ເຣື້ອງທີ່ເກັບບັນທຶກໄວ້
2024-08-21
ແກ້ງ ຄອລເຊັນເຕີ້ໃນເຂດສາມຫຼ່ຽມຄຳຖືກເຈົ້າໜ້າທີ່ກວາດລ້າງຢ່າງໜັກເຊິ່ງສາມາດຈັບໄດ້ເພີ່ມຕື່ມອີກ 700 ປາຍຄົນ ລວມ 15 ສັນຊາດ ໃນນັ້ນ ຫົວໜ້າແມ່ນຄົນຈີນ ລວມ 18 ບໍລິສັດ.
2024-08-19
ໃນປັດຈຸບັນປະຊາຊົນລາວ ຍັງພົບເຫັນນາຍໜ້າລາວໂພດສ໌ໂຄສະນາຫາແມ່ຍີງລາວໄປເປັນເມັຍຄົນຈີນຢູ່ໃນສື່ສັງຄົມອ໋ອນລາຍໂດຍສະເພາະ ເຟສບຸກ ແລະ ຕິກຕ໋ອກ ໂດຍໃຫ້ຂໍ້ສະເໜີໃຫ້ຄ່າດອງຫຼາຍເຖີງ 100-120 ລ້ານກີບຖ້າໜ້າຕາງາມກໍ່ໄດ້ຫຼາຍກ່ວາ 120-150 ລ້ານກີບ.
2024-08-15
ມີຂໍ້ມູນຈາກກອງທຶນປະຊາກອນ ແຫ່ງສະຫະປະຊາຊາດ ລະບຸວ່າ ສປປ ລາວ ເປັນປະເທດທີ່ມີອັດຕາ ແຕ່ງດອງ ແລະການຖືພາ ໃນໄວໜຸ່ມ ສູງທີ່ສຸດໃນອາຊ້ຽນ ຂະນະທີ່ ສູນກາງຊາວໜຸ່ມລາວ ຈັດກິດຈະກຳສື່ໃຫ້ເຫັນເຖິງຜົນເສັຍ ຈາກການແຕ່ງດອງ ແລະຖືພາກ່ອນໄວ.
2024-08-13
ສູນສະແກມເມີ ທາງໄຊເບີ ຢູ່ລາວ ສ່ວນໃຫຍ່ ມີຢູ່ແຂວງພາກເໜືອ ຂອງປະເທດ ຊຶ່ງທາງການລາວ ແລະທາງການຕ່າງປະເທດ ຮ່ວມມືກັນປະກາດໃຫ້ພວກເຂົາ ທີ່ຍັງສືບຕໍ່ເຄື່ອນໄຫວສໍ້ໂກງ ທາງໂທລະຄົມ ຢຸດເຊົາ ແລະທັງຈະຍຶດອຸປະກອນເຕັກນິກຕ່າງໆ ແລະຈະສົ່ງຄົນງານຕ່າງປະເທດ ທີ່ເຮັດວຽກໃຫ້ ແກ້ງຄອລເຊັນເຕີ້ ກັບຄືນປະເທດ.
2024-08-08
ປະມານເດືອນພຶດສະພາ ຫາ ເດືອນກໍລະກົດ 2024 ເຈົ້າໜ້າທີ່ໄທຊ່ວຍເດັກຍີງລາວ ທີ່ເປັນຄົນຊົນເຜົ່າຈາກແຂວງສາລະວັນ 3 ຄົນ ກັບຄືນປະເທດລາວໄດ້ທັງໝົດ ໃນນັ້ນ 2 ຄົນອາຍຸປະມານ 15-17 ປີຖືກນາຍໜ້າຄົນລາວຕົວະໄປຄ້າແຮງງານ ແລ້ວບໍ່ໄດ້ຮັບເງິນເດືອນ ແລະຖືກທຳຮ້າຍຮ່າງກາຍ.
2024-08-06
6 ເດືອນ ຕົ້ນປີ 2024 ຕໍາຫຼວດແຂວງຫຼວງນໍ້າທາ ຈັບໂຕຜູ້ຖືກກ່າວຫາ ໃນຂໍ້ຫາຄ້າມະນຸດ ເປັນຄົນຈີນ ເພດຊາຍ 2 ຄົນ ແລະ ຄົນລາວ ເພດຍິງ 1 ຄົນ ມາດໍາເນີນຄະດີຕາມກົດໝາຍລາວໄດ້ ພ້ອມທັງ ຊ່ອຍກຸ່ມສ່ຽງ ແລະຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໄດ້ທັງໝົດ 8 ຄົນ ໃນນັ້ນ ເປັນເດັກນ້ອຍແມ່ຍິງຊາວຫວຽດນາມ ອາຍຸຕໍ່າກວ່າ 18 ປີ 1 ຄົນ.