ຄວາມຄືບໜ້າ ຄົນງານລາວ ຖືກຈັບຢູ່ ປະເທດມາເລເຊັຽ

ທ້າວ ອາລຸນ ຫຼື “ຈ່ອຍ” ພົມມະລາດ ປັດຈຸບັນ ມີອາຍຸໄດ້ 24 ປີ, ເປັນຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ຖືກຈັບ ຢູ່ປະເທດມາເລເຊັຽ ໃນວັນທີ 8 ເດືອນ 6 ປີ 2021 ປັດຈຸບັນ ໄດ້ສົ່ງຂ່າວຫາຄອບຄົວແລ້ວ ວ່າຍັງມີຊີວິດຢູ່.

ທ້າວ ອາລຸນ (ຈ່ອຍ) ພົມມະລາດ ກ່ອນຈະຖືກຈັບ ຢູ່ປະເທດ ມາເລເຊັຽ ແລະຂາດການຕິດຕໍ່ ກັບຄອບຄົວ. ນັກຂ່າວ ພົລເມືອງ

ຄວາມຄືບໜ້າ ໃນກໍຣະນີ ຂອງທ້າວ ອາລຸນ ຫຼື ມີຊື່ຫຼິ້ນ ວ່າ “ຈ່ອຍ” ພົມມະລາດ ປັດຈຸບັນ ມີອາຍຸໄດ້ 24 ປີ, ເປັນຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ເຊິ່ງໄປເຮັດວຽກເປັນກັມມະກອນ ຢູ່ສວນຢາງພາຣາ ທີ່ປະເທດມາເລເຊັຍ ປະມານ 4 ປີ ຈົນລາວຖືກຈັບ ໃນວັນທີ 8 ເດືອນ 6 ປີ 2021 ຈາກນັ້ນ ກໍຂາດການຕິດຕໍ່ ກັບຄອບຄົວ ມາໄດ້ຫຼາຍເດືອນ ຈົນມາຮອດ 3-4 ມື້ ທີ່ຜ່ານມານີ້ ທາງຄອບຄົວ ຈຶ່ງໄດ້ຮັບຈົດໝາຍ ຂອງທ້າວ ອາລຸນ ທີ່ຝາກຄົນສົ່ງຕໍ່ໃຫ້ ແລະ ໄດ້ຮູ້ວ່າ ທ້າວ ອາລຸນ ຍັງມີຊີວິດຢູ່.

ດັ່ງຜູ້ເປັນອ້າຍ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 11 ມິຖຸນາ 2023 ວ່າ:

“ດີໃຈຫັ້ນແຫຼະ ມີຄວາມຫວັງຫຼາຍທີ່ສຸດແຫຼະ ຄົນລາວແຫຼະ ໄປເຮັດງານຢູ່ຫັ້ນນ່າ ຄົນຢູ່ວຽງຈັນຫັ້ນແຫຼະ ໄປທໍາງານຢູ່ຫັ້ນ ແຕ່ດຽວນີ້ ເພິ່ນມາລາວແລ້ວ ແຕ່ວ່າຈົດໝາຍໂຕນີ້ ເພິ່ນກະສົ່ງມານໍາຄົນຜູ້ນັ້ນແຫຼະ ແຕ່ວ່າມັນບໍ່ຮູ້ຈຸດ ບ່ອນໃດ ມາລົມໄລຍະນຶ່ງ ຈັ່ງວ່າຮູ້ ວ່າຢູ່ອັດຕະປືບາດນີ້ ຢູ່ສນາມໄຊນິ່ ຢູ່ບ້ານດອນສູງນີ້ແຫຼະ.”

