ເຣື້ອງທີ່ເກັບບັນທຶກໄວ້
2022-10-25
ທາງການ ປາກິສຖານ ຊ່ອຍເຫລືອຄົນງານ ສັນຊາຕ ປາກິສຖານ ທີ່ຖືກຕົວະໄປເຮັດວຽກ ຢູ່ເຂດພິເສດສາມຫລ່ຽມຄຳ ໄດ້ 44 ຄົນ ພ້ອມແຈ້ງເຕືອນ ຜູ້ທີ່ຕ້ອງການ ໄປເຮັດວຽກ ຢູ່ຕ່າງປະເທດ ໃຫ້ລະວັງບໍ່ໃຫ້ຕົກເປັນເຫຍື່ອ ຂອງກຸ່ມນັກຕົ້ມຕຸນ.
2022-10-24
ຍິງສາວລາວ ອາຍຸ 15 ປີ ທີ່ຫາຍໄປ ໃນຂະນະເຮັດວຽກ ນໍາບໍຣິສັດນຶ່ງ ຢູ່ຕຶກຊິນວານຕາ ທີ່ເຂດກາສິໂນ ຄິງສ໌ໂຣມັນສ໌ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ພາຍຫຼັງຖືກໄລ່ອອກ ໂດຍບໍ່ໄດ້ຮັບ ຄ່າແຮງງານນັ້ນ ຖືກພົບແລ້ວ ຢູ່ຮ້ານກິນຕື່ມ, ນາງປອດພັຍ ແລະຈະໄດ້ກັບບ້ານທີ່ເມືອງຊະນະຄາມ ແຂວງວຽງຈັນໃນໄວໆນີ້.
2022-10-19
ຕຳຣວດໄທຍ ຈັບກຸມຜູ້ຖືກກ່າວຫາ ຄົນໄທຍ 2 ຄົນ ໃນຂໍ້ຫາ ຮ່ວມກັນນຳພາ ໃຫ້ທີ່ພັກ ເຊື່ອງຊ້ອນ ຫລືຊ່ອຍເຫຼືອ ສາວຊາວລາວ ອາຍຸກາຍ 18 ປີ ແລະ ອາຍຸຕໍ່າກ່ວາ 18 ປີ ທີ່ເຂົ້າປະເທດໄທຍ ແບບຜິດກົດໝາຽ ເພື່ອໃຫ້ສາວຊາວລາວ ແລະເດັກຍິງລາວ ພົ້ນຈາກການຖືກຈັບ.
2022-10-12
ຄົນງານມາເລເຊັຽ 7 ຄົນທີ່ຖືກຫລອກ ໄປເຮັດວຽກເປັນ ສແກັມເມີຣ໌ ຢູ່ເຂດເສຖກິຈ ພິເສດສາມ ຫລ່ຽມຄໍາ ໄດ້ຮັບການຊ່ອຍເຫລືອແລ້ວ, ແຕ່ກໍຍັງມີອີກຫລາຍຄົນ ທີ່ຖືກກັກໂຕ ຢູ່ໃນເຂດດັ່ງກ່າວ ອີງຕາມຂໍ້ມູນ ຈາກອົງການ ເພື່ອມະນຸສທັມ ລະຫວ່າງປະເທດ ຂອງມາເລເຊັຽ ອາຈມີ 50-100 ຄົນ ທີ່ຍັງບໍ່ໄດ້ຮັບ ການຊ່ອຍເຫຼືອ.