ກອງປະຊຸມນາໆຊາດລາວສຶກສາ ຄັ້ງທີ 5

ຈ​ເຣີນ​ສຸ​ຂ
2016.07.11
ວິນຍາ ສາຍສມຸດ, ຜູ້ອຳນວຍການ ສູນລາວສຶກສາ ດຣ. ວິນຍາ ສາຍສມຸດ, ຜູ້ອຳນວຍການ ສູນລາວສຶກສາ
RFA/Chareunsouk

ກອງປະຊຸມນາໆຊາດ ລາວສຶກສາ ຄັ້ງທີ 5 ນີ້ ໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 8 ເດືອນກໍຣະກະດາ ປີ 2016 ທີ່ມະຫາວິທຍາລັຍ ທັມມະສາດ, ບາງກອກ ປະເທດໄທ, ໂດຍ ຄະນະບໍດີ ຄະນະສິລປະສາດ ທີ່ມະຫາວິທຍາລັຍ ແລະ ດຣ. ວິນຍາ ສາຍສມຸດ, ຜູ້ອຳນວຍການ ສູນລາວສຶກສາ ແລະ ທ່ານ ປຣານີ ຊະນະນິກອນ, ປະທານ ຄະນະກັມມະການ ສູນລາວສຶກສາ ໄດ້ກ່າວເປີດພິທີ ຢ່າງເປັນທາງການ.

ທ່ານ ວິນຍາ ສາຍສມຸດ ກ່າວໃນຕອນນຶ່ງວ່າ:

“ຍິນດີ ຕ້ອນຮັບທຸກໆທ່ານ ເຂົ້າສູ່ກອງປະຊຸມ ທີ່ຍິ່ງໃຫຍ່ ໃນຄັ້ງນີ້. ສູນລາວສຶກສາ ແລະ ມະຫາວິທຍາລັຍ ທັມມະສາດ ໄດ້ຮ່ວມໄມ້ຮ່ວມມື ປະສານວຽກງານ ຈັດກອງປະຊຸມຂຶ້ນ ມື້ນີ້ ເພື່ອສ້າງເວທີ ສາກົນ ໃຫ້ແກ່ນັກວິຊາການ ແລະ ປະຊາຄົມ ທີ່ສົນໃຈ ໃນພາກວິຊາລາວສຶກສາ ກໍເພື່ອໃຫ້ໂອກາດ ການເຕົ້າໂຮມສົນທະນາ ປຶກສາ ແລະ ຮຽນຮູ້ ປະເດັນຕ່າງໆ ກ່ຽວກັບລາວ.”

ກອງປະຊຸມ ຄັ້ງນີ້ ມີຜູ້ເຂົ້າຮ່ວມ ປະມານ 300 ຄົນ, ໃນນັ້ນ ມີນັກວິຊາການ, ນັກຄົ້ນຄວ້າ ແລະ ນັກສຶກສາຊັ້ນສູງ ເຂົ້າຮ່ວມປາໃສ ແລະ ສເນີ ຜົນງານການຄົ້ນຄ້ວາ ປະມານ 100 ຄົນ.

ໃນຂະນະດຽວກັນ ທ່ານ ປຣານີ ຊະນະນິກອນ, ປະທານ ຄະນະກັມມະການ ສູນລາວສຶກສາ ກໍໄດ້ກ່າວ ໃນຕອນນຶ່ງ ວ່າ:

“ຂ້າພະເຈົ້າ ຫວັງວ່າ ການປະຊຸມຄັ້ງນີ້ ນັກວິຊາການ, ນັກສຶກສາ ແລະ ນັກຄົ້ນຄວ້າ ຈະໄດ້ມີໂອກາດ ສົນທະນາ ແລກປ່ຽນ ຄວາມຄິດຄວາມເຫັນ ແລະ ສົນທະນາກັນ ໃນສະພາບ ຂອງຄົນລາວ ໃນໂລກປັຈຈະບັນ.”

ຫົວຂໍ້ ທີ່ນັກຄົ້ນຄວ້າ ແລະ ວິຊາການ ນຳມາສເນີ ມີຫລາຍປະເດັນແຕກຕ່າງກັນ, ຮວມທັງ ການອະນຸຮັກ ປະເພນີ ວັທນະທັມ, ການພັທນາ ແບບຢືນຢົງ, ການສ້າງເຂື່ອນ ແລະ ການລົງທຶນ ຂອງນັກລົງທຶນຈີນ ທີ່ມີຜົນກະທົບ ຕໍ່ທັມມະຊາດ ແລະ ຊາວບ້ານທ້ອງຖິ່ນ.

ກອງປະຊຸມນາໆຊາດ ລາວສຶກສາ ມີກຳນົດຈັດຂຶ້ນ ທຸກໆ 3 ປີ. ສຳລັບ ຄັ້ງທີ 5 ນີ້ ມີກຳນົດ ຈັດຂຶ້ນ ແຕ່ວັນທີ 8 ຫາ 10 ກໍຣະກະດາ ປີ 2016 ພາຍຫລັງ ທີ່ຄັ້ງທີ 4 ໄດ້ຈັດຂຶ້ນ ເມື່ອປີ 2013 ທີ່ມະຫາວິທຍາລັຍ ວິສຄອນຊີນ-ແມນດີເຊິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.