ກວດຄົ້ນຮ້ານກິນດື່ມ, ສົງ​ໄສ ຄ້າ​ປະ​ເວ​ນີ ແອບ​ແຝງ

ອາວະຣີ
2022.01.20
ກວດຄົ້ນຮ້ານກິນດື່ມ, ສົງ​ໄສ ຄ້າ​ປະ​ເວ​ນີ ແອບ​ແຝງ ຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ນະຄອນຫຼວງ ວຽງຈັນ ສຶກສາອົບຮົມ ແລະ ປັບໃໝ ຮ້ານອາຫານ-ກິນດື່ມ ທີ່ ຕິດພັນກັບການຄ້າປະເວນີ.
ພາບຈາກ: ວິດິໂອ ປກສ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ປກສເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ລົງໄປສຳຣວດກວດຄົ້ນຮ້ານກິນດື່ມ ແປດຮ້ານ ໃນວັນທີ່ 13 ມົກກະຣາ 2022 ໃນເຂດເມືອງນາຊາຍທອງ ທີ່ທາງເຈົ້າໜ້າທີ່ສົງໄສວ່າ ເປັນສະຖານທີ່ມີການຂາຍບໍຣິການທາງເພດແອບແຝງຢູ່ ແລະກວດເຫັນແມ່ຍິງລາວທັງໝົດ 34 ຄົນ ໃນນັ້ນ ຫົກຄົນແມ່ນເຈົ້າຂອງຫຼືຜູ້ບໍຣິຫານຮ້ານ. ປະກົດວ່າ ເຈົ້າໜ້າທີ່ ບໍ່ໄດ້ສັ່ງປິດຮ້ານກິນດື່ມທັງແປດ ແລະກໍບໍ່ໄດ້ຈັບຫຼືລົງໂທດພວກແມ່ຍິງເຫຼົ່ານັ້ນເລີຍ ພຽງແຕ່ສຶກສາອົບຮົມພວກເຂົາເຈົ້າ ດັ່ງເຈົ້າໜ້າທີ່ປກສເມືອງນາຊາຍທອງທ່ານນຶ່ງ ທີ່ບໍ່ປະສົງບອກຊື່ແລະຕຳແໜ່ງ ໄດ້ກ່າວກັບວິທະຍຸເອເຊັຽເສຣີໃນວັນທີ່ 18 ມົກກະຣາ 2022 ນີ້ວ່າ:

ກໍໄດ້ສຶກສາອົບຮົມແລະແກ້ໄຂບໍຣິຫານຮ້ານກິນດື່ມນີ້ ຄັນວ່າອີງໃສ່ຕາມອັນນັ້ນແທ້ ມັນກໍບໍ່ໄດ້ແຫຼະເນາະ ຮ້ານທີ່ມີວ່າແອບແຝງສາວບໍຣິການ ສ່ວນອັນນີ້ ມັນກໍແຮງບໍ່ໄດ້ແຫຼະ ມັນບໍ່ຖືກຕາມກົດໝາຍ.

ເຈົ້າໜ້າທີ່ປກສທ່ານນີ້ ອະທິບາຍວ່າ ສາເຫດທີ່ເຈົ້າໜ້າທີ່ ບໍ່ລົງໂທດພວກແມ່ຍິງເຫຼົ່ານີ້ ກໍເພາະວ່າ ພວກເຂົາເຮັດຜິດເປັນເທື່ອທຳອິດ; ຫາກພວກເຂົາເຮັດຜິດເທື່ອທີ່ສອງຫຼືທີ່ສາມ ກໍ ຈະຖືກປັບໃໝ່ໃສ່ໂທດຕາມລຳດັບ. ອີກຢ່າງນຶ່ງ ໃນການກວດກາຄັ້ງນີ້ ເຈົ້າໜ້າທີ່ ກໍບໍ່ໄດ້ ພົບເຫັນຫຼັກຖານອັນໃດ ທີ່ແມ່ຍິງເຫຼົ່ານັ້ນ ຂາຍບໍຣິການທາງເພດ.

ຊາວບ້ານໃນເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫຼາຍຄົນ ກໍວິຕົກກັງວົນ ຢ້ານວ່າ ຮ້ານກິນດື່ມຈະກາຍເປັນບ່ອນເຊື້ອໂຄວິດ-19 ຣະບາດ ແລະກໍແຜ່ລາມໄປໃສ່ປະຊາຊົນທົ່ວໄປ.

