ສະພາພິຈາຣະນາກົດໝາຍ ຕ້ານ ຄ້າມະນຸດ
ກອງປະຊຸມ ສະພາ ແຫ່ງຊາດ ສປປລາວ ພິຈາຣະນາ ຮັບຮອງ ເອົາ ຮ່າງ ກົດໝາຍ ວ່າດ້ວຍການ ຕ້ານ ການ ຄ້າມະນຸດ.
-
ມະນີຈັນ
2015-12-10 -
-
-
Your browser doesn’t support HTML5 audio
ກອງປະຊຸມ ສະໄໝ ສາມັນ ເທື່ອທີ 10 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ແຫ່ງ ສປປລາວ ກຳລັງ ພິຈາຣະນາ ຮັບຮອງ ເອົາ ຮ່າງກົດໝາຍ ວ່າດ້ວຍ ການຕ້ານ ການ ຄ້າມະນຸດ ແລະ ອາຈປະກາດ ໃຊ້ ໃນປີ 2016 ທີ່ ຈະມາເຖິງນີ້. ດັ່ງ ຫົວໜ້າ ຫ້ອງການ ສະຫະພັນ ແມ່ຍິງ ແຂວງ ຊຽງຂວາງ ໄດ້ກ່າວ ເມື່ອ ວັນທີ 2 ທັນວາ 2015 ວ່າ:
"ສຳລັບ ກົດໝາຍ ຕ້ານ ການ ຄ້າມະນຸດ ນີ້ ກອງປະຊມ ສະພາ ກຳລັງ ຈະຮັບຮອງ ໃນ ຊຸດນີ້ ເພິ່ນກຳລັງ ປະຊຸມ ຢູ່ ກຳລັງ ຮັບຮອງ ຢູ່ ກອງປະຊຸມ ສະພາ ແຫ່ງຊາດ ຊຸດທີ 7 ນີ້ລະ ຖ້າວ່າບໍ່ມີ ການດັດແປງ ກໍຖືວ່າ ເປັນ ສົມບູລ ຖ້າມີການ ດັດແປງ ໃນ ທີ່ປະຊຸມ ກໍຕ້ອງ ມີການ ດັດແປງ".
ປັດຈຸບັນ ສປປລາວ ມີກົດໝາຍ ວ່າດ້ວຍການ ປົກປ້ອງ ຄຸ້ມຄອງ ສິດທິ ແມ່ຍິງ ແລະ ເດັກນ້ອຍ ທີ່ ມີເນືຶ້ອໃນ ສ່ວນນຶ່ງ ເວົ້າເຖິງ ການ ສະກັດກັ້ນ ການຄ້າ ແມ່ຍິງ ແລະ ເດັກນ້ອຍ. ຍ້ອນເປັນ ຄືແນວນັ້ນ ພາກ ປະຊາສັງຄົມ ຈຶ່ງໄດ້ ຊຸກຍູ້ ທາງການ ລາວ ໃຫ້ ອອກ ກົດໝາຍ ວ່າດ້ວຍ ການຕ້ານ ການ ຄ້າມະນຸດ ໂດຍສະເພາະ ເພື່ອປ້ອງກັນ ການ ຄ້າມະນຸດ ໃນ ສປປລາວ ທີ່ ມີຢ່າງແຜ່ ຫຼາຍ ຢູ່ນີ້.
ປັດຈຸບັນ ຄາດວ່າ ປະຊາຊົນ ລາວ ເປັນຕົ້ນ ຊາຍໜຸ່ມ ຍິງສາວ ແລະ ເຍົາວະຊົນ ລາວ ທີ່ ໄປເຮັດວຽກ ຢູ່ປະທດໄທ ຫຼາຍແສນຄົນ ຊຶ່ງ ໃນນັ້ນ ອາຈມີຈຳນວນ ບໍ່ໜ້ອຍ ທີ່ຕົກເປັນ ເຫຍື່ອ ຂອງ ພວກ ຄ້າມະນຸດ.