັນວາ ວ່າເປັນວັນກໍາເນີດວັນອຸບາດ ໃນການທໍາລາຍຊາດ ແລະ ປະຊາຊົນລາວ ເພື່ອເປັນການເຕືອນໃຈ ໃຫ້ຊາວລາວ ມີຄວາມຊົງຈໍາວ່າ ວັນທີ 2 ທັນວາ ເປັນວັນທີ່ພາໃຫ້ປະເທສຊາດພິນາດຈິບຫາຍ ແລະທັງໄດ້ຈັດພິທີເຄົາຣົບທຸງຊາດ ກາຊ້າງສາມຫົວ ຂອງລາວ ເພື່ອປູກຈິດສຳນຶກ ໃຫ້ຊາວລາວຊາບຊຶ້ງ ເຖິງພູມກຳເນີດຂອງຕົນ ຫລັງຈາກໄດ້ອົພຍົບມາຕັ້ງຖິ່ນຖານຢູ່ປະເທສອອສເຕຣເລັຍ ໄດ້ຫຼາຍທົສວັດແລ້ວ ດັ່ງທ່ານ ເດດ ສີແສງຣັດ ປະທານສະມາຄົມນີ້ ກ່າວວ່າ:

"ການມາ ເຕົ້າໂຮມກັນມື້ນີ້ ເພື່ອປະນາມວັນທີ 2 ທັນວາ ຊື່ງເປັນວັນ ກຳເນີດວັນອຸບາດ ໃນການທຳລາຍຊາດ ແລະປະຊາຊົນລາວ ເຄື່ອງໝາຍ ຂອງອິດສະຣະພາບ ພວກເຮົາກໍ່ຄືທຸງຊາດສາມຫົວ ທີ່ເຮົາຮູ້ວ່າ Freedom flag. ການປະນາມມື້ວັນທີ 2 ທັນວາ ມື້ນີ້ ກໍ່ເພື່ອ ໃຫ້ຊາວລາວອົພ ຍົບມີຄວາມຊົງຈຳວ່າວັນທີ 2 ວານັ້ນ ເປັນວັນພາໃຫ້ປະເທດຊາດ ພິນາດຈີບຫາຍ ແລະສຳຄັນທີ່ສຸດ ເປັນການເຕືອນ ຈິດໃຈ ຊາວລາວອົພ ຍົບເຮົາ."

ແລະທ່ານ ມະຫາ ບຸນແລວ ຄຸດດາວົງ ຜູ້ອາວຸໂສ ກໍໄດ້ໃຫ້ຄວາມເຫັນ ກ່ຽວກັບ ການຈັດພິທີເຄົາລົບທຸງຊາດ ກາຊ້າງສາມຫົວ ແລະປະນາມ ວັນສ້າງຕັ້ງ ສປປລາວ ທີ 2 ທັນວານັ້ນວ່າ:

"ທຸງຊາດລາວ ເປັນທຸງສຳຄັນ ມາແຕ່ດຶກດຳບັນ ແລະວັນທີ 2 ທັນວາ ເປັນວັນອຸບາດຂອງຄົນລາວ ຢູ່ປະເທດລາວ. ພວກເຮົາມາຢູ່ນີ່ ສລອງທຸງຊາດສາມຫົວເພື່ອ ໃຫ້ມີໄຊຊະນະ. ພວກເຮົາ ອົພຍົບມາ ຈາກປະເທດລາວ ແມ່ນຍ້ອນ ວັນທີ 2 ທັນວາ ວັນມະຫາອຸຍາດອັນ ນີ້. ເປັນຫຍັງ ຈຶ່ງພາກັນມາເຮັດໃສ່ວັນມະຫາອຸບາດນີ້ ເພາະວ່າ ຢາກດ່າມັນ ປະທ້ວງມັນ ວັນຊົ່ວ ວັນມະຫາອຸບາດ."

