ສັມພາດ ທ່ານ ສົມຄິດ ສຸລິຍະສັກ

ຈຳປາທອງ
2018.12.17
F-SOMKHITH ທ່ານ ສົມຄິດ ສຸລິຍະສັກ ອະດີຄຣູສອນພາສັງອັງກິດ, ຜູ້ໄດ້ມີທຸຣະກິຈ ເປັນຂອງຕົນເອງ ແລະຊ່ອຍເຫຼືອຊຸມຊົນລາວ ທີ່ເມືອງເຟຣສ໌ໂນ ຣັຖຄາລິຟໍເນັຽ.
Somkhith Souryasack/RFA

ຢູ່ ສະຫະຣັຖອາເມຣິກາ ທີ່ຊາວລາວ ອົພຍົບ ມາຕັ້ງຖິ່ນຖານ ແລະ ທໍາມາຫາກິນ ກໍມີຫຼາຍໆຄົນ ທີ່ເຮັດຫຼາຍວຽກດ້ວຍຜົລສໍາເຣັດ. ໃນນັ້ນ ກໍຮວມທັງ ທ່ານສົມຄິດ ສຸລິຍະສັກ ທີ່ເມືອງເຟຣສໂນ ຣັຖຄາລິຟໍເນັຍ. ທ່ານ ສົມຄິດ ສຸລິຍະສັກ, ອາຈານສອນ ພາສາອັງກິດ ທີ່ປະເທສລາວ, ໄດ້ອົພຍົບ ມາສະຫະຣັຖ ອາເມຣິກາ ປີ 1980.

ປັດຈຸບັນ ເປັນພະນັກງານ ບໍານານ ກ່ອນກະສຽນ ພາຍຫຼັງ ທີ່ໄດ້ເປັນຄຣູ ສອນພາສາອັງກິດ, ເປັນທີ່ປຶກສາ ດ້ານການຈັດຫາງານ ໃຫ້ຊາວອົພຍົບ. ທ່ານ ໄດ້ມີທັງ ທຸຣະກິຈ ສ່ວນຕົນ, ຕັ້ງຮ້ານຂາຍຣົດ, ຮ້ານອາຫານ, ມີຫ້ອງການບໍຣິການສັງຄົມ, ເປັນຜູ້ຕາງໜ້າ ຂາຍເຮືອນ, ຂາຍປະກັນໄພຊີວິດ ແລະ ວຽກງານ ຊ່ອຍສັງຄົມລາວ ຊຶ່ງເບື້ອງຕົ້ນ ທ່ານ ສົມຄິດ ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ທັນວາ 2018 ເຖິງພໍໃຈ ຂອງຕົນ ທີ່ໄດ້ມາຢູ່ ແລະ ທໍາມາຫາກິນ ຢູ່ສະຫະຣັຖອາເມຣິກາ ຍ້ອນວ່າ ມີເສຣີພາບ.

(ຟັັງສຽງ)

ທ່ານສົມຄິດ ສຸລິຍະສັກ ໄດ້ອົພຍົບ ອອກຈາກສປປລາວ ເມື່ອຍັງເປັນຊາຍໂສດ ໃນປີ 1979 ພ້ອມກັບພໍ່ແມ່, ນ້ອງ ແລະຫຼານ ແລະໄດ້ມາ ເຖິງສະຫະຣັຖ ອາເມຣິກາໃນປີ 1980. ປັດຈຸບັນ ເປັນພະນັກງານບໍານານ ກ່ອນກະສຽນ, ແຕ່ກໍຍັງ ຂາຍປະກັນພັຍຊີວິດ ແລະ ຊ່ອຍວຽກ ງານສັງຄົມ ທັງສະມາຄົມ ແລະວັດວາອາຮາມ ເປັນຢ່າງດີມາໂດຍຕລອດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.