ຄົນລາວຂົນຢາເສບຕິດ ຂ້າມຂອງ ຖືກຈັບຢູ່ໄທຍ
2021.05.13
ເຈົ້າໜ້າທີ່ໄທຍ ແຂວງໜອງຄາຍ ຈັບພວກຄ້າຢາເສບຕິດ ຄືຄົນລາວ 3 ຄົນ ພ້ອມຂອງກາງຢາມ້າ 6,401,200 ເມັດ ທີ່ລັກຂົນ ເຂົ້າມາ ຢູ່ແຄມແມ່ນໍ້າຂອງ ໝູ່ 2 ກຸ່ມໂພນສາ ເມືອງທ່າບໍ່ ແຂວງໜອງຄາຍ ປະເທດໄທຍ ໃນມື້ວັນທີ 11 ພຶສພາ 2021 ແລະ ຈັບແມ່ຍິງໄທຍ 1 ຄົນ ທີ່ຂັບຣົດມາຮັບເອົາ ຢາເສບຕິດ ຢູ່ບໍຣິເວນດັ່ງກ່າວ. ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງໄທຍໄດ້ນໍາຕົວຜູ້ຕ້ອງຫາ ທັງ 4 ຄົນ ນັ້ນໄປຝາກຂັງຢູ່ຄຸກ ໃນສານແຂວງໜອງຄາຍ ແລະ ສືບສວນ-ສອບສວນ ຫາຂະບວນການຄ້າຢາເສບຕິດ ຣາຍໃຫຍ່ ນີ້ຕື່ມ, ອີງຕາມຄໍາເວົ້າ ຂອງ ພົນຕໍາຣວດຕຣີ ກິດຕິສັກ ຈໍາຣັດປະເສີດ ຜູ້ບັງຄັບການຕໍາຣວດ ພູທອນ ແຂວງໜອງຄາຍ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 13 ພຶສພາ 2021 ນີ້:
“ຕອນນີ້ ເບື້ອງຕົ້ນໄດ້ນໍາຜູ້ຕ້ອງຫາ ທັງໝົດນັ້ນ ໄປຝາກຂັງຢູ່ຄຸກ ພາຍໃນສານ ແຂວງໜອງຄາຍ, ຂອງກາງແມ່ນຢາເສບຕິດ, ໄດ້ສັ່ງໃຫ້ພະນັກງານ ສອບສວນແລ້ວ, ຂນະນີ້ຢູ່ໃນ ຣະຫວ່າງການ ດໍາເນີນການສອບສວນ.”
ພ້ອມກັນນັ້ນ ເຈົ້າໜ້າທີ່ຕໍາຣວດຂແນງ ສືບສວນ-ສອບສວນ ເມືອງທ່າບໍ່ ແຂວງໜອງຄາຍ ກໍໄດ້ກ່າວວ່າ ໃນເບື້ອງຕົ້ນ ຄົນລາວ 3 ຄົນ ຖືກຂໍ້ຫານໍາຢາເສບຕິດ ເຂົ້າປະເທດໄທຍ ແບບຜິດກົດໝາຍ ແຕ່ຍັງບໍ່ທັນໄດ້ປະສານຫາ ເຈົ້າໜ້າທີ່ທາງການລາວເທື່ອ. ແລະ ວ່າຜູ້ຕ້ອງຫາທີ່ເປັນຄົນລາວ 3 ຄົນ ນັ້ນຈະຖືກສານໄທຍ ຕັດສິນຕາມກົດໝາຍໄທຍ ດັ່ງທີ່ທ່ານໄດ້ກ່າວ ໃນມື້ດຽວກັນນັ້ນວ່າ:
“ຫຼັງການສອບສວນ ຮິບໂຮມຫຼັກຖານແລ້ວ ກໍມີອໍານາດຂໍໃຫ້ສານຝາກຂັງ 84 ມື້, ໃຫ້ຂໍ້ມູນແລ້ວພາຍໃນ 84 ມື້, ຕ້ອງຮິບໂຮມ ພິຍານຫຼັກຖານຂອງກາງ ເປັນຂໍ້ມູນໃຫ້ສານ ເພິ່ນຟ້ອງຄົນລາວທັງ 3 ຄົນ. ສ່ວນການພິຈາຣະນາຄະດີ ສານຈະຕັດສິນແນວໃດ ຫລັງຈາກ 84 ມື້ກໍບໍ່ຮູ້, ຍັງບໍ່ທັນໄດ້ປະສານ ກັບລາວເທື່ອ ຍ້ອນຄະດີເກີດຂຶ້ນ ເມື່ອວັນສອງວັນນີ້ ກໍເຮັດຫຍັງບໍ່ທັນຢູ່ແລ້ວ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ກົມຕໍາຣວດ ປ້ອງກັນຢາເສບຕິດ ກະຊວງປ້ອງກັນຄວາມສງົບ ກ່າວໃນມື້ດຽວກັນນັ້ນວ່າ ຍັງບໍ່ທັນ ໄດ້ຮັບຣາຍງານຈາກທາງໄທຍ ເທື່ອ ແລະ ບໍ່ເຊື່ອ ວ່າຈະມີບັນຫານີ້ເກີດຂຶ້ນ ຍ້ອນໄລຍະນີ້ບໍ່ມີໃຜ ຈະຂ້າມນໍ້າຂອງໄປມາໄດ້:
“ເຂົາກໍບໍ່ເຫັນແຈ້ງມາ ຖ້າເຂົາປະສານມາພຸ້ນແຫຼະ ກໍດໍາເນີນຄະດີຟູ່ໄທຍພຸ້ນແຫຼະ ເຂົາຈັບໄດ້ຢູ່ໄທຍ ມັນບໍ່ມີຕິ ຊ່ວງນີ້ນ່າ.”
