ຂ.ບໍ່ແກ້ວ ຍຶດ ສານຕັ້ງຕົ້ນ ຢາເສພຕິດ
2020.12.09

ໃນວັນທີ 4 ທັນວາ, ເຈົ້າໜ້າທີ່ ທະຫານຊາຍແດນ ກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ຈັບ-ຢຶດ ສານຕັ້ງຕົ້ນຢາເສພຕິດ ຢູ່ໃນສະພາບເປັນ ແປ້ງຝຸ່ນສີຂາວ (ຄາເຟອິນ) ນ້ຳໜັກປະມານ 7 ຕັນ ທີ່ບັນຈຸ ຢູ່ໃນເຮືອສິນຄ້ານຶ່ງລຳ, ພ້ອມທັງຈັບຕົວຜູ້ຕ້ອງຫາ ຊາວພະມ້າ 3 ຄົນ. ເຈົ້າໜ້າທີ່ກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ກ່າວໃນວັນທີ 8 ທັນວາ ວ່າ:
"ເຂົາເຈົ້າເປັນຄົນຢູ່ຝັ່ງພະມ້າ ແລ້ວເຂົາເຈົ້າເປັນຄົນເອົາເຮືອໃຫຍ່ນັ້ນມາ, ມາຄື ຊິມາເອົາເຄື່ອງເອົາແປ້ງນີ້ ຂ້າມໄປຝັ່ງ, ຝັ່ງນ້ຳຂອງ ເພິ່ນຫັ້ນນ່າ ທະຫານໄປກວດພົບເນາະ ໄປກວດພົບເຫັນແລ້ວ ພໍດີມີເຮືອນັ້ນມາ ເຂົາເຈົ້າກໍໄດ້ກັກເລີຍ ເພາະວ່າເຮືອນັ້ນ ມາຈອດຢູ່ ຈຸດບ່ອນທີ່ແປ້ງຢູ່ຫັ້ນນາ."
ທ່ານກ່າວວ່າປັດຈຸບັນ ໄດ້ມອບຂອງກາງ ແລະຜູ້ຕ້ອງຫາໃຫ້ເຈົ້າໜ້າທີ່ຕຳຣວດ ແຂວງບໍ່ແກ້ວດຳເນີນການສືບສວນ-ສອບສວນ ຂຍາຍຜົນຫາກຸ່ມແກ້ງ ພັກພວກ.
ເຈົ້າໜ້າທີ່ກອງບັນຫາການ ປກສ ແຂວງບໍ່ແກ້ວ ກ່າວວ່າ ຫລັງຈາກສືບສວນ-ສອບສວນ ແລ້ວຜູ້ຕ້ອງຫາ ບໍ່ໄດ້ຮູ້ວ່າມີປາຍທາງ ທີ່ຈະສົ່ງສານຕັ້ງຕົ້ນ ຢາເສພຕິດ ໄປປະເທດໃດ ມີແຕ່ຮູ້ວ່າຈະຮັບຄ່າຈ້າ 5 ໝື່ນບາດ ເປັນສະກຸນເງິນໄທຍ ຖ້າວ່າຂົນສິນຄ້າດັ່ງກ່າວ ໄປຈຸດໝາຍປາຍທາງໄດ້ສຳເຣັດ:
"ເຂົາຍັງບໍ່ໄດ້ຮູ້ ເພາະວ່າ ເຂົາກໍໄດ້ຮັບຄຳສັ່ງຈາກອີກຜູ້ນຶ່ງ ພຽງໃຫ້ມາສົ່ງສິນຄ້າ ຫຼືມາເອົາແປ້ງ ຢູ່ຝັ່ງລາວນີ້ຊື່ໆ ແລ້ວຈຸດປະສົງ ໃຫ້ເອົາໄປລົງຢູ່ໃສ, ເຂົາຍັງບໍ່ໄດ້ບອກ ພຽງແຕ່ວ່າ ໃຫ້ເອົາໄປກ່ອນ, ແລ້ວເຂົາຈະມີຜູ້ທີ່ນຳທາງໄປ ແລ້ວຈະບອກວ່າ ໃຫ້ເອົາລົງ ຢູ່ຈຸດໃດຫັ້ນນ່າ, ເຂົາເຈົ້າໄດ້ຮັບການມອບໝາຍ ເປັນຄ່າຈ້າງພຽງແຕ່ວ່າ ໃຫ້ມາຢູ່ຈຸດຫັ້ນຊື່ໆ ເນາະ."
