ເດັກນ້ອຍຍິງສາວ ບ້ານກໍ່າ ຫາຍໄປ ໂດຍບໍ່ຮູ້ສາເຫດ

ສຸພັດຕາ
2019.11.07
F-Xay ເຂດເທສບານ ເມືອງໄຊ ແຂວງອຸດົມໄຊ
ຮູບພາບຈາກ : ນັກຂ່າວພົລເມືອງ

ຕັ້ງແຕ່ປີ 2015 ທີ່ນາງວັນ ເດັກນ້ອຍຍິງສາວລາວ ຢູ່ບ້ານກໍ່າເມືອງແບງແຂວງອຸດົມໄຊ ຊຶ່ງມີອາຍຸພຽງສິບປີປາຍ ໃນເວລານັ້ນ, ໄດ້ອອກ ເຮືອນໄປເຮັດວຽກ ຢູ່ຮ້ານອາຫານຈີນ ຢູ່ເມືອງໄຊ ຮວມເປັນເວລາ 4 ປີແລ້ວທີ່ນາງຫາຍໄປ ໂດຍບໍ່ຮູ້ສາເຫດ.

ມາຮອດປັດຈຸບັນ ນາງ ກໍຍັງຂາດການຕິດຕໍ່ ຫາພໍ່ແມ່, ເອື້ອຍນ້ອງຂອງນາງ ກໍບໍ່ຮູ້ຈະເຮັດແນວໃດ ຍ້ອນເປັນຄອບຄົວທຸກຍາກ ບໍ່ມີເງິນ ແລ່ນເອກສານ ທີ່ຈະຕາມຫານາງ, ອີງຕາມຄໍາເວົ້າ ຂອງອໍານາດການປົກຄອງ ບ້ານກໍ່າ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ພຶສຈິກາ ນີ້:

“ຫາຍໂຕ 1 ຄົນ ປະມານ 3-4 ປີນີ້ແຫຼະ ຊື່ແມ່ນ ນາງວັນ ໄທເຮືອນຂອງລາວ ນິ່ວ່າສິໄປຢູ່ຮ້ານອາຫານຄົນຈີນ ຫັ່ນນາ ໄປລ້າງຖ້ວຍນໍາໝູ່ ນໍາຄົວຊິເປັນແນວໃດ ກໍບໍ່ຮູ້ຫາຍໂຕໄປທາງໃດ ກໍບໍ່ຮູ້ແຫຼະຈັກມີຄົນຂາຍບໍ່ຮູ້ ພໍ່ແມ່ເຂົາ ກໍເປັນຄອບຄົວທຸກຍາກ ແດ່ ບໍ່ຮູ້ແນວຊິເຮັດເລີຍ ບໍ່ມີເງິນແຕ່ງ ຈ້າງຕໍາຣວດ ໄປຊອກແຜນ ກໍເງິນເດະ.”

ທ່ານວ່າ ພາຍຫຼັງທີ່ອໍານາດການປົກຄອງບ້ານ ໄດ້ສອບສວນ ຍາດພີ່ນ້ອງຂອງນາງວັນ, ໄດ້ຮູ້ວ່າ ນາງວັນ ບອກວ່າ ຈະອອກໄປເຮັດວຽກ ລ້າງຖ້ວຍ ຢູ່ຮ້ານອາຫານຈີນ ໃນເມືອງໄຊ ນໍາໝູ່ຊື່ນາງພອນ, ຫຼັງຈາກນັ້ນ ນາງກໍຫາຍງຽບໄປເລີຍ, ມີແຕ່ນາງພອນ ທີ່ກັບມາຢູ່ບ້ານຄືເກົ່າ ແລ້ວນາງພອນ ກໍບໍ່ຮູ້ວ່າ ນາງວັນ ຫາຍໄປໃສ ແລະໄປກັບໃຜ.