ໃນມື້ດຽວກັນນັ້ນ ດຣ. ບຸນທອນ ຈັນທະລາວົງ- ວີເຊີ ປະທານພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທສເຢັຍຣະມັນ ກໍໄດ້ສົ່ງສານປະທ້ວງ ປະນາມ ວັນມະຫາອຸບາດ ຂອງຊາດລາວ ວັນທີ 2 ທັນວາ ຄົບຮອບ 43 ປີ ເຖິງທ່ານ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່ ຄນະບໍຣິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ຜູ້ກໍາອໍານາດສູງສຸດ ຂອງ ສປປລາວ ຊຶ່ງໃນນັ້ນ ໄດ້ເວົ້າເຖິງຫຼາຍ ບັນຫາ ທີ່ເກີດຂຶ້ນ ຢູ່ ສປປລາວ ຮວມທັງວ່າ ວັນທີ 2 ທັນວາ ເປັນວັນ ທີ່ໄດ້ນຳເອົາຄວາມຫາຍະນະ ມາສູ່ຊາດລາວ ດ້ວຍການນຳເອົາ ຣະບົບຜະເດັດການພັກດຽວ ມາປົກຄອງໃນລາວ, ມີການກົດຂີ່ ຂົ່ມເຫັງປະຊາຊົນລາວ; ເປັນວັນທີ່ເຮັດໃຫ້ປະຊາຊົນລາວທັງຊາດແຕກແຫງ, ເຮັດໃຫ້ປະເທສລາວ ເສັຍຄວາມເປັນເອກກະຣາດ, ຢູ່ພາຍໃຕ້ການຄວບຄຸມ ຂອງວຽດນາມ ຄອມມິວນິສ ຕາມສົນທິ ສັນຍາ ມິຕພາບ ແລະ ການຮ່ວມມື ຣະຫວ່າງ ສປປລາວ ແລະ ສສ ວຽດນາມ ປີ 1977 ທີ່ອຳນວຍຄວາມສະດວກ ໃຫ້ຄອມມິວນິສວຽດນາມ ຄວບຄອງສປປລາວ ຮອບດ້ານ. ພາຍໃຕ້ການປົກຄອງ ດ້ວຍຣະບອບພະເດັດການພັກດຽວ ມາໄດ້ 43 ປີ ປະຊາຊົນລາວ ຂາດສິດເສຣີພາບແລະປະຊາທິປະໄຕ, ຂາດສິດທິ ໃນການ ປາກເວົ້າ ຂີດຂຽນ, ສິດທິທາງດ້ານຂ່າວສານ, ສິດທິໃນການເຊື່ອຖືສາສນາ, ໃນການໂຮມຊຸມນຸມ, ຈັດຕັ້ງສະມາຄົມ, ເດີນຂະບວນຢ່າງສັນຕິ ແລະສິດທິຂັ້ນພື້ນຖານອື່ນໆ ອີກຫຼາຍຢ່າງ. ປະຊາຊົນລາວ ຖືກປາບປາມ, ກົດຂີ່ຂົ່ມເຫັງ ນັບມື້ນັບຮ້າຍແຮງຂຶ້ນ. ການເປີດກວ້າງເສຖກິຈ ສູ່ໂລກພາຍນອກ ກໍເປັນພຽງເພື່ອ ການສ້າງຮັ່ງຄູນມີ ໃຫ້ແກ່ຜູ້ກຳອຳນາດ ໃນ ສປປລາວ ດ້ວຍການສໍ້ຣາດ ບັງຫລວງ ຊຶ່ງເປັນບັນຫາ ອັນໜັກໜ່ວງ ໃນທຸກຂັ້ນ ຂອງທຸກຂແນງການ ຂອງພັກແລະຣັຖ ໃນທົ່ວປະເທສ.