ດັ່ງຊາວເມືອງນາຊາຍທອງຜູ້ນຶ່ງ ໄດ້ສະແດງຄຳຄິດຄຳເຫັນວ່າ:

ກໍເຫັນເຂົາເຂົ້າໆອອກໆຢູ່ ແຕ່ກໍບໍ່ຮູ້ວ່າເຂົາໄປອີ່ຫຍັງ ຕໍາຣວດກໍດາຍນ່າ ກໍຢາກໃຫ້ເພິ່ນເຂັ້ມງວດຫັ່ນແຫຼະ ເພາະວ່າ ໂຣກຣະບາດມັນກໍຍັງຫຼາຍຢູ່ ກໍຍັງບໍ່ທັນຢາກໃຫ້ເພິ່ນປ່ອຍເທື່ອ.

ເມື່ອເວົ້າເຖິງການຣະບາດຂອງໂຄວິດ-19, ເມື່ອວັນທີ່ 18 ມົກກະຣາ 2022 ນີ້ ໃນເຂດນະຄອນຫຼວງວຽງຈັນ ມີຜູ້ຕິດໂຄວິດຕື່ມ 222 ຄົນ. ສະນັ້ນ ຊາວບ້ານ ຈຶ່ງຢາກໃຫ້ທາງເຈົ້າໜ້າທີ່ເຂັ້ມງວດກັບຮ້ານກິນດື່ມຕ່າງໆ.

ດັ່ງຊາວບ້ານອີໄລໃຕ້ ເມືອງນາຊາຍທອງ ຢາກສເນີວ່າ:

 “ຢາກໃຫ້ເພິ່ນເຂັ້ມງວດນີ່ແຫຼະ ເຮັດແນວໃດ ເພາະວ່າ ຊ່ວງນີ້ມັນກໍໃກ້ໆບຸນວັນສ້າງຕັ້ງກອງທັບແດ່ ແລະກໍເຣື່ອງໂຄວິດ-19 ນີ່ກໍຍັງໜັກໜາ ຍັງບໍທັນມີໂຕເລກທີ່ຖອຍຫຼັງເທື່ອ.

ຊາວບ້ານອີໄລໃຕ້ຄົນນີ້ ກ່າວອີກວ່າ ນອກຈາກຈະເຂັ້ມງວດກັບຮ້ານກິນດື່ມແລ້ວ ຊາວບ້ານ ກໍຢາກໃຫ້ເຈົ້າໜ້າທີ່ກວດກາການຊຸມແຊວຕາມບ້ານເຮືອນຕ່າງໆນັ້ນນຳ ເພາະວ່າ ການຊຸມ ແຊວ ກໍເປັນສາເຫດນຶ່ງທີ່ສຳຄັນ ທີ່ພາໃຫ້ມີການຣະບາດຂອງໂຄວິດ-19.

ສຳຣັບຮ້ານບັນເທີງ ເປັນຕົ້ນຮ້ານຄາຣາໂອເຄະນັ້ນ ທາງການເມືອງນາຊາຍທອງ ຍັງບໍ່ອະນຸຍາດໃຫ້ເປີດຄືນເທື່ອ ແລະທາງເຈົ້າໜ້າທີ່ ກໍໄດ້ລົງໄປສຳຣວດກວດກາຮ້ານບັນເທີງ ເປັນປະຈຳ ເພື່ອບໍ່ໃຫ້ມີການລັກເປີດ. ຊາວບ້ານນາຄູນ ເມືອງນາຊາຍທອງ ຜູ້ນຶ່ງ ກໍໄດ້ຍິນແລະສັງເກດເຫັນເຈົ້າໜ້າທີ່ປະຕິບັດການຢູ່.

ເຮົາກໍໄດ້ຍິນວ່າ ເຈົ້າໜ້າທີ່ເຂົາຫຼອຍລົງຢູ່ ເຂົາກວດກາຢູ່ ເຂັ້ມງວດ ເຂົາລົງຕິດຕາມຢູ່ຕລອດນ່າ ເຮົາກໍບໍ່ຮູ້ ເຂົາໄປລັກຊະນະໃດ ເພິ່ນຫາກວ່າ ຍັງບໍ່ທັນມີຄຳສັ່ງເປີດ (ຮ້ານບັນເທີງ) ເທື່ອ.

ອາຊີບການຂາຍບໍຣິການທາງເພດ ຖືວ່າ ເປັນອາຊີບທີ່ຜິດກົດໝາຍໃນປະເທດລາວ; ຖ້າຜູ້ໃດ ເຮັດທຸຣະກິດແລະກໍມີການຂາຍບໍຣິການທາງເພດແອບແຝງ ກໍຖືວ່າ ເປັນການເຮັດທຸ ຣະກິດທີ່ຜິດກົດໝາຍ ຜູ້ກະທຳຜິດ ຈະຖືກລົງໂທດ ນັບແຕ່ຖືກສຶກສາອົບຮົມ ຖືກປັບໃໝ ຈົນເຖິງຂັ້ນ ຖືກປິດກິດຈະການ ຫຼືຖືກຈຳຄຸກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 25, 2022 08:17 PM

