ລາວ-ອອສເຕຣລຽນ ເຂົ້າພົບ ທາງການ ອອສເຕຣເລັຽ

ໂພໄຊສະຫວັດ
2017.06.11
f-aussi ຄນະຜູ້ນຳຊຸມຊົນ ຊາວລາວ-ອອສເຕຣລຽນ ທີ່ເຂົ້າພົບ ເຈົ້າໜ້າທີ່ ກະຊວງ ການຕ່າງປະເທດ
RFA/PX

ກ່ອນທີ່ຈະມີການກວດສອບທົບທວນຄືນ ຄັ້ງທີ 5 ຂອງ ອອສເຕຣເລັຽ ກ່ຽວກັບ ສະພາບ ສິທທິມະນຸສ ໃນລາວ ຊຶ່ງມີກຳນົດ ຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນ ໃນວັນທີ 18 ຫາ 19 ກໍຣະກະດາ ນີ້. ທາງກະຊວງ ການຕ່າງປະເທດ ແລະການຄ້າ ຈຶ່ງໄດ້ເຊື້ອເຊີນ ຜູ້ນຳ ໃນຊຸມຊົນລາວ ຢູ່ ອອສເຕຣເລັຽ ແລະ ຊຸມຊົນອື່ນໆ ທັງອົງການ ຈັດຕັ້ງຕ່າງໆ ປະມານ 40 ອົງການ ໃນປະເທດ ອອສເຕຣເລັຽ ທີ່ມີ ຄວາມສົນໃຈ ມີຂໍ້ມູນ ຫລັກຖານ ກ່ຽວກັບ ສະພາບສິທທິມະນຸສ ຫລື ການລະເມີດ ສິທທິມະນຸສ ໃນລາວ ໃຫ້ເອົາມາສເນີ ຕໍ່ ເຈົ້າໜ້າທີ່ ທາງການ ອອສເຕຣເລັຽ ເພື່ອຈະໄດ້ ນຳເອົາໄປ ປຶກສາຫາລື ກັບທາງການລາວ.

ຕອນເຊົ້າຂອງ ມື້ວັນທີ່ 7 ມິຖຸນາ 2017 ຜູ້ນຳຊຸມຊົນ ຊາວລາວ-ອອສເຕຣລຽນ ຈາກ ນະຄອນ ຊິດນີ ຈາກນະຄອນຫລວງ ແຄນເບຣາ ແລະ ນະຄອນ ແມນເບີນ ໂດຍສະເພາະ ແມ່ນ ສະມາຊິກ ພັນທະມິຕ ເພື່ອ ປະຊາທິປະໄຕ ໃນລາວ ນຳພາໂດຍ ຮອງປະທານ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ປະຈຳນະຄອນ Sydney ທ່ານກາດ ດິດທະວົງ ໄດ້ເຂົ້າພົບ ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ແລະ ການຄ້າ ກິຈກັມ ລາວ-ໄທ ຮວມທັງໝົດ 6 ທ່ານ. ນອກຈາກນັ້ນກໍຍັງມີ ອົງການຈັດຕັ້ງອື່ນໆ ເຊັ່ນ ສະພາກົດໝາຍ ອອສເຕຣເລັຽ, ສະພາສຶກສາ ດ້ານສິທທິມະນຸສ ອອສເຕຣເລັຽ ແລະ ອົງການ ປະຊາສັງຄົມ ອື່ນໆອີກ.

ໃນກອງປະຊຸມ ຜູ້ນຳຊຸມຊົນ ຊາວລາວ-ອອສເຕຣລຽນ ໄດ້ສເນີ ເອກກະສາຣ ຍືດຍາວກ່ຽວກັບ ການລະເມີດ ສິທທິມະນຸສ ໃນລາວ ຊຶ່ງມີຫົວຂໍ້ ພໍສລຸບໄດ້ດັ່ງ ຕໍ່ໄປນີ້:

