ຫລຸມຝັງສົບລູກເຮືອຫາປາ
2015.04.24

ເຈົ້າໜ້າທີ່ ອົງການ ທີ່ ບໍ່ຂື້ນ ກັບ ຣັຖບານ ພົບເຫັນ ຫລຸມ ຝັງສົບ ຄົນງານ ທີ່ ຖືກ ບັງຄັບ ໄປຫາປາ ຢູ່ ທະເລ ໃນ ປະເທດ ອິນໂດນີເຊັຽ ແລະ ເຊື່ອວ່າ ຜູ້ ເສັຽ ຊີວິດ ອາດ ມີຄົນ ລາວ ຮວມ ຢູ່ນຳ.
ນາງ ປະຕິມາ ຕັ້ງປັດຊະຍາກູນ ຜູ້ຈັດການ ມູນນິທິ ເຄື່ອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂອງໄທ ໃຫ້ ຣາຍ ລະອຽດ ກ່ຽວກັບ ເຣື່ອງ ນີ້ ຕື່ມວ່າ:
“ທີ່ ເກາະ ອຳບົນ ພວກເຮົາ ພົບເຫັນ ຫລຸມ ຝັງສົບ 23 ຂຸມ; ທີ່ ເກາະ ເບຈິນ່າ ມີ ທັງໝົດ 77 ຂຸມ. ໃນຣະຍະ ນຶ່ງ ປີ ທີ່ ຜ່ານມາ ມີສົບ ເພິ້ມຂື້ນ 12 ສົບ ແຕ່ ພວກເຮົາ ບໍ່ແນ່ໃຈ ວ່າ ພວກທີ່ ເສັຽຊີວິດ ນັ້ນ ຈະແມ່ນ ຄົນ ພະມ້າ ກຳພູຊາ ລາວ ຫລື ໄທ.”
ນາງ ປະຕິມາ ອະທິບາຍ ວ່າ ປັດຈຸບັນ ເຈົ້າໜ້າທີ່ ຍັງ ບໍ່ສາມາດ ບອກໄດ້ ຢ່າງ ແນ່ນອນ ວ່າ ສົບ ຢູ່ໃນ ຫລຸມ ຝັງສົບ ເຫລົ່ານັ້ນ ມີໃຜແດ່ ແລະ ກໍເປັນ ຄົນຊາດ ໃດ; ເຖິງວ່າ ຈະມີປ້າຍ ຊື່ ຢູ່ຂ້າງ ຫລຸມ ກໍຕາມ; ເພື່ອ ຄວາມ ແນ່ນອນ ເຈົ້າໜ້າທີ່ ຕ້ອງມີ ການ ພິສູດ DNA.
ຊາວບ້ານ ໃກ້ຄຽງ ເວົ້າວ່າ ຄົນງານ ຫາປາ ເສັຽ ຊີວິດ ກໍມີຫລາຍ ສ່ວນນຶ່ງ ຖືກ ຝັງ ສ່ວນຫລາຍ ຖືກເຜົາ ແລະ ອີກສ່ວນນຶ່ງ ຖືກ ຖິ້ມລົງ ທະເລ. ເຈົ້າໜ້າທີ່ ອິນໂດນີເຊັຽ ເຊື່ອວ່າ ນັບແຕ່ ປີ 1991 ຈົນເຖິງ ປັດຈຸບັນ ມີ ຄົນງານ ເຮືອປະມົງ ເສັຽຊີວິດ ທັງໝົດ ກວ່າ 1 ໝື່ນ ຄົນ.
ເຈົ້າໜ້າທີ່ ອົງການ ທີ່ ບໍ່ຂື້ນ ກັບ ຣັຖບານ ເປີດເຜີຍ ວ່າ ຄົນງານ ຫາປາ ເທິງ ເຮືອປະມົງ ເສັຽຊີວິດ ຫລາຍ ກໍເພາະວ່າ ພວກເຂົາ ຖືກ ບັງຄັບ ໃຫ້ ເຮັດວຽກ ໜັກ ຂາດ ອາຫານ ການກິນ ແລ້ວ ກໍ ເຈັບປ່ວຍ ຕິດເຊື້ອ ໂຣຄ ເປັນ ພຍາດ ບໍ່ໄດ້ຮັບ ການ ປິ່ນປົວ. ບາງຄົນ ກໍຖືກ ນາຍຈ້າງ ຂ້າຖິ້ມ.