ເຖິງແມ່ນວ່າ ໄລຍະນີ້ຈະປິດບ້ານ ປິດເມືອງ ແຕ່ປະຊາຊົນຢູ່ບ້ານນາສາລາ ເມືອງໄຊທານີ ນະຄອນຫລວງວຽງຈັນ ກໍເວົ້າວ່າ ພາຍໃນບ້ານຂອງຕົນນີ້ ກໍຍັງມີປະກົດການຊື້-ຂາຍ ຢາມ້າ ປານຂາຍຂນົມ ແລະມີຄົນຕິດຢາເສບຕິດຫຼາຍ ໂດຍສະເພາະແມ່ນ ກຸ່ມຊາວໜຸ່ມ ທີ່ຖືກພວກເສບມາກ່ອນ ຊັກຊວນໃຫ້ເສບ.
ດັ່ງນັ້ນຈຶ່ງຢາກໃຫ້ຕໍາຣວດ ປ້ອງກັນຄວາມສງົບ ປາບປາມຢ່າງຈິງຈັງ ຍ້ອນກອງຫຼອນບ້ານບໍ່ສາມາດເຮັດໄດ້ ເນື່ອງຈາກກຸ່ມ ຊື້ຂາຍຢາເສບຕິດ ພາຍໃນບ້ານ ເປັນກຸ່ມທີ່ມາອິດທິພົນ ດັ່ງທີ່ທ່ານກ່າວວ່າ:
“ອັນສໍາລັບພວກມັນ ຂາຍຍ່ອຍຢູ່ບ້ານນີ້ ມັນຂາຍພໍປານຂາຍຂນົມນີ້ແຫຼະ ກໍຕິດຫຼາຍເດ໋ ເປົ້າໝາຍເສບຢານີ້ ມັນບໍ່ຮອດ 100 ຄົນ ກໍຍັງໜ້ອຍ ອັນອື່ນບໍ່ວ່າ ຄັນມັນສິເສັຍເສັ້ນ ມັນບ້າ ມັນຕາຍໝົດ ກໍບໍ່ວ່າດອກ ມັນມາຊັກຊວນໃຫ້ວັຍລຸ້ນເຮົານີ້ ມັນເສັຍຫາຍ ຢາມ້າ ຂໍໃຫ້ເປັນໜ້າທີ່ຂອງຕໍາຣວດ ກໍຣະນີຜົລກະທົບຈັ່ງຊີ້ ມີຜູ້ໃດຮັບຜິດບໍ່ລະ.”
ສ່ວນຢູ່ບ້ານສົງເປືອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຊາວບ້ານເວົ້າວ່າ ຍາມນີ້ ບໍ່ຄ່ອຍເຫັນພວກລັກຊື້-ຂາຍຢາເສບຕິດ ຫຼາຍປານໃດ ຍ້ອນເປັນໄລຍະທີ່ມີ ການປິດບ້ານປິດເມືອງ ແລະ ເຈົ້າໜ້າທີ່ກໍປາບປາມ. ແຕ່ເຖິງຢ່າງໃດກໍຕາມ ກໍຍັງຮຽກຮ້ອງໃຫ້ ເຈົ້າໜ້າທີ່ ໝັ່ນກວາດລ້າງຢາເສບຕິດ ນີ້ຕໍ່ໄປ ເພື່ອບໍ່ໃຫ້ມີປາກົດການ ອັນບໍ່ດີຕ່າງໆ ເກີດຂຶ້ນໃນສັງຄົມ ດັ່ງທີ່ທ່ານກ່າວວ່າ:
“ມີ ກໍເລັກໆນ້ອຍໆ ນ່າ ດຽວນີ້ນ່າ ດຽວກໍາລັງປາບປາມຢູ່ແຖວບ້ານ ຄັນມີນະ. ຢາກໃຫ້ເຈົ້າໜ້າທີ່ເພິ່ນກວດລ້າງ ໂລດຫັ້ນແຫຼະ ຄັນມີວ່າແຊ້ນສະ ລໍ່ຢາກໃຫ້ເຫລືອໃຫ້ຫລໍ ຢາກເຮັດໃຫ້ບ້ານເຮົານີ້ ມັນມີຄວາມສງົບວ່າຊັ້ນສະ ເນາະ ຄັນມີພວກອັນນີ້ ມັນວຸ້ນວາຍ ຈັກມີຂີ້ລັກ ຈັກຂ້າພໍ່ຕີແມ່ ຫລືວ່າສ້າງວຸ້ນວາຍ ໃຫ້ບ້ານເມືອງ ຫັ້ນນ່າ.”
ກ່ຽວກັບການປາບປາມຢາເສບຕິດ ຢູ່ລາວ ຫ້ອງວ່າການສໍານັກງານ ນາຍົກຣັຖມົນຕຣີ ໄດ້ອອກແຈ້ງການດ່ວນ ເລກທີ 498/ຫສນຍ ວັນທີ 12 ພຶສພາ 2021 ທີ່ຣະບຸເຖິງການຈັດຕັ້ງ ປະຕິບັດວາຣະແຫ່ງຊາດ ວ່າດ້ວຍການຄວບຄຸມ, ສະກັດກັ້ນ ຕ້ານຢາເສບຕິດ.