ເຣື້ອງທີ່ເກັບບັນທຶກໄວ້
2022-02-15
ແມ່ຍິງລາວ ທີ່ເຄີຍເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ໄດ້ເລົ່າເຖິງເຫດການ ທີ່ບໍ່ຄາດຄິດມາກ່ອນ ວ່າຈະເກີດຂຶ້ນ ກັບພວກເຂົາເຈົ້າ ຈຶ່ງຂໍຝາກເຕືອນ ຊາຍໜຸ່ມຍິງສາວ ຊາວລາວທຸກຄົນ ທີ່ຄິດຢາກໄປເຮັດວຽກ ຢູ່ສະຖານທີ່ດັ່ງກ່າວນີ້ ໃຫ້ຄິດຕຶກຕອງໃຫ້ດີ.
2022-02-14
ແມ່ຍິງລາວ 3 ຄົນ ທີ່ໄປເຮັດວຽກ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ຖືກບັງຄັບ ຂາຍບໍຣິການ ທາງເພດ, ເຂົາເຈົ້າ ຕ້ອງການ ຄວາມຊ່ວຍເຫຼືອ ແລະໄດ້ພຍາຍາມ ຕິດຕໍ່ຫາ ເຈົ້າໜ້າທີ່ ຕໍາຣວດ ສະເພາະກິຈ ຫຼາຍຄັ້ງ ເພື່ອຂໍຄວາມຊ່ອຍເຫຼືອ ແຕ່ວ່າ ບໍ່ມີເຈົ້າໜ້າທີ່ ຮັບໂທຣະສັບ ຫຼືຕອບຂໍ້ຄວາມ.
2022-02-07
ຕໍາຣວດ ແຂວງບໍ່ແກ້ວ ໄດ້ຊ່ອຍແມ່ຍິງລາວ ທີ່ຖືກຕົວະໄປເປັນ ຄົນຕອບແຊັດ ແລະ ບໍຣິການ ທາງເພດ ຢ່າງໜ້ອຍ 14 ຄົນ ເມື່ອບໍ່ດົນມານີ້ ຈາກກາສິໂນ ຄິງສ໌ ໂຣມັນສ໌ ຢູ່ເມືອງຕົ້ນເຜິ້ງ, ໃນນັ້ນຊ່ອຍໄດ້ 3 ຄົນໃນມື້ວັນທີ 6 ກຸມພາ ແລະມື້ກ່ອນນັ້ນ ຊ່ອຍໄດ້ 3 ຄົນ.