ກົນອຸບາຍໃຫມ່ຂອງກຸ່ມ ຄ້າມະນຸດ

ໄມຊູລີ
2018.10.29
F-Luangnamtha ສໍານັກງານປົກຄອງ ແຂວງ ຫຼວງນໍ້າທາ
RFA/LX

ເມື່ອ 2 ອາທິດກ່ອນເຈົ້າໜ້າທີ່ ໄດ້ຈັບນາຍໜ້າທີ່ຕິດຕໍ່ເອົາຜູ້ຍິງໄປທ່ຽວ ແລ້ວຂາຍໃຫ້ຈີນໄດ້ 1 ຄົນເປັນຄົນເມືອງສິງ ແຂວງຫຼວງນໍ້າທາ. ຈາກການສືບສວນ ສອບສວນ ຮູ້ວ່າ ນາຍໜ້າຄົນນີ້ໄດ້ ເອົາຜູ້ຍິງ ໄປຂາຍແລ້ວ 5 ເທື່ອ, ສ່ວນຄັ້ງທີ່ 6 ນີ້ ຖືກເຈົ້າໜ້າທີ່ ຈັບໄດ້ກ່ອນ.

ສາຍເຫດທີ່ນາຍໜ້າ ຖືກຈັບຄັ້ງນີ້ ກໍຍ້ອນວ່າ ຜູ້ປົກຄອງ ຂອງຜູ້ຍີງທີ່ນາຍໜ້າຈະເອົາໄປຂາຍນັ້ນ ໄດ້ໄປແຈ້ງ ຕໍ່ເຈົ້າໜ້າທີ່ ວ່າ ລູກສາວ ຂອງຕົນ ຖືກຕົວະ ໄປເຮັດວຽກຢູ່ຈີນ ໂດຍສັນຍາວ່າ ຫລັງຈາກທີ່ເອົາໄປສົ່ງ ຢູ່ຈີນ ແລ້ວຈະເອົາ ເງິນມາໃຫ້ ແຕ່ບໍ່ໄດ້ຮັບເງິນ ຕາມສັນຍາ ທ່ານກ່າວ ຕື່ມວ່າ:

“ມັນເສັຍລັບຍ້ອນໄປແລ້ວ ບໍ່ເອົາເງິນໄປໃຫ້ພໍ່ແມ່ເຂົາ ຄັນບໍ່ໄດ້ເງິນເຂົາຢາກ ໃຫ້ເອົາລູກເຂົາຫັ້ນກັບມາ ເງິນກະບໍ່ໄດ້ລູກກະບໍ່ກັບ ເຂົາຈຶ່ງ ເຂົ້າແຈ້ງຕໍ່ເຈົ້າໜ້າທີ່.”

ແມ່ຍ່ິງລາວທີ່ຖືກນາຍໜ້າ ຕົວະໄປຂາຍຢູ່ຈີນນັ້ນ ສ່ວນຫລາຍເປັນ ຊົນເຜົ່າຂະມຸ ຢູ່ເຂດຊົນນະບົດ ບໍ່ມີອາຊີບ ແລະ ຖານະຄອບຄົວ ທຸກຍາກ ບໍ່ມີທາງເລືອກ ແລະການທີ່ພວກ ເຂົາເຈົ້າຕັດສິນໃຈ ໄປເອົາຜົວຄົນຈີນ ຫຼືໄປເຮັດວຽກຢູ່ຈີນນັ້ນ ກໍ່ຍ້ອນວ່າຢາກໃຫ້ຖານະ ຄອບຄົວ ມີຢູ່ມີກິນ.

ເຈົ້າໜ້າທີ່ຜແນກສະກັດກັ້ນ ແລະປາບປາມການຄ້າມະນຸດ ຢູ່ແຂວງຫລວງນໍ້າທາ ທ່ານນື່ງເວົ້າວ່າ ແຕ່ກ່ອນ ການຄ້າມະນຸດ ແມ່ນເກີດຂຶ້ນ ໃນຮູບແບບ ການຕົວະຍົວະ ແຕ່ງງານ ແລ້ວເອົາໄປຢູ່ນຳ ໂດຍຄົນຈີນເອງ ແຕ່ປະຈຸບັນນີ້ ຄົນຈີນຈະບໍ່ເຂົ້າມາໂດຍກົງ ຈະໃຊ້ຄົນລາວ ເປັນນາຍໜ້າ ຊອກເອົາຜູ້ຍິງ ເຂົ້າໄປຂາຍຢູ່ຈີນ ໃນຮູບແບບເຂົ້າ ໄປທ່ອງທ່ຽວ ແລະເຮັດວຽກຫລັງຈາກ ທີ່ໄດ້ໄປແລ້ວ ນາຍໜ້າຈະຂາຍໃຫ້ ຄົນຈີນ ເລີຍ, ດັ່ງທ່ານ ກ່າວຕໍ່ RFA ໃນມື້ວັນທີ 27 ນີ້ວ່າ:

“ຄົນຈີນເຂົາຈະບໍ່ມາເອົາໄປແບບລັກສນະ ມາແຕ່ງງານແລ້ວ ຄັນຖ້າວ່າມາແຕ່ງ ເອົາແບບເປັນເມັຍ ມັນຈະເສັຍເງິນຫລາຍ ແລະມັນກະສ່ຽງ ຕໍ່ການຈັບກຸມເຂົາອີກ ແຕ່ດຽວ ນີ້ເຂົາຈະໃຫ້ນາຍໜ້ານີ້ ເອົາໄປສົ່ງໃຫ້ເລີຍ ໄປສົ່ງຮອດແລ້ວ ຈ່າຍເງິນ ໃຫ້ນາຍໜ້າເລີຍ ແມ່ນມັນບໍ່ໄດ້ ເສັຍຫລາຍ ແລະມັນກະບໍ່ຫຍຸ້ງຍາກເຂົາອີກ.”

ທ່ານວ່າ ກໍຣະນີດັ່ງກ່າວ ຢູ່ ແຂວງຫລວງນໍ້າທານີ້ ກໍາລັງແຜ່ຫລາຍ ເຖິງແມ່ນວ່າ ເຈົ້າໜ້າທີ່ທາງການລາວ ຈະສະກັດກັ້ນ ຢ່າງເຂັ້ມງວດ ປານໃດກໍ່ຕາມ ແຕ່ກໍ່ບໍ່ສາມາດ ສະກັດກັ້ນໄດ້ ຍ້ອນການ ຄ້າມະນຸດມີຫລາຍຮູບແບບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.