ທ່ານກ່າວຕື່ມວ່າ ປັດຈຸບັນ ຜູ້ຕ້ອງຫາທັງໝົດ ໄດ້ຖືກກັກຕົວ ຢູ່ສູນກັກກັນ ບ້ານມົກກະຈອກ ເມືອງຫ້ວຍຊາຍ ເພື່ອຕິດຕາມອາການ ເຊື້ອໂຄວິດ19 ເປັນເວລາ 14 ວັນ ກ່ອນຈະນຳຕົວ ໄປສືບສວນ-ສອບສວນ ຕື່ມ.
ຊາວບ້ານນ້ຳມ້າ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເວົ້າວ່າເຫັນຂ່າວ ຢູ່ໂທຣະທັດ ແຂວງບໍ່ແກ້ວ ຈັບຢາເສພຕິດໄດ້ຫຼາຍຢູ່ ແລະ ຢາກໃຫ້ທາງການແກ້ໄຂບັນຫານີ້ໃຫ້ໝົດ ເພື່ອປົກປ້ອງ ລູກຫຼາຍບໍ່ໃຫ້ຕົກເປັນເຫຍື່ອ ຢາເສພຕິດ ສ້າງປະກົດການຫຍໍ້ທໍ້ ໃຫ້ສັງຄົມ:
"ຫຼາຍຢ່າງ; ນຶ່ງ ກະຂີ້ລັກມັກຈົກ, ສອງມາ; ກໍບ້າ ເສພແລ້ວ ກໍບ້າ ຢູ່ເຂດເຮົາ ນີ້ກໍບ້າ ບັກຫຼາຍໆ ແລ້ວກໍລັກຣົດ ລັກລາງຫຼາຍຢ່າງ ຫຼາຍອັນ ຫຼາຍແນວນັ້ນແຫຼະ ພວກຢານີ້ຢາກໃຫ້ ທາງການຈັດການໃຫ້ໝົດ."
ຊາວບ້ານຜູ້ນີ້ ກ່າວຕື່ມອີກວ່າ ປັດຈຸບັນ ຢູ່ພາຍໃນບ້ານມີຄົນຕິດຢາ ປະມານ 100 ຄົນ ໃນຂນະທີ່ ພົລເມືອງຂອງບ້ານມີ ປະມານ 400 ຄົນ.
ຊາວບ້ານຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ອີກທ່ານນຶ່ງ ກ່າວວ່າຢາກໃຫ້ເຈົ້າໜ້າທີ່ຈັບຕົວຄົນ ຫຼື ກຸ່ມແກ້ງ ທີ່ມີສ່ວນຮ່ວມພົນພັນກັບ ຢາເສພຕິດມາດຳເນີນຄະດີ ຕາມກົດໝາຍ ໃຫ້ໝົດ:
"ກໍຖືວ່າດີຫັ້ນແຫຼະ ເຈົ້າໜ້າທີ່ເຂົາເຮັດໄດ້ຫັ້ນນາ ກໍຢາກໃຫ້ມັນສະກັດກັ້ນ ໄດ້ໝົດຫັ້ນແຫຼະ ບໍ່ໃຫ້ມີນະ ດີແທ້ ໂອ້ດີແລ້ວ ຈັບໄດ້ຍິນດີ ແນວນັ້ນເນາະ."
ການຂົນສົ່ງຢາເສພຕິດ ເກີດຂຶ້ນຢູ່ເຂດ ແມ່ນ້ຳຂອງ ທີ່ມີຊາຍແດນ ລະຫວ່າງປະເທດລາວ, ໄທຍ, ແລະ ພະມ້າ. ຫຼ້າສຸດເຈົ້າໜ້າທີ່ ຕຳຣວດ ແຂວງໜອງຄາຍ ຂອງໄທຍ ກໍສາມາດ ຈັບ-ຢຶດ ຢາບ້າ ໄດ້ 2 ລ້ານເມັດ ຢູ່ແຄມຂອງ ເຂດເມືອງທ່າບໍ່ ແຂວງໜອງຄາຍ, ແຕ່ຄົນຮ້າຍຜູ້ຂົນສົ່ງຢາ ສາມາດຫຼົບໜີໄປໄດ້.