ກ່ອນທີ່ນາງວັນ ຈະໄປເຮັດວຽກຢູ່ຮ້ານອາຫານຈີນ ໃນເບື້ອງຕົ້ນນັ້ນ, ນາງ ກໍໄດ້ເອົາປຶ້ມສັມມະໂນຄົວ ຂອງເຮືອນນາງໄປນໍາ, ປັດຈຸບັນ ພໍ່ແມ່ ເອື້ອຍນ້ອງຂອງນາງ ບໍ່ມີປຶ້ມສັມມະໂນຄົວ ໃຊ້ແລ່ນເອກະສານ ເພື່ອຕາມຫາໂຕນາງ ມີແຕ່ໄປແຈ້ງຄວາມ ຄົນຫາຍ ກັບ ປກສ.ບ້ານ ແລະເມືອງໄວ້ເທົ່ານັ້ນ.

ປັດຈຸບັນ ຄະດີຂອງນາງວັນ ກໍຍັງບໍ່ມີຄວາມຄືບໜ້າ, ທຸກມື້ນີ້ ຄອບຄົວຂອງນາງ ແລະອໍານາດການປົກຄອງບ້ານ ກໍໄດ້ຕິດຕາມຄະດີ ນາງວັນ ຈາກເຈົ້າໜ້າທີ່ຕໍາຣວດ ຢ່າງຕໍ່ເນື່ອງ, ເຈົ້າໜ້າທີ່ຕໍາຣວດ ກໍບອກແຕ່ວ່າໃຫ້ລໍຖ້າ ເປັນແນວໃດຈະສົ່ງຂ່າວໃຫ້ຮູ້, ດັ່ງ ເຈົ້າໜ້າທີ່ບ້ານ ກ່າວຕື່ມວ່າ:

“ແຕ່ວ່າໄປແຈ້ງແລ້ວ ຕໍາຣວດ ກໍຍັງສອບຖາມທຸກມື້ ທຸກມື້ນັ້ນແຫຼະ ເຂົາຕອບວ່າ ຢູ່ຖ້າ ຢູ່ຖ້າກັນນິ່ ເປັນແນວໃດ ສິໄປສົ່ງຂ່າວໃຫ້ເດີ້ ນິ່ ເຂົາວ່າແນວນັ້ນນິ່ ຂ້າພະເຈົ້າ ຕາມຂ້າພະເຈົ້າຄິດເບິ່ງນິ່ ຕໍາຣວດນິ່ ຄືຊິວ່າ ບໍ່ໃສ່ໃຈປານໃດ ຕາມເຮົາຄິດຫັ່ນນະ.”

ເຖິງຢ່າງໃດກໍຕາມ ອໍານາດການປົກຄອງບ້ານ ກ່າວວ່າ ແມ່ຍິງບ້ານກໍ່າ ສ່ວນໃຫຍ່ ບໍ່ໄດ້ຮຽນໜັງສື ພາຍໃນບ້ານ ບໍ່ມີວຽກເຮັດງານທໍາ ຈຶ່ງເປັນແຮງຈູງໃຈ ທີ່ແມ່ຍິງວັຍຣຸ້ນພາກັນອອກໄປເຮັດວຽກ ຢູ່ໃນເມືອງຫຼືຕ່າງແຂວງ ແລ້ວກໍຫາຍໄປໂດຍບໍ່ຮູ້ ຮ່ອງຮອຍ.

ຜ່ານມານີ້ ແມ່ຍິງເຜົ່າມົ້ງ ອາຍຸຣະຫວ່າງ 16-30 ປີ ຢູ່ບ້ານແສນລາດ ເມືອງໄຊ ແຂວງອຸດົມໄຊ ຈໍານວນ 4 ຄົນ ຖືກຕົວະເຂົ້າໄປເຮັດວຽກ ຢູ່ໃນເມືອງ ແລ້ວຫາຍໄປໃນເວລາໃກ້ກັນ ໂດຍບໍ່ຮູ້ສາເຫດ ໄດ້ 3 ປີແລ້ວ. ມາເຖິງປັດຈຸບັນພໍ່ແມ່ ຂອງພວກຂະເຈົ້າ ກໍຍັງບໍ່ຮູ້ຂ່າວວ່າລູກ ເປັນຕາຍຮ້າຍດີແນວໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.