ບັນຫາສິດທິມະນຸດ ຢູ່ລາວ


2013.12.06
F-Alliance-democracy ອົງການ ພັນທະມິຕ ເພື່ອ ປະຊາທິປະໄຕ ໃນ ລາວ
Alliance for democracy in Laos

 

ກອງປະຊຸມ ທີ່ພັນທະມິດ ເພຶ່ອປະຊາທິປະຕັຍໃນລາວ ແລະອົງການ ຊົນເຜົ່າພຶ້ນເມືອງຂອງສະຫະປະຊາຊາດຈັດຂຶ້ນ ທີ່ກຸງປາຣີ ປະເທດ ຝຣ່ັງເສດ ວັນທີ 1 ທັນວາ 2013 ເພຶ່ອຫາລືສະພາບການອັນເຄັ່ງ ຮ້ອນ ຢູ່ ສປປລາວ ເປັນຕົ້ນບັນຫາຣະເມີດສິດທິມະນຸດ ຮ່ວມທັງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.

ພັນທະມິດ ເພື່ອປະຊາທິປະຕັຍ ໃນລາວ ແລະ ອົງການຊົນເຜົ່າພື້ນ ເມືອງ ຂອງ ສະຫະປະຊາຊາດ INDIGENOUS ຈັດກອງປະຊຸມ ຂຶ້ນທີ່ກຸງປາຣີ ປະເທສຝຣັ່ງເສດ ໃນວັນທີ 1 ທັນວາ 2013 ເພື່ອ ປຶກສາຫາລືກ່ຽວກັບສະພາບ ການອັນເຂັ່ງຮ້ອນຢູ່ ສປປລາວ ເປັນ ຕົ້ນບັນຫາການຣະເມີດສິດທິມະນຸດ ຮວມທັງການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນດີເດັ່ນ ຊຶ່ງປະຊາຊົນລາວ ແລະທາງສາກົນ ໃຫ້ຄວາມສົນໃຈຫລາຍ ແລະຮຽກຮ້ອງໃຫ້ທາງ ການລາວ ເປີດເຜີຍຄວາມຈິງ ຕໍ່ສາທາຣະນະຊົນ ໄດ້ຮູ້.

ກອງປະຊຸມເທື່ອນີ້ ມີຄວາມໝາຍສໍາຄັນ ຊຶ່ງມີທັງຜູ້ຕາງໜ້າອົງການ ຈັດຕັ້ງທາງການເມືອງ ແລະສັງຄົມຕ່າງໆຂອງລາວ ແລະ ສາກົນ ເຂົ້າຮ່ວມຮວມທັງ ດຣ. ບຸນ ທອນ ຈັນທະລາວົງ-ວີເຊີ ປະທານ ພັນທະມິດເພື່ອປະຊາທິປະຕັຍໃນລາວ ສາສດາຈານ Joshua Cooper ຜູ້ອໍານວຍການອົງການຊົນເຜົ່າພື້ນເມືອງ ຂອງ ສະຫະປະຊາຊາດ ແລະທັງເປັນຜູ້ປະສານງານ ຂອງສະຫະປະຊາຊາດກັບອົງການທີ່ ບໍ່ສັງກັດຣັຖບາລ NGO ແລະມາດາມ Jane Moller Larson ຈາກອົງ ການສນັບສນູນຂ່າວສານສາກົນ IMS ນໍາດ້ວຍ.

ເວົ້າເຖິງກອງປະຊຸມ ທີ່ວ່າຄວາມສໍາຄັນນັ້ນ ດຣ.ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດເພື່ອປະຊາທິປະຕັຍໃນລາວ ແລະທັງເປັນ ປະທານຄູ່ກອງປະຊຸມ ມີຄວາມເຫັນວ່າ:

.....ສຽງ....

ໃນຕອນທ້າຍຂອງການໃຫ້ ເອເຊັຍເສຣີສໍາພາດ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ກໍຖືໂອກາດ ແຈ້ງໃຫ້ຊາວລາວ ທັງຢູ່ພາຍໃນປະເທສ ແລະຢູ່ຕ່າງປະເທສ ຊາບທົ່ວເຖິງກັນວ່າການຕໍ່ສູ້ ເພື່ອປະຊາທິປະຕັຍແລະສິດທິມະນຸດໃນລາວ ນັບມື້ນັບກວ້າງຂວາງ ແລະສາກົນກໍສົນໃຈ ຫລາຍຂຶ້ນ:

.....ສຽງ........

ດຣ.ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດເພື່ອປະຊາທິປະຕັຍໃນລາວ ແລະທັງເປັນປະທານຄູ່ກອງປະຊຸມກ່າວວ່າກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນຫລາຍ ສໍາລັບຂະບວນການ ຕໍ່ສູ້ ເພື່ອຄວາມເປັນທັມ ແລະ ສໍາລັບຊາວລາວ ທີ່ຕົກຢູ່ພາຍໃຕ້ ຣະບອບການປົກຄອງ ແບບຜະເດັດການຢູ່ ສປປລາວ ຊຶ່ງຢູ່ເໜືອ ຣະບຽບກົດໝາຍ ແລະວ່າ ກອງປະຊຸມຮຽກຮ້ອງໃຫ້ທາງການລາວເຄົາຣົບສິດເສຣີພາບ ແລະ ປະຊາທິປະຕັຍ ຂອງປະຊາຊົນ ຮວມທັງ ທວງໃຫ້ເປີດເປີດເຜີຍຄວາມຈິງ ກ່ຽວກັບການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຜູ້ໄດ້ ຮັບຣາງວັນ ແມັກໄຊໄຊ ຍ້ອນຜົລງານອັນດີເດັ່ນ ຂອງທ່ານ ໃນການພັທນາຊຸມຊົນລາວນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.