ອ້າຍຂອງ ທ້າວ ອາລຸນ ໄດ້ເລົ່າເຖິງການຖືກໄປຈໍາຄຸກ ຂອງນ້ອງຊາຍ ໃຫ້ຟັງວ່າ:

“ອັນໄປຢູ່ຈໍາຄຸກຢູ່ຫັ້ນ ຖືກສານຕັດສິນຫັ້ນ ຖືກ 11 ເດືອນ ຖືກ 11 ເດືອນ ບາດນີ້ ກະໄດ້ພົ້ນໂທດອອກມາແລ້ວ ແຕ່ວ່າເຂົ້າວ່າ ໄປຢູ່ໃນກົງສຸນ ອັນນ່າ ກົງສຸນ ລາວ-ມາເລເຊັຍ ບາດນີ້ ລໍຖ້າກັບມາ ບາດນີ້ບໍ່ມີຍາດໄປຕິດຕໍ່ ບໍ່ມີສະຖານທູດໄປພົວພັນນໍາສົ່ງຫັ້ນນ່າ ກະເລີຍບໍ່ໄດ້ມາບາດນີ້ ກະເລີຍວ່າ ໄດ້ຢູ່ຮອດເທົ່າປັດຈຸບັນນີ້.”

ສ່ວນຜູ້ເປັນເອື້ອຍ ເມື່ອໄດ້ຮູ້ຂ່າວວ່າ ທ້າວ ອາລຸນ ຍັງມີຊີວິດຢູ່ ກໍເວົ້າແບບມີຄວາມຫວັງວ່າ:

“ກະຮູ້ສຶກ ຍັງມີຄວາມຫວັງແນ່ໜ້ອຍນຶ່ງ ກະຫວັງວ່າ ເພິ່ນ ຄືຊິໄດ້ມາບ້ານມາຊ່ອງນ່າ.”

ນອກຈາກນີ້ ເອເຊັຽເສຣີ ຍັງໄດ້ໂອ້ລົມກັບພີ່ນ້ອງ ຂອງຜູ້ນໍາຈົດໝາຍສບັບນັ້ນ ມາຈາກມາເລເຊັຍ ເພື່ອສົ່ງຕໍ່ໃຫ້ກັບຄອບຄົວ ຂອງທ້າວ ອາລຸນ ພົມມະລາດ ນໍາດ້ວຍ.

ດັ່ງນາງ ໄດ້ເລົ່າສູ່ຟັງວ່າ:

“ອັນນັ້ນ ທ້າວຈ່ອຍຫັ້ນ ລາວຢູ່ອ່າ ຢູ່ບ່ອນຕໍາຣວດຢູ່ ແບບພີ່ນ້ອງຫັ້ນ ໃບໜັງສືກາຍ (ໜັງສືເດີນທາງ) ໃບໜັງສືກາຍ ລະບໍ່ຮູ້ວ່າ ໃບໜັງສືກາຍລະອັນຊິຂ້າມມາໄທຍ ຊິຂ້າມມາໄທຍລະ ເຂົາມາກວດເບິ່ງໃບຜ່ານແດນຫັ້ນ ລະແມ່ນມັນກາຍ ລະເຂົາໄດ້ກັກໂຕໄວ້ ໄດ້ກັກໂຕໄວ້ ລະບາດນີ້ລະ ອັນທ້າວຈ່ອຍນີ້ ຮູ້ວ່່າ ຊິມີຄົນລາວເຂົ້າໄປ ກະໄດ້ຍິນ ຕໍາຣວດຫັ້ນແຫຼະລົມກັນ ວ່າຊິມີຄົນລາວເຂົ້າໄປ ແລະລາວລະ ຂໍຝາກໜັງສືນີ້ ນໍາເອົາມາໃຫ້ແບບຢູ່ເບື້ອງລາວນີ້ແຫຼະໄປ່ ລະບາດນີ້ອັນ ພີ່ນ້ອງຫັ້ນ ລະສົ່ງໃຫ້ເບີຂ້ອຍນີ້ນ່າ ວ່າ ຊອກບ້ານນີ້ໃຫ້ແດ່ ແບບຊ່ວຍຂະເຈົ້າແດ່ ຂະເຈົ້າຍັງຢູ່ພຸ້ນ ເຂົາວ່າ ຫາຄວາມຊ່ວຍເຫຼືອແດ່ ເຂົາວ່າຈັ່ງຊີ້ນ່າ ລະກະເລີຍວ່າລົງເຟສ ວ່າຖາມຢາກຮູ້ບ້ານອັນນີ້ ລະກະເລີຍວ່າມີຄົນຮູ້ຈັກ ລະເຂົາກະເລີຍວ່່າ ຕິດຕໍ່ກັນມາ ຈັ່ງຊີ້ນີ້ແຫຼະ.”

