ສັມພາດປະທານ ສະມາຄົມລາວ ຣັຖຢູທາ
2021.04.03
ນັບຕັ້ງແຕ່ ໄດ້ເລີ່ມມີການ ສັກຢາປ້ອງກັນໂຄວິດ-19 ຢູ່ສະຫະຣັຖ ອາເມີຣິກາມາ ຊາວອາເມຣິກັນ ຢູ່ຣັຖຕ່າງໆ ທົ່ວສະຫະຣັຖ ຮວມ ທັງຊາວລາວ-ອາເມຣິກັນ ທີ່ຣັຖຢູທາ ກໍພາກັນ ໄປສັກຢ່າງເປັນຂະບວນ ຊຶ່ງໃນນັ້ນກໍມີຮວມທັງ ທ່ານ ວຽງໄຊ ສຸນດາຣາ ປະທານ ສະມາຄົມລາວ ຢູ່ຣັຖຢູທາ ພ້ອມດ້ວຍພັລຍາ ທີ່ໄດ້ໄປສັກເປັນຕົວຢ່າງ ໃຫ້ຊຸມຊົນຊາວລາວຢູ່ຣັຖນັ້ນ.
ໃນການໃຫ້ສັມພາດ ວິທຍຸເອເຊັຽ ເສຣີໃນມື້ວັນທີ 31 ມີນາ ທີ່ຜ່ານມານີ້ ທ່ານ ວຽງໄຊ ສຸນດາຣາ ກ່າວກ່ຽວກັບເຣື່ອງ ການສັກ ຢາ ວັກຊິນ ຊຶ່ງທ່ານ ໄດ້ສັກໄປແລ້ວ ແລະ ຊາວລາວ ຄົນອື່ນໆ ຢູ່ຣັຖຢູທາ ຊຶ່ງໄດ້ສັກ ແລະ ກໍາລັງໄປສັກຢູ່ ໃນຂນະນີ້ວ່າ ໄດ້ໄປລົງ ທະບຽນ ສັກກ່ອນໝູ່ ສໍາລັບຄົນລາວ ໂດຍສະເພາະພວກອາວຸໂສ ເພື່ອ ຢາກເປັນຕົວຢ່າງ ໃຫ້ແກ່ພວກ ທີ່ຈະໄປສັກຕາມຫຼັງ:
ຟັງສຽງສັມພາດ.............…………
ທ່ານ ວຽງໄຊ ສຸນດາຣາ ປະທານສະມາຄົມລາວ ທີ່ຣັຖຢູທາ ສະຫະຣັຖອາເມຣິກາ. ເບື້ອງຕົ້ນ ທ່ານໄດ້ເປັນ ເລຂາສະມາຄົມ ທີ່ໄດ້ ຖືກສ້າງຕັ້ງ ຂຶ້ນໃນປີ 1977 ຄືກ່ອນ ທີ່ທ່ານມາເຖິງ ຣັຖຢູທາ. ທ່ານຮ່ວມກັບ ໝູ່ເພື່ອນຫຼາຍຄົນ ປະກອບສ່ວນ ຊ່ອຍຊຸມຊົນລາວ, ເຕົ້າໂຮມຄວາມ ສາມັກຄີ, ຮັກແພງ, ຊ່ອຍເຫຼືອຊຶ່ງກັນ ແລະກັນ ໃນເຣື່ອງວຽກງານ, ຊີວິດການເປັນຢູ່, ເວລາ ເຈັບປ່ວຍ-ເສັຽຊີວິດ, ໃນເຮື່ອງສັງຄົມ-ວັທນະທັມ, ວັດວາສາສນາ ເປັນຕົ້ນໃນໄລຍະທີ່ໂຄວິດ-19 ລະບາດຢູ່ນີ້ ກໍໄດ້ຕິດຕໍ່ຫາກັນຢູ່ຕລອດ ເພື່ອໃຫ້ ຄໍາ ປຶກສາ ຊ່ອຍເຫຼືອກັນ ບໍ່ໃຫ້ ຕິດໄວຣັດນີ້.
ທ່ານ ວຽງໄຊ ສຸນດາຣາ ມາຢູ່ຣັຖຢູທາ ປີ 1980 ຄືຕັ້ງແຕ່ມາເຖິງ ສະຫະຣັຖອາເມຣິກາ. ປັດຈຸບັນ ທ່ານພ້ອມດ້ວຍພັລຍາ ບໍານານ ແລ້ວ. ທ່ານເປັນ ອາດີດເຈົ້າໜ້າທີ່ ກົມແຮງງານ ຝ່າຍຈັດຫາງານ ຂອງຣັຖຢູທາ ແລະ ຊ່ອຍເຫຼືອສັງຄົມລາວ ເປັນຢ່າງດີ ຕລອດມາ ເປັນຕົ້ນ ໃນໄລຍະ ທີ່ທາງການຣັຖຢູທາ ລະດົມຄົນ ຕ້ານການລະບາດ ຂອງໂຄວິດ-19 ຢູ່ນີ້ ທ່ານກໍໄດ້ຕິດຕາມ ຂ່າວຂອງທາງການ ທີ່ໃຫ້ຄໍາແນະນໍາ ແລ້ວເຜີຍແຜ່ ໃຫ້ຊຸມຊົນລາວຊາບ ແລະໄດ້ໄປສັກຢາ ປ້ອງກັນໄວຣັສນັ້ນ ກ່ອນໝູ່ ສໍາລັບຄົນລາວ ເປັນຕົວຢ່າງ ໃຫ້ແກ່ ຜູ້ທີ່ ຈະໄປສັກຕາມຫຼັງ.