ອະນຸມັດໃຫ້ບໍຣິສັດຕ່າງປະເທສ ເຂົ້າມາສຳປະທານທີ່ດິນ ສ້າງເຂດເສຖກິຈພິເສດ, ເຂດເສຖກິຈສະເພາະ ເປັນເວລາຍາວນານ ເຖິງ 99 ປີ ກໍມີ, ປູກພືດ ແລະ ຕົ້ນໄມ້ອຸດສາຫະກຳ ໂດຍໃຊ້ສານພິດເຄມີ, ສ້າງເຂື່ອນໄຟຟ້າແບບບໍ່ມີຂອບເຂດ, ຂຸດຄົ້ນບໍ່ແຮ່ ແລະມີການຕັດໄມ້ ທຳລາຍປ່າ ຢ່າງເປັນຂະບວນ ຕັ້ງແຕ່ເໜືອຕລອດໃຕ້ ອັນເປັນການທຳລາຍສິ່ງແວດລ້ອມ ແລະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ທີ່ທຸກຍາກຢູ່ແລ້ວ ຍິ່ງທຸກຍາກຂຶ້ນຕື່ມ ຍ້ອນ ຕ້ອງໄດ້ຖືກໂຍກຍ້າຍ ອອກຈາກ ບ່ອນທີ່ຕົນເຄີຍຢູ່ ບ່ອນທີ່ຕົນໄດ້ບຸກເບີກ ທີ່ດິນທຳມາຫາກິນ ທັງນາ ແລະຮົ້ວສວນ ໄປຢູ່ບ່ອນໃໝ່ ທີ່ເປັນເຂດເປົ່າວ່າງ ໂດຍໃຫ້ຄ່າຊົດເຊີຍຄວາມເສັຍຫາຍແບບບໍ່ເປັນທັມ.

ບໍ່ພຽງເທົ່ານັ້ນ ໂຮງຈັກໂຮງງານຍັງສົ່ງກິ່ນເໝັນ, ປ່ອຍນໍ້າເສັຍທີ່ປົນເປື້ອນສານພິດເຄມີ ທຳລາຍທັມຊາດ ທັງປູປາຕາຍ ແລະມີຜົລກະທົບ ອັນບໍ່ດີຕໍ່ປະຊາຊົນ ທີ່ຢູ່ອ້ອມຂ້າງ ແລະເຂດໃກ້ຄຽງ ຢູ່ຫຼາຍແຂວງຂອງລາວ. ໃນສານປະທ້ວງ ທີ່ສົ່ງເຖິງປະທານປະເທສ ສປປລາວ ນັ້ນ ພັນທະມິດ ເພື່ອປະຊາທິປະໄຕໃນລາວ ທວງໃຫ້ທາງການ ສປປລາວ ປະຕິບັດທັງໝົດ 7 ຂໍ້ ຮວມ ທັງທວງໃຫ້ມີການປ່ຽນແປງ ຣະບອບ ການປົກຄອງໃນລາວ ໄປສູ່ປະຊາທິປະໄຕ, ໃຫ້ມີການເລືອກຕັ້ງແບບເສຣີ ແລະເປັນທັມ ພາຍໃຕ້ການດູແລຂອງສະຫະປະຊາຊາດ; ທວງໃຫ້ ຍົກເລີກສົນທິສັນຍາພິຕພາບ ແລະການຮ່ວມມື ຣະຫວ່າງ ສປປລາວ ແລະ ສສ ວຽດນາມ ປີ 1977; ທວງໃຫ້ປະຕິບັດຫລັກການ ສິດທິມະນຸດ ທີ່ສະຫະປະຊາຊາດ ບົ່ງໄວ້ ເປັນຕົ້ນ ສິດເສຣີພາບ ໃນການປາກເວົ້າຂີດຂຽນ, ສິດທິ ທາງຂ່າວສານ, ການເຊື່ອຖືສາສນາ, ສິດທິ ທາງການເມືອງ, ສິດໃນການຊຸມນຸມ, ການປະທ້ວງແລະທວງໃຫ້ເປີດເຜີຍຄວາມຈິງ ກ່ຽວກັບກໍຣະນີທ່ານ ສົມບັດ ສົມພອນ ທີ່ຖືກເຮັດໃຫ້ຫາຍສາບສູນ, ປ່ອຍນັກໂທດການເມືອງທັງໝົດ ໃຫ້ເປັນອິສຣະຢ່າງຮີບດ່ວນ ແລະບໍ່ມີເງື່ອນໄຂ ຮວມທັງຄົນງານລາວ 3 ຄົນຄືທ້າວ ສົມພອນ ພິມມະສອນ, ນາງ ຫລອດຄຳ ທຳມະວົງ ແລະທ້າວ ສຸການ ໃຈທັດ, ທ່ານ ບຸນທັນ ທຳມະວົງ, ຂະບວນນັກສຶກສາ 26 ຕຸລາ ແລະປະຊາຊົນຊາວບ້ານຢຶບ ທີ່ຖືກຈັບຂັງຄຸກທໍຣະມານ ຍ້ອນຮຽກຮ້ອງ ໃນບັນຫາທີ່ດິນ ຂອງພວກເຂົາເຈົ້າ ທີ່ຖືກທາງການ ອະນຸມັດ ໃຫ້ບໍຣິສັດ ປູກຢາງພາຣາ ວຽດນາມ ຢຶດເອົາ.