1.ໂຄງການສຶກສາ ຈາກການຊ່ວຍເຫລືອ ຂອງ ຣັຖບານ ອອສເຕຣເລັຽ ໃຫ້ ອອສເຕຣເລັຽ ກຳກັບ ເພື່ອໃຫ້ທຶນ ການສຶກສາ ໄດ້ໄປຮອດໄປເຖິງ ເດັກນ້ອຍ ລູກຫລານຄົນລາວ ທັມມະດາ ສາມັນ ບໍ່ແມ່ນໄປເກື້ອກູນ ແຕ່ລູກເຈົ້າ ຫລານນາຍ ຜູ້ມີອິທທິພົນ ມີສິທມີອຳນາດ ເທົ່ານັ້ນ. ພ້ອມດຽວກັນນັ້ນ ກໍໃຫ້ມີການສຶກສາ ຮຽນຮູ້ ກ່ຽວດ້ານ ສິທທິມະນຸສ ໃນບັນດາ ໝູ່ນັກຮຽນ ນັກສຶກສາ ໃນລາວ;

2.ໃຫ້ມີການຕິດຕໍ່ພົວພັນ ໃກ້ຊິດຫລາຍຂຶ້ນ ລະຫວ່າງ ອອສເຕຣເລັຽ ແລະ ຊຸມຊົນອາຊຽນ ເພື່ອຊຸກຍູ້ໃຫ້ ທາງການລາວ ເປີດໂອກາດ ໃຫ້ມີ ສິທທິເສຣີພາບ ທາງດ້ານ ການສເນີຂ່າວສາຣ ແລະ ການສະແດງອອກ ດ້ານຄວາມຄຶດຄວາມເຫັນ ຫລາຍຂຶ້ນ. ພ້ອມດຽວກັນນີ້ ກໍກົດດັນ ທາງການລາວ ໃຫ້ປ່ອຍນັກໂທດ ການເມືອງ ທີ່ຍັງຖືກຈັບກຸມຄຸມຂັງ ຢູ່ນັ້ນ ໂດຍທັນທີ;

3.ຄວບຄຸມປ້ອງກັນ ໂຄງການຊ່ວຍເຫລືອ ທີ່ ຣັຖບານ ອອສເຕຣເລັຽ ອະນຸມັດ ໃຫ້ແກ່ລາວ ເພື່ອຫລີກລ້ຽງ ການສໍ້ຣາສບັງຫລວງ ໂດຍສະເພາະ ການຍຶດຍາດເອົາ ດິນດອນຕ່ອນຫຍ້າ ຂອງປະຊາຊົນ ທີ່ເຫັນເປັນຂ່າວ ເລື້ອຍໆ. ກໍນາບຂູ່ຕໍ່ ໂຄງການຊ່ວຍເຫລືອ ຂອງ ອອສເຕຣເລັຽ ໂດຍກົງ;

4.ຂໍໃຫ້ຣັຖບານ ອອສເຕຣເລັຽ ຊ່ວຍເຫລືອໂຄງການໃໝ່ ເພື່ອໃຫ້ມີການສິດສອນ ອົບຮົມ ຊຸມຊົນໃນຊົນນະບົດ ທ້ອງຖິ່ນ ໃຫ້ມີຄວາມຮູ້ ສາມາດ ເຂົ້າເຖິງ ແລະໃຊ້ ອິນເຕີແນັດ ແລະ ກວດສອບຂ່າວສາຣ ອອນລາຍໄດ້; ແລະ

5.ຈາກການຮ່ວມມື ອອສເຕຣເລັຽ-ອາຊຽນ ແລະຍ້ອນວ່າ ອອສເຕຣເລັຽ ເປັນຜູ້ໃຫ້ທຶນ ແກ່ລາວ ໃນການ ຮັກສາປະຕິບັດ ກ່ຽວກັບ ສິທທິມະນຸສ ອອສເຕຣເລັຽ ຍ່ອມມີສິທ ມີບົດບາດໃນການ ກວດກາຫ້າມປາມ ການລະເມີດ ສິທທິມະນຸສ ໃນລາວໂດຍກົງ.

