ຍິງສາວ ທີ່ຕົກເປັນ ເຫຍື່ອການຄ້າມະນຸສ ຖືກສົ່ງກັບບ້ານ
ທາງການ ແຂວງໄຊຍະບູຣີ ສົ່ງແມ່ຍິງ 4 ຄົນ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ກັບສູ່ຄອບຄົວ ພາຍຫລັງ ທີ່ຖືກບັງຄັບ ໃຫ້ຂາຍບໍຣິການ ທາງແພດ ຢູ່ແຂວງບໍ່ແກ້ວ.
-
ໄມຊູລີ
2018-12-18 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ຜແນກ ຕ້ານການຄ້າມະນຸດ ແຂວງໄຊຍະບູຣີ ຮ່ວມກັບ ອົງການຈັດຕັ້ງແມ່ຍິງ ແລະ ຜແນກແຮງງານ ແລະ ສວັດດີການສັງຄົມ ໄດ້ສົ່ງແມ່ຍິງລາວ 4 ຄົນ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ຢູ່ແຂວງບໍ່ແກ້ວ ກັບຄືນສູ່ຄອບຄົວ ຫລັງຈາກ ເຈົ້າໜ້າທີ່ ຕໍາຣວດ ແຂວງບໍ່ແກ້ວ ຮ່ວມກັບ ເຈົ້າໜ້າທີ່ ແຂວງໄຊຍະບູຣີ ສາມາດຊ່ອຍເຫລືອ ຜູ້ຕົກເປັນເຫຍື່ອ ອອກມາຈາກ ເຮືອນພັກ ແຫ່ງນຶ່ງ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເມື່ອເດືອນທີ່ຜ່ານມາ, ດັ່ງເຈົ້າໜ້າທີ່ ຫ້ອງການ ສະຫະພັນແມ່ຍິງ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 17 ທັນວາ ນີ້ວ່າ:
“ດຽວນີ້ ຢູ່ບ້ານພີ້ແລ້ວ ຢູ່ເມືອງໄຊຍະບູຣີ ຫລັງຈາກ ເອົາມາ ພວກເຮົາ ກໍສືກສາອົບຮົມຫັ້ນແຫລະ ທັງຜູ້ປົກຄອງແດ່ ທັງເດັກນ້ອຍຫັ້ນແດ່ ຮູ້ກ່ຽວກັບ ຜົນຮ້າຍ ຂອງມັນຫັນແຫລະເນາະ, ວ່າມັນ ເປັນແນວໃດ ແມ່ນຫຍັງຫັນນະ ແລ້ວກໍມີແຕ່ວ່າ ເດັກນ້ອຍ 4 ຄົນນີ້ ກໍປະມານ ເດືອນນຶ່ງ ພວກເຮົາສິ ສົ່ງຝຶກວິຊາຊີບ.”
ນາງກ່າວຕຶ່ມວ່າ ແມ່ຍິງທັງ 4 ຄົນດັ່ງກ່າວ ຖືກນາຍໜ້າ ທີ່ເປັນຄົນລາວ ແລະ ຄົນຈີນ ທີ່ເປັນນາຍໜ້າ ຕົວະວ່າ ໃຫ້ໄປເຮັດວຽກ ຢູ່ເມືອງ ຕົ້ນເຜິ້ງ ໂດຍຈະໃຫ້ເງິນເດືອນ 6 ລ້່ານກີບ ແຕ່ພໍໄປເຖິງ ກໍ່ຖືກຂົ່ມຂູ່ ແລະ ບັງຄັບໃຫ້ ຂາຍບໍຣິການ ທາງເພດ ແກ່ລູກຄ້າ ເພື່ອແລກປ່ຽນ ກັບຄ່ານາຍຈ້າງ ແລະ ເມື່ອທວງເງິນ ຈາກນາຍຈ້າງ ກໍຖືກປະຕິເສດ ແລະ ບັງຄັບ ໃຫ້ຂາຍບໍຣິການທາງເພດ ຫລາຍຂຶ້ນກວ່າເກົ່າ ເພື່ອໃຊ້ໜີ້ ຄືນແກ່ເຈົ້າຂອງຮ້ານ ຈິ່ງຈະໄດ້ເງິນເດືອນ ຜູ້ລະ 1 ລ້ານກີບ ຈາກນັ້ນຜູ້ເສັຽຫາຍ ຈິ່ງໄດ້ຕິດຕໍ່ມາຍັງ ຄອບຄົວ ຈົນເຈົ້າໜ້າທີ່ ສາມາດ ຕິດຕາມ ຊ່ອຍອອກມາໄດ້ ສ່ວນເຈົ້າຂອງຮ້ານ ກໍຖືກດໍາເນີນຄະດີແລ້ວ.
ເຈົ້າໜ້າທີ່ ທ່ານນີ້ ກ່າວເພີ້ມວ່າ ຍ້ອນເຫດການ ດັ່ງກ່າວ ຈິ່ງຂໍແຈ້ງ ເຕືອນແມ່ຍິງ ໃນທຸກແຂວງຂອງລາວ ທີ່ມີຄົນມາຊັກຊວນ ໄປເຮັດວຽກ ຢູ່ຕ່າງແຂວງ ຫຼື ປະເທດໄກຄຽງ ກໍດີ ຂໍໃຫ້ທຸກຄົນມີ ຄວາມຣະມັດຣະວັງ ຫຼາຍຂຶ້ນ ເພາະອາດຕົກເປັນເຫຍື່ອ ຂອງພວກຄ້າມະນຸດ ແຕ່ຖ້າ ຢາກໄປເຮັດວຽກ ແບບຖືກກົດຫມາຍແທ້ ກໍຂໍໃຫ້ພາກສ່ວນ ກ່ຽວຂ້ອງ ເປັນຜູ້ຈັດຫາໃຫ້:
"ກໍຕ້ອງໃຫ້ ສຶກສາ ຂໍ້ມູນຣະອຽດດີໆ ມີຫຍັງ ກໍໃຫ້ປຶກສາ ທາງຜແນກພວກເຮົາ ໃຫ້ສູນຂໍ້ມູນຂ່າວສານ ກ່ຽວກັບ ການເຄື່ອນຍ້າຍເນາະ! ຢາກໃຫ້ມາປຶກສາ ທາງພີ້ກ່ອນເນາະ ຫຼືວ່າ ໂທມາກໍໄດ້ ພວກເຮົາ ກໍມີບໍລິການຢູ່.”
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ຕໍາຣວດ ຕ້ານການຄ້າມະນຸດ ແຂວງໄຊຍະບູຣີ ຣາຍງານເພີ້ມຕື່ມວ່າ ປັດຈຸບັນ ມີນາຍໜ້າຄ້າມະນຸດ ຈໍານວນນຶ່ງ ມາເຄື່ອນໄຫວໃນແຂວງ ເພື່ອຊອກຫາແມ່ຍິງ ໄປຄ້າມະນຸດ ຢູ່ຕ່າງປະເທດ ຖ້າຜູ້ໃດພົບເຫັນ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ ອໍານາດປົກຄອງບ້ານ ຫຼື ເຈົ້າໜ້າທີ່ ຕໍາຣວດ ຢ່າງຮີບດ່ວນ.