ຄົນງານລາວ ແລະ ກັມພູຊາ ຖືກຊ່ອຍ ຈາກນາຍຈ້າງຂົ່ມເຫັງ
2018.02.16

ເຈົ້າໜ້າທີ່ໄທ ແລະ ມູລນິທິ ເຄືອຂ່າຍສົ່ງເສີມ ຄຸນນະພາບ ຊີວິດແຮງງານ ຫຼື Labour Rights Promotion Network (LPN) ຊ່ອຍເຫຼືອຄົນງານລາວ ແລະ ກັມພູຊາ 20 ປາຍຄົນ ໃນໂຮງນໍ້າກ້ອນ ແຫ່ງນຶ່ງ ທີ່ແຂວງນົນທະບູຣີ ໃນຕອນທ່ຽງ ຂອງວັນສຸກ ທີ 16 ກຸມພາ 2018 ນີ້ ພາຍຫຼັັງ ໄດ້ຮັບແຈ້ງ ຈາກຄົນງານກັມພູຊາ ຄົນນຶ່ງ ທີ່ຫຼົບໜີ ອອກຈາກ ໂຮງງານແຫ່ງນີ້ ມາໄດ້. ລາວ ແລະ ຄົນງານອື່ນໆ ທີ່ເຮັດວຽກ ຢູ່ໃນໂຮງງານນັ້ນ ຖືກຂົ່ມຂູ່ ດ້ວຍມີດຫຼາຍຄັ້ງ ແລະ ຖືກໃຊ້ງານໜັກ ຕ້ອງເຮັດວຽກ ຕັ້ງແຕ່ 5 ໂມງເຊົ້າຫາ 5 ໂມງແລງທຸກມື້ ແລະ ຄ່າແຮງ ກໍໄດ້ພຽງ ມື້ລະ 200 ບາດ.
ຫຼັງຈາກ ສອບປາກຄໍາ ຄົນງານທັງໝົດແລ້ວ, ທ່ານສມັກ ທັບທານີ, ຜູ້ອໍານວຍການ ຜແນກປາບປາມການຄ້າມະນຸດ ມູລນິທິ LPN ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ: ມີຄົນງານລາວ 7 ຄົນ, ເປັນຜູ້ຍິງ 2 ຄົນອາຍຸ ເກີນ 18 ປີ ໝົດທຸກຄົນ. ແລະ ຈາກທີ່ເຮົາ ໄດ້ສອບປາກຄໍາ ຄົນງານ ລາວ ແລະ ກັມພູຊາ ແລະ ໄດ້ໄປເບິ່ງ ຫ້ອງພັກ ອີ່ຫຍັງຕ່າງໆ ເບື້ອງຕົ້ນ ກໍພົບວ່າ ຄົນງານ ບໍ່ມີໃຜ ມີເອກສານຫຍັງເລີຍ ແລະ ກໍຖືກນາຍຈ້າງ ກະທໍາ ເຂົ້າຂ່າຍ ຄ້າມະນຸດແທ້ ໂດຍສເພາະ ຄົນງານຊາຍ ທີ່ຫຼາຍຄົນ ເວົ້າຄືກັນວ່າ ລູກນ້ອງ ຂອງນາຍຈ້າງ ມັກເອົາອາວຸດມີຄົມ ມາຂົ່ມຂູ່ ຂະເຈົ້າ, ຊຶ່ງລູກນ້ອງຄົນນີ້ ກໍຍອມຮັບສາຣະພາບແລ້ວ ຂະນະທີ່ ເຈົ້າໜ້າທີ່ ບຸກເຂົ້າໂຮງງານ.
ທ່ານ ສມັກ ບອກອີກວ່າ ນອກຈາກ ຄົນງານຖືກຂົ່ມຂູ່ແລ້ວ ກໍມີການກັກບໍຣິເວນຄົນງານ ບໍ່ໃຫ້ອອກນອກເຂດໂຮງງານ ມີການໃຊ້ງານ ເກີນເວລາ ທີ່ກົດໝາຍ ກໍານົດທຸກມື້. ສ່ວນຄ່າແຮງງານ ທາງນາຍຈ້າງ ກໍບໍ່ໃຫ້ຕາມກົດໝາຍ ແຮງງານໄທ ກໍານົດໃຫ້. ສ່ວນໃຫຍ່ ຄົນງານ ໄດ້ ຄົນລະ 200 ຫາ 200 ປາຍບາດ ຕໍ່ມື້ເທົ່ານັ້ນ.
ເຈົ້າໜ້າທີ່ຕໍາຣວດ ແລະ ເຈົ້າໜ້າທີ່ ກະຊວງແຮງງານໄທ ໄດ້ຕັ້ງຂໍ້ກ່າວຫາ ນາຍຈ້າງ ເບື້ອງຕົ້ນ ໄວ້ແລ້ວ 6 ຂໍ້ຄື:
1. ບັງຄັບໃຊ້ແຮງງານ ໜັກເກີນເວລາ ກົດໝາຍກໍານົດ
2. ຂົ່ມຂູ່ລູກຈ້າງ ດ້ວຍມີດ
3. ໃຊ້ແຮງງານຕ່າງດ້າວຜິດກົດໝາຍ
4. ຈ່າຍຄ່າແຮງຕໍ່າກວ່າ ກົດໝາຍແຮງງານ
5. ກັກບໍຣິເວນ ຄົນງານ ບໍ່ໃຫ້ອອກຈາກໂຮງງານ ຫຼື ກັກຂັງໜ່ວງໜ່ຽວ
6. ໃຫ້ທີ່ພັກ ແກ່ຄົນງານຜິດກົດໝາຍ.
ສໍາລັບ ຄົນງານລາວ ທີ່ໄດ້ຊ່ອຍອອກມາ ມີທັງໝົດ 7 ຄົນ. ໃນນັ້ນ 5 ຄົນ ເປັນຊາຍ ອາຍຸເກີນ 20 ປີ ມາຈາກແຂວງ ຈໍາປາສັກ ແລະ ອີກ 2 ຄົນ ເປັນແມ່ຍິງ ອາຍຸເກີນ 18 ປີ ມາຈາກແຂວງ ສາຣະວັນ. ທັງໝົດ ບໍ່ມີເອກສານ ຫຍັງເລີຍ ຊຶ່ງຂະນະນີ້ ຕໍາຣວດ ແລະ ເຈົ້າໜ້າທີ່ ກະຊວງແຮງງານ ໄດ້ພາໂຕຂະເຈົ້າ ໄປສະຖານີຕໍາຣວດ ແຂວງນົນທະບູຣີແລ້ວ ແລະ ກໍາລັງສອບປາກຄໍາ ເພີ່ມຕື່ມ ຢ່າງຣະອຽດ ເປັນຣາຍບຸກຄົນ ເພື່ອລໍຖ້າ ດໍາເນີນການ ຂັ້ນຕໍ່ໄປ.