ຊາວລາວ ປອດພັຍ ຈາກພະຍຸ ເຮີຣີເຄນ ທີ່ຟລໍຣີດາ
ຈຳປາທອງ
2022.10.02
2022.10.02

ພະຍຸ ເຮີຣີເຄນ ອ໋ຽນ (Hurricane Ian) ຢູ່ໃນຣະດັບ 4 ດ້ວຍຄວາມໄວ 241 ກິໂລແມັດ ຕໍ່ຊົ່ວໂມງ ພັດເຂົ້າຝັ່ງ ໃກ້ເມືອງ ເຄໂຢ ໂຄສທ໋າ (Cayo Costa) ຣັຖຟລໍຣີດາ (Florida) ສະຫະຣັຖ ອາເມຣິກາ ເວລາປະມານ 3 ໂມງແລງຂອງວັນພຸດ ທີ 28 ກັນຍານີ້. ແຕ່ຊາວລາວ ຢູ່ເມືອງຕ່າງໆ ນອກຈາກເຂດ Fort Myers ເວົ້າລວມແລ້ວບໍ່ໄດ້ຮັບ ຜົລກະທົບ ພໍເທົ່າໃດ.
ຈໍາປາທອງ ມີບົດສັມພາດ ຊາວລາວ ຢູ່ຫລາຍເມືອງ ຂອງຣັຖນີ້ ມາສເນີທ່ານ ໃນຣາຍການ “ລາວໃນຕ່າງແດນ” ປະຈໍາສັປດານີ້. ເຊີນທ່ານ ຮັບຟັງໄດ້.