ສ່ວນສະພາກົດໝາຍ ອອສເຕຣເລັຽ ກໍໄດ້ສເນີ ໃຫ້ທາງການ ອອສເຕຣລຽນ ກວດກາເບິ່ງກ່ຽວກັບ ວ່າ ກົດໝາຍລາວ ບໍ່ມີຄວາມສັກສິດ. ຜູ້ຮັກສາ ປະຕິບັດ ກົດໝາຍ ນັ້ນກໍສາມາດ ຊື້ຈ້າງຈອບອອຍໄດ້. ທັງ ທະນາຍຄວາມ ກໍບໍ່ກ້າຮັບວ່າ ຄວາມໃຫ້ຜູ້ຖືກຟ້ອງຮ້ອງ ຢ່າງມີອິສຣະເສຣີ ຍ້ອນຢ້ານກົວ ຕໍ່ອິທທິພົນ ຂອງທາງການ.

ຮອງເລຂາທິການເອກ ຜແນກ ລາວ-ໄທ ກ່າວໃນກອງປະຊຸມວ່າ ບົດບາດໜ້າທີ່ ຂອງທາງການ ອອສເຕຣເລັຽ ກ່ຽວດ້ານ ສິທທິມະນຸສ ໃນລາວ ແມ່ນ ຄວບຄຸມເບິ່ງແຍງ ການດຳເນີນງານ ການ ປັບປຸງແກ້ໄຂ ແລະ ຂຍາຍ ຄວາມຮູ້ຄວາມເຂົ້າໃຈ ແລະ ການປະຕິບັດ ດ້ານສິທທິມະນຸສ. ສົ່ງເສີມປັບປຸງ ການດຳເນີນງານ ເພື່ອພັທນາ ສິທທິທາງດ້ານ ເສຖກິຈ-ສັງຄົມ ໃນລາວ. ຊຸກຍູ້ໃຫ້ມີ ຄວາມສເມີພາບ ທາງເພສ, ຊຸກຍູ້ໃຫ້ ທາງການລາວ ເລີກລົ້ມ ຍຸຕິກົດໝາຍ ປະຫານຊີວິດ, ສົ່ງເສີມໃຫ້ລາວ ເປີດກວ້າງ ສິທເສຣີພາບ ໃນການ ປາກເວົ້າຂີດຂຽນ ວິຈານ, ສື່ມວນຊົນ, ແລະ ໃຫ້ມີ ສິທທິເສຣີພາບ ໃນການ ຈັດກຸ່ມກ້ອນ ຫລື ຊຸມນຸມ ຢ່າງສັນຕິວິທີ.

ຮອງປະທານ ພັທມິຕເພື່ອ ປະຊາທິປະໄຕ ໃນລາວ ປະຈຳ ຈາກນະຄອນຫລວງ ແຄນເບຣາ ທ່ານ ກິແກ້ວ ຊາພິຣົມ ໄດ້ບອກກັບ ວິທະຍຸ RFA ກ່ຽວກັບ ການມາຮ່ວມ ສເນີຫລັກຖານ ຂໍ້ມູນ ການລະເມີດ ສິທທິມະນຸສ ໃນລາວ ຕໍ່ ເຈົ້າໜ້າທີ່ ກະຊວງການ ຕ່າງປະເທດ ແລະ ການຄ້າ ອອສເຕຣເລັຽ ຫລັງຈາກ ກອງປະຊຸມ ຄັ້ງນີ້ວ່າ:

“ຂ້າພະເຈົ້າ ກິແກ້ວ ຊາພິຣົມ ຢູ່ ແຄນເບຣາ ມາຮ່ວມປະຊຸມກັບພີ່ນ້ອງ ແມນເບີນ ແລະ ຊິດນີ ຂ້າພະເຈົ້າ ມີຄວາມພາກພູມ ໃຈຫລາຍ ທີ່ໄດ້ເຂົ້າມາພົບ ກະຊວງຕ່າງປະເທດ ໄດ້ລົມກັບ ເຈົ້າໜ້າທີ່ ກ່ຽວກັບ ບ້ານເມືອງເຮົາ ເຣື້ອງ ສິທທິມະນຸສ ເນັ້ນໜັກ ເຣື້ອງສິທທິມະນຸສ ໄດ້ຍື່ນເອກສານ ໃຫ້ເຈົ້າໜ້າທີ່ ເພິ່ນຮັບຮູ້ ເວົ້າລົມຫລາຍ ສິ່ງຫລາຍຢ່າງ”.

