ເຈົ້າໜ້າທີ່ທຳລາຍ ສວນຝິ່ນ 2.5 ເຮັກຕ້າຣ
2021.01.29

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ບຸກເຂົ້າໄປທຳລາຍສວນຝິ່ນ ເນື້ອທີ່ 2.5 ເຮັກຕ້າຣ ທີ່ຊາວບ້ານລັກລອບປູກ ຢູ່ເຂດບ້ານສົມປານໃໝ່ ແລະ ບ້ານສາມສົບ, ເມືອງລອງ ແລະ ບ້ານຈ່າເຂື່ອນ, ເມືອງສິງ ແຂວງຫຼວງນ້ຳທາ ພາຍຫຼັງທີ່ຮັບຮູ້ວ່າ ມີຊາວບ້ານລັກລອບປູກຝິ່ນ ຍ້ອນເຂດບ້ານດັ່ງກ່າວ ບໍ່ມີໂຄງການຊຸກຍູ້ໃຫ້ປະຊາຊົນ ປູກພືດແນວອື່ນທົດແທນການປູກຝິ່ນ. ດັ່ງເຈົ້າໜ້າທີ່ ປກສ ແຂວງຫຼວງນ້ຳທາ ທ່ານນຶ່ງ ໄດ້ກ່າວໃນວັນທີ 29 ມົກກະຣາ ນີ້ວ່າ:
“ຕົ້ນຕໍຂອງເຂົາ ກະມີແຕ່ເຮັດໄຮ່, ອາຊີພສຳຮອງ ກໍຂ້ອນຂ້າງບໍ່ມີຫັ້ນແຫຼະ. ເວົ້າລວມສາ. ທີ່ວ່າເຂົາມີຢູ່ແລ້ວ ເປັນສວນສອກສວນຊາ ກະຍັງບໍ່ທັນໄດ້ເປັນການຊຸກຍູ້ໃຫ້ເຂົາ ໃນການຈັດຕັ້ງປະຕິບັດ ວ່າເອີ່ ເຈົ້າມີຜູ້ຮັບຮອງ ແນວນັ້ນແນວນີ້. ຮັບຮອງໄດ້ ກະມີແຕ່ຜູ້ ໃກ້ໆຄຽງ ກະຊິເສັ້ນທາງຣົດໃຫຍ່ໄປຮອດ ໄປສະດວກສບາຍ ໜ້ອຍນຶ່ງ.”
ທ່ານກ່າວຕື່ມວ່າ ປະກົດການດັ່ງກ່າວນັ້ນ ຈະບໍ່ມີທ່າທີຫຼຸດລົງ ແລະ ມີແຕ່ຈະເພີ່ມຂຶ້ນ ຍ້ອນປະຊາຊົນບໍ່ມີວຽກເຮັດ, ໂດຍທຽບໃສ່ ປີ 2020 ປະຊາຊົນຢູ່ເມືອງລອງ ລັກລອບປູກຝິ່ນ 20 ປາຍເຮັກຕ້າຣ. ຕົກມາປີ 2021 ນີ້, ຕລອດເດືອນມົກກະຣາ ກໍມີປະຊາຊົນ ເມືອງລອງ ລັກລອບປູກຝິ່ນເພີ່ມຂຶ້ນ ເປັນ 30 ເຮັກຕ້າແລ້ວ. ຂະນະທີ່ປະຊາຊົນ ຢູ່ເມືອງສິງ ກໍລັກລອບປູກຝິ່ນ ເພີ່ມຂຶ້ນຄືກັນ ຄືລັກປູກ 2 ເຮັກຕ້າຣປາຍ, ແຕ່ເມື່ອປີ 2020 ປະຊາຊົນໃນເມືອງສິງ ລັກລອບປູກຝິ່ນພຽງແຕ່ 1 ເຮັກຕ້າຣເທົ່ານັ້ນ.
ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງລອງ ກ່າວວ່າ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ມີງົບປະມານ ເພື່ອລົງໄປສຶກສາອົບຮົມ ປະຊາຊົນເຂດຫ່າງໄກສອກຫຼີກ ຈຶ່ງເຮັດໃຫ້ເກີດ ມີປະກົດການລັກລອບປູກຝິ່ນ ຢູ່ເມືອງສິງ ແລະ ເມືອງລອງ ຫຼາຍຂຶ້ນ.
“ມັນກະຢູ່ໄກ ຄັນໄປກໍຄືວ່າຫັ້ນແຫຼະ ເປັນບ່ອນພູບ່ອນຜາ ຍ່າງໄປກະເປັນຫຼາຍຊົ່ວໂມງ. ຍາມພະນັກງານເຮົາຊິລົງໄປ ຊຸກຍູ້ ເປັນເດືອນ-ເປັນເດືອນ ພວກເຮົາກະບໍ່ສາມາດຈັດຕັ້ງປະຕິບັດໄດ້ ເພາະວ່າ ງົບປະມານພວກເຮົາມີໜ້ອຍ ຈຳນວນຄົນພວກເຮົາ ນຳໃຊ້ກະຫຼາຍ. ກໍໄດ້ຈັດຕັ້ງປະຕິບັດ ໄລຍະນີ້ ເພື່ອວ່າບໍ່ໃຫ້ເຂົາປາດ ເອົາຢາງມັນໄປຂາຍ. ໄລຍະນີ້ຫາກໍ່ອອກດອກຊື່ໆ.”
ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແຂວງຫຼວງນ້ຳທາ ກ່າວວ່າທີ່ຜ່ານມາ ທົ່ວແຂວງຫຼວງນ້ຳທາ ມີບໍຣິສັດມາລົງທຶນສົ່ງເສີມ ການປູກຢາງພາຣາ ຫຼືກ້ວຍ ແທນການປູກຝິ່ນ 13 ໂຄງການ. ແຕ່ວ່າ ປັດຈຸບັນນີ້ ໃນ 13 ໂຄງການນັ້ນ, ກໍໄດ້ມີການຍຸບເລີກ ໂຄງການ ໄປຈຳນວນນຶ່ງແລ້ວ ດ້ວຍສາເຫດຫຍັງກໍບໍ່ຮູ້ ເພາະບໍ່ມີຂໍ້ມູນດັ່ງກ່າວ.
“ຄືບາງໂຄງການ ເຂົາເຈົ້າກໍຍຸບໄປແລ້ວ ລະບາງໂຄງການກະຍັງສືບຕໍ່, ຫັ້ນນ່າ. ດຽວນີ້ພວກເຮົາກະຍັງ ປຶກສາຫາທາງເມືອງ ວ່າຈຸດທີ່ເຂົາເຈົ້າລົງສົ່ງເສີມຫັ້ນ ວ່າເຂົາເຈົ້າຊິດຳເນີນຕໍ່ ຫຼືບໍ່? ພວກເຮົາກະຍັງສັງລວມຂໍ້ມູນຢູ່. ຄືອັນນີ້ ກະຊວງກະສິກັມ ເພິ່ນກະຂໍຂໍ້ມູນນຳພວກເຮົາ ກຳລັງປ້ອນຢູ່.”
ເຈົ້າໜ້າທີ່ ຂແນງປູກຝັງ ແຂວງຫຼວງນ້ຳທາ ກ່າວວ່າ ສຳລັບເຂດຫ່າງໄກສອກຫຼີກ ທີ່ປະຊາຊົນ ມີການລັກລອບປູກຝິ່ນນັ້ນ ແມ່ນເປັນເຂດທີ່ໂຄງການ ເຂົ້າບໍ່ເຖິງ ຍ້ອນຫ່າງໄກສອກຫຼີກ ບໍ່ມີເສັ້ນທາງ ທີ່ສາມາດເອື້ອອຳນວຍ ໃຫ້ຣົດແລ່ນໄປມາໄດ້ ເພື່ອໃຫ້ຊາວບ້ານ ຄ້າຂາຍຫງາຍມື, ແຕ່ທາງພາກສ່ວນທີ່ກ່ຽວຂ້ອງ ກໍຈະພະຍາຍາມ ຊອກຫາໂຄງການ ມາສົ່ງເສີມປະຊາຊົນ ຢູ່ເຂດດັ່ງກ່າວ ເພື່ອຍຸຕິການລັກລອບປູກຝິ່ນ.
“ກະບໍ່ໝາຍຄວາມວ່າ ມັນຊິລຶບລ້າງໝົດ, ຄືຮູ້ນຳກັນຫັ້ນແຫຼະ ບາງທ້ອງຖິ່ນຫັ້ນ ມັນກະເຂດຫ່າງໄກສອກຫຼີກ, ແຕ່ວ່າພວກເຮົາ ກະພະຍາຍາມຢູ່ ທາງພາກຣັຖພວກເຮົາ ກະລົງຊຸກຍູ້ສົ່ງເສີມ, ກະໄປຈຸດທີ່ວ່າທົ່ວເຖິງຫັ້ນ. ແຕ່ວ່າແຜນຕໍ່ໜ້າຫັ້ນ, ເພິ່ນກະແນ່ນອນ ແຫຼະ ເພິ່ນກະຊິເຮັດໃຫ້ມັນຖືກຕາມແຜນ. ພວກເຮົາກະພະຍາຍາມ ຊອກຫາແຫຼ່ງໂຄງການຫັ້ນ ຊິມາຊຸກຍູ້ສົ່ງເສີມປະຊາຊົນ ເຂດດັ່ງກ່າວ.”
ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ຜູ້ດຽວກັນນີ້ ກ່າວມ້ວນທ້າຍວ່າ ສາເຫດທີ່ເຈົ້າໜ້າທີ່ ບຸກເຂົ້າໄປທຳລາຍ ສວນຝິ່ນ ຂອງປະຊາຊົນ ໃນໄລຍະນີ້ ເນື່ອງຈາກເປັນ ໄລຍະ ທີ່ຊາວບ້ານ ສາມາດປາດເອົານ້ຳຢາງ ຈາກໝາກຝິ່ນ ໄປຂາຍໄດ້ ຈຶ່ງຕ້ອງທຳລາຍກ່ອນ ພ້ອມທັງເອົາຫົວໜ້າຄອບຄົວ ຜູ້ທີ່ລັກລອບປູກຝິ່ນ ມາສຶກສາອົບຮົມ ພ້ອມທັງເຮັດບົດບັນທຶກ ວ່າກ່າວ ຕັກເຕືອນ ແລະ ລົງຣາຍເຊັນໄວ້ ເພື່ອເປັນຫຼັກຖານ ບໍ່ໃຫ້ສືບຕໍ່ປູກຝິ່ນຕື່ມ.