ນາງກ່າວຕື່ມ ອີກວ່າ:

“ດຽວນີ້ຫັ້ນ ກະບໍ່ໄດ້ຖຶືກຈັບ ບໍ່ໄດ້ຖືກຫຍັງລະດອກ ແຕ່ວ່າໄດ້ຢູ່ນໍາຕໍາຣວດຫັ້ນ ເຮັດວຽກຊ່ວຍເຂົານີ້ແຫຼະ ປະມານນີ້ແຫຼະ ທ້າວຈ່ອຍນີ້ ໄດ້ມາຍົກກະເປົ໋າຊ່ວຍອັນພີ່ນີ້ ລະລາວລະວ່າ ຂໍຝາກຈົດໝາຍແດ່ເດີ້ຫັ້ນນ່າ ລະເອົາມາອ່ານເບິ່ງ ລາວກະໄດ້ບອກບ້ານ ບອກຊື່ ຕາມທີ່ວ່າເຂົາໄດ້ສົ່ງໃຫ້ເຈົ້າເບິ່ງຫັ້ນແຫຼະ.”

ໃນມື້ວັນທີ 12 ມິຖຸນາ 2023 ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ສະຖານທູດລາວ ປະຈໍາປະເທດ ມາເລເຊັຍ ເພື່ອໃຫ້ຮັບຮູ້ນໍາ ເຊິ່ງທ່ານ ກໍໄດ້ກ່າວວ່າ:

“ຂະເຈົ້າ (ຄອບຄົວ ຫຼືຜູ້ນໍາສົ່ງຈົດໝາຍ) ຄວນຈະຕິດຕໍ່ຫາ (ສະຖານທູດ) ຊິໄດ້ຖາມໃຫ້ຣາຍລະອຽດ ໃຫ້ມັນລະອຽດ ລະກະຊິໄດ້ຕິດຕໍ່ຫາ ບ່ອນທີ່ ລາວຢູ່ແທ້ໆ ຕອນນີ້ ກະຍັງບໍ່ແນ່ໃຈວ່າ ແມ່ນ ວ່າລາວຍັງມີຊີວິດ ແຕ່ວ່າ ລາວຢູ່ໃສລະ ຄັນວ່າເບີ ທີ່ເອົາໃຫ້ກະຕິດຫາລະ ກະບໍ່ມີຊື່ລາວ ແລ້ວ ສລຸບ ຈົດໝາຍມັນມາຈາກໃສ ອ່າ ແມ່ນແລ້ວ ບໍ່ມີຊື່ນີ້ຢູ່ໃນອັນບ່ອນ ເບີໂທ ຜູ້ທີ່ເຈົ້າເອົາໃຫ້ ຕິດຕໍ່ໄປແລ້ວ ເພິ່ນຢູ່ຄ້າຍຄຸມຂັງ ເລືອນຕິກ ຢູ່ຣັຖກະດະ ລະມັນບໍ່ມີ ຊື່ນີ້ ມີແຕ່ຜູ້ຍິງຜູ້ດຽວ.”

ເຈົ້າໜ້າທີ່ປະຈໍາສະຖານທູດ ກ່າວກ່ຽວກັບການໄປເຮັດວຽກ ຂ້ອຍທ້າວ ອາລຸນ ຫຼື ທ້າວ ຈ່ອຍ ວ່າ:

“ຄົນລາວ ຊິໄປເຮັດວຽກ ຖຶືກະເປົ໋າ ຊ່ອຍຄົນຕ່າງປະເທດ ຫຼືວ່າຄົນມາເລເຊັຍ ຖ້າມັນຊິມີ ກະຄື ຢູ່ໃນກໍຣະນີທີ່ວ່າ ຂະເຈົ້າຈັດຢູ່ໃນປະເພດນັກໂທດດີ ລະຂະເຈົ້າ ໃຫ້ເຂົ້າມາຊ່ອຍວຽກຂະເຈົ້າ ຂະເຈົ້າເອົາມາໃຊ້ວຽກຫັ້ນແຫຼະ ໃຊ້ວຽກຢູ່ຫ້ອງການຂະເຈົ້າ ມາຊັດມາອະນາມັຍ ມາເຊັດເອກກະສົງ ເອກກະສານ ມາມ້ຽນນັ້ນ ມ້ຽນນີ້ໃຫ້ຂະເຈົ້າ ສະຖານຄຸມຂັງຫັ້ນແຫຼະ.”