ທ່ານ ສຸບພະວັນ ມ້າວຄຳຜິວ ສະມາຊິກ ພັທມິຕເພື່ອປະຊາທິປະໄຕ ໃນລາວ ຈາກນະຄອນ ແມນເບີນ ກ່າວນອກ ກອງປະຊຸມວ່າ:

“ຂ້າພະເຈົ້າ ສຸບພະວັນ ມ້າວຄຳຜິວ ສະມາຊິກ ADL ຈາກນະຄອນ ແມນເບີນ ຮູ້ສຶກດີໃຈຫລາຍ ທີ່ໄດ້ເຂົ້າມາ ພົບ ຜູ້ຕາງໜ້າ ຣັຖບານ ໂອສຕຣາລີ ໂດຍສະເພາະ ກະຊວງຕ່າງປະເທດ ເຮົາມາຊຸດນີ້ ເປັນຄັ້ງທຳອິດ ຄິດວ່າໄດ້ມີ ຜົນປະໂຍດ ຫລາຍພໍສົມຄວນ”

ສ່ວນ ທ່ານກາດ ດິດທະວົງສ໌ ໄດ້ອະທິບາຍ ກ່ຽວກັບ ການເຂົ້າພົບ ເຈົ້າໜ້າທີ່ ກະຊວງການ ຕ່າງປະເທດ ແລະ ການຄ້າ ອອສເຕຣເລັຽ ວ່າ:

“ພົບ ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ກ່ຽວກັບ ການລະເມີດ ສິທທິມະນຸສ ກໍເຫັນວ່າ ໄດ້ຜົນດີ ເພາະວ່າ ຂ້າພະເຈົ້າເອງ ກໍໄດ້ເວົ້າ ກັບ ເຈົ້າໜ້າທີ່ ກະຊວງການ ຕ່າງປະເທດວ່າ ດຽວນີ້ ປະເທດລາວ ເປັນຜູ້ອອກກົດໝາຍ ອອກກົດໝາຍ ມາແລ້ວ ບໍ່ປະຕິບັດ ແລະບາດເລົາ ໄປປະຊຸມ ຢູ່  ວຽງຈັນ ຫັ້ນ ຂໍຮ້ອງໃຫ້ເລົາ ບອກໃຫ້ ເຈົ້າໜ້າທີ່ ຣັຖບານລາວ ຮູ້ແດ່ວ່າ ເປັນຫຍັງ ຈຶ່ງເຮັດຈັ່ງຊັ້ນ ເຮັດຈັ່ງໃດ ມັນຊິສັກສິດ ຖ້າບໍ່ ປະຕິບັດ ແລະ ກໍໄດ້ເວົ້າ ເຮື່ອງການ ລະເມີດ ສິທທິມະນຸສ ໃນການສຶກສາ ທີ່ວ່າ    ໂອສຕຣາລີ ໄດ້ໃຫ້ທຶນ ການສຶກສາ ຂໍໃຫ້ ປະຊາຊົນລາວ ໄດ້ຮັບການ ສຶກສາໃຫ້ມັນ ດີຂຶ້ນ ກວ່າເກົ່າ”.

ກອງປະຊຸມ ກວດສອບທົບທວນຄືນ ຄັ້ງທີ 5 ຂອງ ອອສເຕຣເລັຽ ກ່ຽວກັບ ສະພາບ ສິທທິມະນຸສ ໃນລາວ ຢູ່ນະຄອນຫລວງ ວຽງຈັນ ຄັ້ງນີ້ຈະມີ ເຈົ້າໜ້າທີ່ ຈາກ ກະຊວງການຕ່າງ ປະເທດ ແລະ ການຄ້າ ອອສເຕຣເລັຽ, ຜູ້ຕາງໜ້າ ຄນະກັມມາທິການ ສິທທິມະນຸສ ອອສເຕຣເລັຽ ຫລື ອາດຈະມີເຖິງຂັ້ນ ສະມາຊິກສະພາ ເດີນທາງໄປຮ່ວມນຳ. ແລະ ຄາດວ່າ ທາງການ ອອສເຕຣເລັຽ ຈະໃຫ້ເງິນ ສນັບ ສນູນ ເພື່ອການພັທນາ ດ້ານສິທທິມະນຸສ ໃນລາວອີກ ຈຳນວນນຶ່ງ ເປັນງົບປະມານ ປີ 2017 ຫາ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.