ສໍາພາດຍິງລາວເຜົ່າ "ມຽນ"

ສົມເນ
2014.12.10
F-Kathy ແມ່ຍິງລາວອະເມຣິກັນ ເຜົາມຽນ ຍານາງ Kathy Chao Rothberg ໄດ້ຖືກແຕ່ງຕັ້ງ ໃຫ້ເປັນເຈົ້າເມືອງ
Kathy Chao Rothberg

 

ຍານາງ Kathy Chao Rothberg ຊົນເຜົ່າ ມຽນ ຈາກ ລາວ ປັດຈຸບັນ ເປັນ ເຈົ້າເມືອງໆ San Pablo ຣັຖ ຄາລີຟໍເນັຽ ໃຫ້ ທັສນະ ວ່າ ຊາວ ອົພຍົບ ຈາກ ປະເທດ ລາວ ລຸ້ນ ທໍາອິດ ນີ້ ມີຫລາຍຄົນ ໄດ້ປະສົບ ຄວາມ ສໍາເຣັດ ໃນໜ້າທີ່ ວຽກ ງານ ຢູ່ ສະຫະຣັຖ ອະເມຣິກາ. ຄວາມສໍາເຣັດ ຂອງ ຄົນລຸ້ນ ທໍາອິດ ໃນ ຣະດັບ ທ້ອງຖິ່ນ ນີ້ ເປັນການ ສ້າງທາງ ໃຫ້ຄົນ ຊົນເຜົ່າ ຕ່າງໆ ຈາກ ລາວ ລຸ້ນ ຕໍ່ໄປ ກ້າວໄປໄກ ກວ່ານີ້ ໄດ້.

ເມື່ອອາທິດ ຜ່ານມາ ຂ່າວ ຍານາງ Cathy Chao Rothberg ຊົນເຜົ່າ ມຽນ ຈາກ ລາວ ຖືກ ແຕ່ງຕັ້ງ ໃຫ້ເປັນ ເຈົ້າ ເມືອງ San Pablo ຣັດ ຄາລີຟໍເນັຽ ໄດ້ສ້າງ ຄວາມສົນໃຈ ບໍ່ນ້ອຍ ແກ່ ຊາວລາວ ທຸກຊົນ ເຜົ່າ ຢູ່ໃນ ສະຫະຣັຖ ອະເມຣິກາ. ຫຼາຍຄົນໄດ້ ອ່ານຂ່າວ ແລ້ວ ສົ່ງ ຄວາມເຫັນ ແລະ ຄໍາ ສັລເສີນ ມາໃຫ້ ນາງ.

ເມືອງ ແຊັນປາບໂລ ຫ່າງຈາກ ນະຄອນ ແຊັນ ແຟຣນຊິສໂກ ພາກ ຕະເວັນອອກ ປະມານ 20 ກ່ວາ ກິໂລແມັດ ເທົ່ານັ້ນ. ເມືອງນີ້ ມີ ປະຊາກອນ ທັງໝົດ ປະມານ 30,000 ຄົນ ໃນນັ້ນ ເປັນຄົນ ຈາກ ເອເຊັຽ, ຟີລິບປິນ, ອິນເດັຽ, ວຽດນາມ ຈີນ, ມຽນ, ລາວ, ລື້, ຂະມູ້ ລວມ ທັງໝົດ ປະມານ 20 ສ່ວນຮ້ອຍ ຫລື 6,000 ຄົນ. ສໍາລັບ ຊົນຊາຕ ຈາກ ລາວ ມີ ທັງໝົດ ປະມານ 2,500 ຄົນ. ຊົນຊາຕ ສ່ວນໃຫຍ່ ຢູ່ໃນ ເມືອງ ນັ້ນ ອັນດັບນຶ່ງ ແມ່ນ ລາຕີໂນ ລອງລົງມາ ກໍແມ່ນ ຊາວ ອາຟຣິກກັນ ອາເມຣິກັນ ແລ້ວຈຶ່ງ ແມ່ນ ເອເຊັຽທີ່ ນ້ອຍກວ່າ ໝູ່ ແມ່ນຄົນ ຜີວຂາວ.

ເມື່ອ ເອເຊັຽ ເສຣີ ບອກວ່າ ເລົ່າໃຫ້ ເຮົາຟັງ ເບິ່ງດູ ກ່ຽວກັບ ຄວາມ ສໍາເຣັດ ຂອງ ເຈົ້າ ຄັ້ງນີ້? ຍານາງກໍ Kathy ວ່າ:  ເຊີນທ່ານຟັງ ສຽງສໍາພາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.