ຄົນງານລາວທວງໜີ້ນາຍຈ້າງ ໄທ

ຄົນງານລາວ ທີ່ ຖືກຫຼອກ ໄປ ເຮັດວຽກ ໃນເຮືອ ປະມົງ ຂອງໄທ ຢູ່ ອິນໂດເນເຊັຍ ແລະ ຖືກຊ່ອຍ ໃຫ້ ກັບມາບ້ານ ແລ້ວນັ້ນ ຢາກໄດ້ ຄ່າ ແຮງງານ ຈາກ ເຈົ້າຂອງ ເຮືອ.

ຍານາງ ປະຕິມາ ຕັ້ງປັດຍາກູລ ຫົວໜ້າມູນນິທິ ເຄືອຂ່າຍສົ່ງເສີມ ຄຸນນະພາບ ຊີວິດຄົນງານ RFA

ປັດ​ຈຸ​ບັນ ຄົນ​ງານ ​ລາວ ທີ່ ​​ຖືກ​ຫຼອກ ​ໄປ​ເຮັດ​ວຽກ ​ຢູ່ ​ເຮືອປະ​ມົງ ​ຂອງ​ໄທ ຢູ່ ​ປະ​ເທດ ​ອິນ​ໂດ​ເນ​ເຊັຽ ​ຊຶ່ງ ​ອົງ​ການ ​ທີ່ ບໍ່​ຂຶ້ນ ​ກັບ ​ຣັ​ຖ​ບານ ​ຂອງ​ໄທ ​ຊ່ອຍ​ ໃຫ້ໄດ້ ​ກັບ ​ສປປ​ລາວ ແລ້ວ​ນັ້ນ ຢາກ​ໄດ້ ​ຄ່າ​ ແຮງ​ງານ ຈາກ ​ເຈົ້າ​ຂອງ ​ເຮືອ ​ປະ​ມົງ ​ໄທ.

ໃນ ເຣຶ້ອງນີ້ ເອ​ເຊັຽ ​ເສ​ຣີ ໄດ້ຖາມ​ເຖິງ ​ຄວາມ ​ຄືບ​ໜ້າ ​ຂອງ​ການ ​ຟ້ອງ​ຮ້ອງ ​ນັ້ນ​​ ຈາກ ຍາ​ນາງ ປະ​ຕິ​ມາ ຕັ້ງ​ປັດ​ຍາ​ກູນ ຫົວ​ໜ້າ ມູນ​ນິ​ທິ ​ເຄືອ​ຂ່າຍ ​ສົ່ງ​ເສີມ ຄຸນນະພາບ​ ຊີ​ວິດ ​ແຮງ​ງານ ຂອງ​ໄທ ຊຶ່ງ​ ໄດ້ ​ເຂົ້າ​ຮ່ວມ ປະ​ຊຸມ ​ກັບ ​ທາງ​ການ ​ລາວ ແລະ ​ອົງ​ການ ​ຈັດ​ຕັ້ງ ​ທາງ​ສັງ​ຄົມ ກ່ຽວ​ກັບ​ ​ການ ​ຄ້າ​ມະ​ນຸດ ທີ່ ​ນະ​ຄອນ​ຫຼວງ ວຽງ​ຈັນ ນັ້ນ ແລະ ​ໄດ້​ຮັບ ​ຄຳ​ຕອບ​ ວ່າ ຍັງ​ຢູ່​ໃນ​ ຂັ້ນ​ຕອນ ​​ຮຽກ​ຮ້ອງ ​​ຄ່າ​ ເສັຽຫາຍ​ ຈາກ​ ນາຍ​ຈ້າງ, ສ່ວນ ​ທາງ​ການ ​ລາວ ແມ່ນ ຕ້ອງ​ການ ​ໃຫ້ ​ດຳ​ເນີນ ​ຄະ​ດີ ​ການ ​ຄ້າ​ມະ​ນຸດ​ ກັບ​ຜູ້ ​ກະ​ທຳ​ຜິດ ຊຶ່ງ​ ອາ​ຈ ໃຊ້​ເວ​ລາ ​ອີກ​ດົນ:

"ໄດ້ໄປ ປຶກສາກັບ ໜ່ວຍງານ ຂອງທາງການລາວ ແລະ ນັດ ລູກເຮືອ ທີ່ໄດ້ ກັບມາບ້ານ 4 ຄົນມາປຶກສາຫາລືເຣຶ່ອງການຮຽກຮ້ອງເອົາຄ່າຈ້າງ ຊຶ່ງອົງການ ຂອງຍານາງ ຈະເປັນຜູ້ ປະສານກັບນາຍຈ້າງ ໃຫ້. ແຕ່ເຣຶ່ອງຄະດີ ອາຍາ ການ ຄ້າມະນຸດນັ້ນ ເປັນເຣື່ອງອື່ນ ຊຶ່ງ ຈະຕ້ອງດຳເນີນການຕາມ ທີຫລັງ".

ຍາ​ນາງ ​ກ່າວ​ ຕໍ່​ໄປ​ວ່າ ທ້າຍ​ເດືອນ ​ຕຸ​ລາ ​ນີ້ ໜ້າ​ຈະ​ ຮູ້​ຜົ​ລ​ວ່າ ນາຍ​ຈ້າງ ​ຄົນ​ໄທ ​ນັ້ນ ຈະ​ຈ່າຍ​ ​ຄ່າ ​ແຮງ​ງານ ໃຫ້ ລູກ​ຈ້າງ ເທົ່າ​ໃດ. ສ່ວນ ​ເຣື້ອງ ທີ່ ຈະ ​ດຳ​ເນີນ ​ຄະ​ດີ ອາ​ຍາ ​ນັ້ນ ຍັງ ​ຫຍຸ້ງ​ຍາກ ຢູ່ ຍ້ອນ​ ​ເປັນ​ເຣຶ້ອງ​ ຣະ​ຫວ່າງ ປະ​ເທດ. ຍາ​ນາງ ​ເວົ້າ​ວ່າ ປັດ​ຈຸ​ບັນ ຄົນ​ງານ​ ລາວ​ ທັງ 4 ຄົນ ​ທີ່ ​ມູນ​ນິ​ທິ ​ຊ່ອຍ​​ມາ​ໄດ້ ກໍມີ​ ສຸ​ຂ​ພາບ​ ແລະ ​ຈິດ​ໃຈ ດີຂຶ້ນ ແລ້ວ.

ປັດຈຸຍັນ ນີ້ ຄາດ​ວ່າ​ ມີ ​ຄົນ​ງານ ​ລາວ ທີ່​ ເຮັດ​ວຽກ ​ໃນ​ເຮືອ​ ປະ​ມົງ ​ໄທ ໃນ​ເຂດ ​ນ່ານ​ນ້ຳ ອິນ​ໂດ​ເນ​ເຊັຽ ປະ​ມານ 700 ຫາ 800 ຄົນ ຊຶ່ງ ​ໃນ​ນັ້ນ ​ອາດ​ມີ​ທັງ ​ຜູ້​ສ​ມັກ​ໃຈ ແລະ  ​ຖືກ ​ລັກ​ພາ​ຕົວ​ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org