ແຕ່ກ່ອນນ້ອງເປັນ ລູກເຈົ້າຫລານນາຍ ບໍ່ຫ່ວງບໍ່ໃຍ ວຽກບ້ານການເຮືອນ ເພາະສົງຄົມເກົ່າ ເນົ້າເຫມັນ ເຈົ້າເອີຍ. ນ້ອງເຄີຍປ່ອຍປະ ລະຜົມລົງ ນຸ່າສົ້ງຂາບານ ຫລິ້ນກິນ ຟຸມເຟືອຍ ໂອ້ໂຖ ນ້ອງເອີຍ ນ້ອງຫລ້າຄຳແພງ. ອ້າຍບໍ່ຕິນ້ອງດອກ ເພາະສັງຄົມເກົ່າພາໄປ…
ອັນນີ້ ກໍແມ່ນເພງດັງທີ່ສຸດ ຂອງລະບອບໃຫມ່ ພວກເຮົາ ທີ່ເວົ້າເອົາດີໃສ່ໂຕເອງ ແຕ່ພັດ ກ່າວປະນາມໃຊ້ຮ້າຍປ້າຍສີ ລະບອບເກົ່າ ຕຳນິລະບອບເກົ່າ. ແຕ່ພໍ່ແຕ່ແມ່ເຮົາ ເພິ່ນເຄີຍເວົ້າສູ່ຟັງວ່າ ສັງຄົມລາວ ໃນສະໄໝກ່ອນ ບໍ່ໄດ້ເປື່ອຍເຫຍື່ອເນົ່າເໝັນ ເທົ່າທຸກມື້ນີ້ດອກ. ແຕ່ກ່ອນ ກໍມີໂສເພນີຄືກັນ ແຕ່ມີໜ້ອຍແລະບໍ່ເປີດເຜີຍ. ມີກໍແມ່ນພວກໂສເພນີ ຈາກປະເທດໃກ້ຄຽງເຂົ້າມາ ຫາເງິນຢູ່ເມືອງລາວ. ແຕ່ໂສເພນີ ໃນທຸກມື້ນີ້ ແມ່ນມາຈາກ ຄວາມທຸກຍາກປາກໝອງ ຂອງແມ່ຍິງລາວ ທີ່ເກີດມາຈາກ ການນຳພາ ຂອງກົມການເມືອງ ສູນກາງພັກ, ເກີດມາຈາກ ເຈົ້າໜ້າທີ່ລັດ ໄປທຳລາຍ ຄວາມສາວ ຂອງເຂົາ ເພາະເຈົ້າໜ້າທີ່ ໃຊ້ເງິນຫລິ້ນກິນຟຸມ ຫລິ້ນແສ້ຫລິ້ນສາວ ເອົາເມຍນ້ອຍຫ້ອຍເມຍປາຍ, ເອົາພວກຕ່າງຊາດ ມາທຳລາຍ ແມ່ຍິງສາວ ຂອງລາວ ແລະ ໃຊ້ເຂົາ ໄປຂາຍບໍລິການ ໃນໂຮງແຮມ ແລະ ຫລ້າສຸດ ກໍເອົາໄປບັງຄັບ ຂາຍປະເວນີ ໃນເຂດເສດຖະກິດພິເສດ ຕາມທີ່ເຫັນຂ່າວອອກມາທາງເຟດບຸກ. ຜູ້ນຳລາວທຸກມື້ນີ້ ກໍເງິນແກ່ແຕ່ເງິນ ສ້າງຮັ່ງຄູນມີ ໃຫ້ຄອບຄົວ ແລະ ພັກພວກ. ຕຳແໜ່ງສຳຄັນຕ່າງໆ ກໍ່ສະຫງວນໃຫ້ ຫລູກຫລານແລະພັກພວກ. ເຮັດແບບນີ້ ຈັ່ງໃດ ຈະເຮັດໃຫ້ ປະເທດຊາດຈະເລີນຈັ່ງໃດ ຈະເຮັດໃຫ້ປະຊາຊົນ ມີຢູ່ມີກິນ. ທ່ານທອງລຸນ ກໍໍ່ໄດ້ຮັບທຸກໆໜ້າທີ່ແລະຕຳແໜ່ງ ອັນໃດກໍຮູ້ຈັກໝົດ ແຕ່ປະເທດຊາດຫລົ້ມຈົມ ປະຊາຊົນນັບມື້ນັບທຸກຍາກ ກໍ່ໝາຍຄວາມວ່າ ເປັນຜູ້ນຳທີ່ບໍ່ມີປະສິດທິພາບ ທີ່ບໍ່ເຫັນແກ່ສ່ວນຮວມ ບໍ່ເຫັນແກ່ ປະຊາຊົນ ແຕ່ພັດເຫັນແຕ່ ຄວາມມັ່ງຄັ້ງ ຂອງໂຕເອງ. ຈາກ​ຄູ​ບ້ານນອກ