ສໍາພາດ ສຸຜາ ໄຊປຣະສິດ ເມ

ສຸພັດຕາ
2018.10.22
(ຊ້າຍ) ຜູ້ພິພາຄສາ ຣິຊເຈີດ ເມ ແລະ ປະທານາທິບໍດີ ບີລ ຄລິນຕັນ ແລະ ຍານາງ ສຸຜາ ເມ (left) Judge Richard Mays and President Bill Clinton in middle and Supha Xayprasith -Mays
RFA/Supha

ຍານາງ ສຸຜາ ເມ ໄຊປຣະສິດ ຊາວລາວ-ອາເມຣິກັນ ທີ່ຄົນລາວຫຼາຍຄົນ ຮູ້ຈັກ ຜ່ານທາງເຟສບຸກ ຈາກຄລິບວິດິໂອ ທີ່ ມີຫົວຂໍ້ວ່າ (ພູມໃຈທີ່ເປັນຄົນເອເຊັຍ ບໍ່ວ່າຈະເປັນຄົນຊາດໃດ ກໍຕາມ ຕ້ອງຮັກຮີດຄອງ ປະເພນີ ແລະ ພາສາຂອງຕົນ) ຊື່ງຄລິບ ວິດີໂອ ດັ່ງກ່າວ ນັ້ນ ມີຄົນເຂົ້າເບິ່ງ ເປັນຈຳນວນຫຼວງຫຼາຍ.

ນອກຈາກຍານາງ ຈະເປັນທີ່ຮູ້ຈັກ ຂອງຄົນລາວ ທາງເຟສບຸກແລ້ວ ຍານາງ ສຸຜາ ຍັງເປັນຄົນ ລາວ-ອະເມຣິກັນ ຜູ້ນຶ່ງ ທີ່ມີຊື່ສຽງ ແລະ ມີຄວາມຮູ້ ຄວາມສາມາດ ຫຼາຍໆດ້ານ ໃນສະຫະຣັດ ອາເມຣິກາ ເຣື້ອງການເຮັດວຽກ ທີ່ປະສົບຜົນສຳເຣັດ ຫຼາຍໆດ້ານ, ຍານາງ ໄດ້ເຮັດວຽກ ໃຫ້ກັບ ບໍຣິສັດ ຊັ້ນນຳ 500 ປາຍບໍຣິສັດ ທີ່ ປະສົມຜົນສຳເຣັດ ລໍ້າລວຍ ໃນທົ່ວໂລກ.

ຍານາງ ເຄີຍເຮັດໜ້າທີ່ ໃນຂແນງຊັພຍາກອນມະນຸດ, ດໍາເນີນການວຽກງານ, ເກນ-ບັນຈຸ ເກັບຂໍ້ມູນ ພວກນັກສຶກສາ ທີ່ຈະຈົບຈາກ ມະຫາວິທຍາໄລ ກ່ອນທີ່ຈະໄປສະໝັກ ເຂົ້າເຮັດວຽກໃນ ບໍຣິສັດຕ່າງໆ, ອໍານວຍຄວາມສະດວກ ການຈັດແບ່ງເວລາ ແລະ ການຝຶກອົບຮົມ ດ້ານບໍຣິຫານ ທັງເປັນອໍານວຍ ການດ້ານການພັທນາ, ດ້ານປະເພດສິນຄ້າ, ດ້ານວາງ ນະໂຍບາຍ ແລະ ວາງຂັ້ນຕອນ ການສົ່ງເຄື່ອງຂາຍ ໃນຫ້າງຊັພສິນຄ້າຕ່າງໆ ຊຶ່ງ ຍານາງ ໄດ້ເຮັດວຽກນີ້ມາ 25 ປີ ປາຍແລ້ວ, ເປັນຕົ້ນ ຫ້າງຊັພສິນຄ້າ ທີ່ໃຫຍ່ທີ່ສຸດໃຫຍ່ ສະຫະຣັດ ເຊັ່ນ: Wal-mart, Sears,  Roebuck, JC penny, Robert Haft ແລະອື່ນໆ...

ເມື່ອຕອນອາຍຸ 20 ປີິ ຍານາງ ສຸຜາ ໄຊປຣະສິດ ເປັນຜູ້ນຶ່ງທີ່ແລ່ນ ເອກສານ ສ້າງຕັ້ງບໍຣິສັດ ໃຫ້ກັບຫ້າງ ຊັພສິນຄ້າ: Wal-mart ແລະ ຍານາງ ຍັງເປັນຜູ້ນຳ ຣະດັບສູງ ຂອງຫ້າງສັພສິນຄ້າ ດັ່ງກ່າວ ຈົນຮອດ ທຸກມື້ນີ້.

ຈາກປະສົບການຫຼາຍໆຢ່າງ ທີ່ຍານາງເຮັດມານັ້ນ ບໍ່ວ່າຈະເປັນດ້ານ ການຄ້າ, ດ້ານການຄັດເລືອກ ນັກສຶກສາ ທີ່ຈະເຂົ້າເຮັດວຽກ ໃນບໍຣິສັດ ໃຫຍ່ໆຕ່າງໆແລ້ວ ຍານາງ ຍັງມີບໍຣິສັດ ທີ່ປຶກສາ ດ້ານທຸຣະກິດການຄ້າ ແລະ ການປົກຄອງ ເປັນຂອງຕົນເອງ ທີ່ມີຊື່ວ່າ (Inclusion one world one Market ຫຼືວ່າ ຮ່ວມກັນ ໂລກດຽວ ຕລາດດຽວ) ເພື່ອຊ່ອຍເຫລືອ ບໍຣິສັດຕ່າງໆໃນທົ່ວໂລກ ທີ່ຕ້ອງການນໍາເຂົ້າ ແລະສົ່ງອອກສິນຄ້າ ມາ ອາເມຣິກາ ຮ່ວມທັງ ຊ່ອຍຜູ້ສມັກເລືອກຕັ້ງ ເປັນເຈົ້າແຂວງ, ເຈົ້າເມືອງ ໃນສະຫະຣັຖ ນໍາດ້ວຍ.

ເມື່ອວັນທີ 24 ກັນຍາ ທີ່ຜ່ານມາ ຍານາງ ສຸຜາ ໄຊປຣະສິດ ໄດ້ເຂົ້າຮ່ວມ ເປັນໂຄສົກ ໃນງານ ສະຫະພັນ ສຳລັບເດັກນ້ອຍ ຣັຖ ອາແຄນຊໍ ທີ່ເຮືອນ ຂອງ ຣ໊ອກກີຟຽວເລີ ນຳອີກ. ສ່ວນວ່າວຽກງານຕ່າງໆ ຂອງ ຍານາງ ມີການດຳເນີນໄປ ແນວໃດນັັ້ນ ເຊີນທ່ານຮັບຟັງ ໃນການສຳພາດ ໄດ້ເລີຍ...

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.