ໃນຈົດໝາຍ ຂອງ ທ້າວ ອາລຸນ ພົມມະລາດ ທີ່ຂຽນຫາຄອບຄົວ ມີເນື້ອໃນວ່າ: ສະບາຍດີ ຂ້ອຍຊື່ ອາລຸນ ພົມມະລາດ ຊື່ຫຼິ້ນ ຈ່ອຍ ອາຍຸ 24 ປີ ຂ້ອຍຢູ່ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ຂ້ອຍມີຄອບຄົວ ທັງໝົດ 6 ຄົນ ຂ້ອຍເຂົ້າມາຢູ່ ມາເລເຊັຍ ມາໄດ້ 4 ປີ ແລ້ວ ຂ້ອຍເຮັດວຽກເປັນກັມມະກອນ ກີດຢາງພາຣາ. ໃນວັນທີ 8 ເດືອນ 6 ປີ 2021 ຂ້ອຍຖືກຕໍາຣວດຈັບ ຄະດີ ໃບກະທ້ອມ ຂ້ອຍຖືກຈັບ ໂດຍຍາດຕິພີ່ນ້ອງໝູ່ເພື່ອນຍັງບໍ່ຮູ້ ວ່າຂ້ອຍຖືກຈັບຈົນເຖິງປັດຈຸບັນນີ້ ຍ້ອນວ່າ ຂ້ອຍຕິດຕໍ່ໃຜບໍ່ໄດ້ ໂທຣະສັບມືຖື ຕໍາຣວດກໍເອົາໝົດ ຂ້ອຍຖືກສານຕັດສິນ ທັງໝົດ 11 ເດືອນ ຂ້ອຍຕິດຢູ່ຄຸກ ປະກໍ່ຊະນ້າ ຂ້ອຍພົ້ນໂທດ ຈາກຄຸກ ປາກໍ່ຊະນ້າ ໃນວັນທີ 13 ເດືອນ 4 ປີ 2022 ແລ້ວກໍມາຢູ່ແຄ້ມ ບ່າລັນເຕະ ລໍຖ້າເມືອບ້ານ.

ສາເຫດ ທີ່ຂ້ອຍເມືອບ້ານບໍ່ໄດ້ ກໍຍ້ອນວ່າ ບໍ່ມີເງິນຊື້ປີ້ເຮືອບິນ ອີກຢ່າງ ບໍ່ໄດ້ຕິດຕໍ່ຫາຄອບຄົວ ເພາະຈື່ເບີໂທຣະສັບທາງບ້ານກະບໍ່ໄດ້ ຕອນນີ້ ຂ້ອຍຖ້າກົງສຸນລາວມາຊ່ວຍ ຂ້ອຍຢູ່ຂ້າງໃນນີ້ ມາໄດ້ 12 ເດືອນແລ້ວ ສະຖານທູດ ບໍ່ໄດ້ມາຈັກເທື່ອເລີຍ.

ຂ້ອຍໄດ້ຍິນຂ່າວວ່າ ມີຜູ້ຍິງຄົນລາວ ມາອີກຄົນນຶ່ງ ຂ້ອຍຂໍລົບກວນ ຂຽນຈົດໝາຍຝາກບອກແດ່ ໄດ້ບໍ່ ຖ້າເຈົ້າເມືອປະເທດລາວກ່ອນ ຊ່ອຍຂ້ອຍແດ່ ໄດ້ບໍ່ ຊ່ອຍແຈ້ງທາງຍາດພີ່ນ້ອງຂອງຂ້ອຍໃຫ້ແດ່ ເຟສບຸກເອື້ອຍຂ້ອຍ N’Noy, ເຟສບຸກ ອ້າຍຂ້ອຍ ຄໍາສຽນ ຫຼືແຈ້ງສະຖານທູດກະດີ.

ເຖິງແນວໃດກໍດີ ທາງຄອບຄົວທຸກໆຄົນ ກໍຍັງຄອງຄອຍລໍຖ້າ ການກັບມາບ້ານຂອງ ທ້າວອາລຸນ ໃນມໍ່ໆນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org