ພ້ອມກັນນັ້ນ ກໍທວງໃຫ້ຍຸຕິ ການສ້າງເຂື່ອນໄຟຟ້າ ແບບບໍ່ມີຂອບເຂດ, ການຕັດໄມ້ທຳລາຍປ່າ ແລະການໃຫ້ໂຮງງານ ປ່ອຍນ້ຳເສັຍ ທີ່ປົນເປື້ອນສານພິດເຄມີ ຊຶ່ງເປັນໄພຕໍ່ສິ່ງແວດລ້ອມ ແລະຊີວິດຂອງປະຊາຊົນ, ທວງໃຫ້ປາບປາມຂະບວນການຜລິດແລະຄ້າຢາເສບຕິດ ເປັນຕົ້ນ ຢາບ້າ, ການຄ້າມະນຸດ ແລະຄ້າປະເວນີໃນລາວ. ສໍາລັບປະຊາຊົນລາວ ທີ່ທໍາມາຫາກິນຢູ່ປະເທສໄທ ກໍເວົ້າເຖິງວັນທີ 2 ທັນວາ ວ່າ ເປັນວັນ ທີ່ເຈັບປວດທີ່ສຸດ:

"ຢູ່ປະເທສໄທ ຫລືຢູ່ຕ່າງປະເທສ ກໍຊ່າງ ເປັນວັນທີ່ເຈັບປວດທີ່ສຸດ ທີ່ເຮົາບໍ່ສາມາດ ສິກັບຄືນໄປປະເທສໄດ້ ເພາະຫຍັງ ເພາະວ່າ ປະເທສເຮົາ ບໍ່ແມ່ນການປົກຄອງຢູ່ ໃນລະບອບເສລີ ຄືສມັຍກ່ອນ ແລ້ວພວກເຮົານີ້ກາຍ ເປັນຄົນທີ່ພັກ-ຣັຖເອີ້ນວ່າເປັນລາວນອກ ທັ້ງທີ່ວ່າ ພວກເຮົາ ເປັນຄົນລາວຄືກັນ ແຕ່ວ່າເຮົາຖືກແບ່ງແຍກຕັ້ງແຕ່ຫລັງປີ 1975 ມາແລ້ວ."

ເບິ່ງລວມແລ້ວ ຫລາຍຄົນເຫັນວ່າ ວັນສ້າງຕັ້ງ ສປປລາວ ວັນທີ 2 ທັນວາ ຄົບຮອບ 43 ປີນີ້ ຖືກອົງການຈັດຕັ້ງ ແລະຊຸມຊົນຊາວລາວ ຢູ່ຕ່າງປະເທສປະນາມ ຫຼາຍຂຶ້ນ ເພື່ອເຮັດໃຫ້ປະຊາຊົນລາວທັງຊາດມີສິດ, ເສຣີພາບແລະປະຊາທິປະໄຕ, ເຮັດໃຫ້ປະເທສເປັນເຈົ້າຕົນເອງ ແລະ ໄດ້ຮັບການພັທນາດີຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.