ແມ່ຍິງລາວ ຍັງຖືກຕົວະ ແຕ່ງດອງກັບຄົນຈີນ
2021.03.05

ວັນແມ່ຍິງສາກົລ ທີ 8 ມີນາ ຈະຄົບຮອບ 111 ປີ ເພື່ອສິດແລະຜົລປະໂຫຍດອັນຊອບທໍາ ຂອງແມ່ຍິງໃນທົ່ວໂລກ ທີ່ຈະມີການສລອງກັນນັ້ນ ແມ່ຍິງລາວ ກໍຍັງພົບບັນຫາຫຍຸ້ງຍາກ ໃນເຣື່ອງການຖືກຕົວະຍົວະ ໄປເຮັດວຽກຕ່າງປະເທດ ຫຼືໄປແຕ່ງດອງກັບຄົນຈີນຢູ່ ໂດຍສະເພາະແມ່ຍິງຊົນເຜົ່າ ຢູ່ເຂດສອກຫຼີກຫ່າງໄກ ຍ້ອນວ່າ ບາງຄົນບໍ່ໄດ້ຮຽນໜັງສື, ບາງຄົນກໍອອກໂຮງຮຽນກາງຄັນ ບໍ່ໄດ້ຮັບຮູ້ຂໍ້ມູນຂ່າວສານ ແລະບາງຄົນກໍຍ້ອນຄອບຄົວທຸກຍາກ ເມື່ອຄົນຈີນມາຂໍແຕ່ງງານ ກໍຕົກລົງໄປກັບເຂົາ ເພື່ອຫວັງວ່າຊີວິດຄອບຄົວຈະດີຂຶ້ນ- ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ສະຫະພັນແມ່ຍິງ ນະຄອນຫຼວງ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 04 ມິນາ ນີ້.
“ຖືກຫຼອກລວງງ່າຍທີ່ສຸດ ແມ່ຍິງເຮົາບໍ່ໄດ້ຮັບຮູ້ຂໍ້ມູນຂ່າວສານ, ບໍ່ທັນໄດ້ຮໍ່າໄດ້ຮຽນ ລົບລ້າງບໍ່ທັນໄດ້ໝົດ 100 ເປີເຊັນ ທາງຕ່າງແຂວງນີ້ ບາງເຜົ່າ ເຂົາເຈົ້າບໍ່ໃຫ້ລູກແມ່ຍິງຮຽນຍັງມີ, ຄັນຄົນຈີນເອົາເງິນມາລໍ້ ກະຢາກເອົາໄປບ້ານເຂົາພຸ້ນແຫຼະ, ນໍາເຂດນອກຫັ່ນ ແຕ່ງດອງກັນຫຼາຍ ເອົາໄປມັນບໍ່ເປັນຈັ່ງຊັ້ນ, ບາງເທື່ອກໍເອົາໄປບໍາເລີ ຂາຍຕໍ່ກະມີ.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ທາງການ ຍັງຫາທາງແກ້ໄຂບັນຫາດັ່ງກ່າວຢູ່ ໂດຍໃຫ້ແຕ່ລະແຂວງ ລົງຊຸກຍູ້ໂຄສະນາກົດໝາຍຄຸ້ມຄອງຕ່າງໆ ໃຫ້ແມ່ຍິງລາວຮັບຮູ້ ແລະໂຄສະນາບໍ່ໃຫ້ຕົກເປັນເຫຍື່ອ ໃນການຖືກຕົວະຍົວະໃນຮູບແບບຕ່າງໆ. ປັດຈຸບັນ ປະເທດລາວ ກໍມີການພັທນາດີຂຶ້ນຫຼາຍກວ່າແຕ່ກ່ອນ ໃນດ້ານຄວາມສເມີພາບ ຣະຫວ່າງຍິງແລະຊາຍ ໂດຍແມ່ຍິງມີບົດບາດໜ້າທີ່ຫຼາຍຂຶ້ນ, ທັງໜ້າທີ່ທາງດ້ານການງານ, ດ້ານຄອບຄົວ ແລະອື່ນໆ ເຊິ່ງຜູ້ຊາຍກໍໃຫ້ກຽດແມ່ຍິງຫຼາຍຂຶ້ນນໍາດ້ວຍ. ສ່ວນໜ້ອຍທີ່ແມ່ຍິງຈະຖືກໃຊ້ຄວາມຮຸນແຮງຖືກຕົບຕີ, ແຕ່ຫາກເກີດກໍຣະນີດັ່ງກ່າວຂຶ້ນ ແມ່ຍິງກໍມີສິດໃນການຮ້ອງຮຽນ ແລະເອົາຜິດຜູ້ທີ່ທໍາຮ້າຍໄດ້.
“ບໍ່ວ່າຍິງວ່າຊາຍ ກະເທົ່າທຽມກັນໝົດແຫຼະ ຜູ້ຊາຍເຮັດຫຍັງໄດ້ ເຮົາກະຊິເຮັດໄດ້ຄືກັນ ກັບເຂົາເຈົ້າຫັ່ນແຫຼະ, ມັນກະມີກົດໝາຍແມ່ຍິງລາວເນາະ, ເພາະວ່າ ແມ່ຍິງເຮົາກະຮັບຮູ້ຫຼາຍຂຶ້ນກວ່າແຕ່ເກົ່າ ແບບບໍ່ຕ້ງມາຂົ່ມເຫັງ ເອື້ອຍນ້ອງແມ່ຍິງເຮົາຫຼາຍ ຜູ້ເປັນຜົວ ບາງຄົນກໍຂົ່ມເຫັງ, ແຕ່ແມ່ນຫັ່ນນ່າ ເຮົາກໍມີສິດຮຽນຮ້ອງໄດ້.”
ເຈົ້າໜ້າທີ່ສະຫະພັນແມ່ຍິງແຂວງຊຽງຂວາງ ທ່ານນຶ່ງ ຊຶ່ງຂໍສງວນຊື່ແລະຕໍາແໜ່ງ ກ່າວວ່າ ໃນປີ 2020 ກໍມີແມ່ຍິງ 1 ຄົນ ຢູ່ເມືອງແປກ ຖືກຕົວະຍົວະໃຫ້ແຕ່ງດອງກັບຄົນຈີນ, ແຕ່ເມື່ອໄປຮອດປະເທດເຂົາແລ້ວຈຶ່ງຮູ້ວ່າ ເປັນເມັຽເກັບ ຫຼືນາງບໍາເລີ ແລະໃນປີ 2019 ກໍມີ 1 ຄົນ ທີ່ເປັນລັກສະນະຄ້າຍຄືກັນນັ້ນ. ແມ່ຍິງສ່ວນໃຫຍ່ທີ່ຖືກຕົວະຍົວະໄປ ກໍເປັນແມ່ຍິງຊົນເຜົ່າ ທາງເຈົ້າໜ້າທີ່ກໍມີການແກ້ໄຂຢູ່ ໂດຍເອົາກົດໝາຍຕ້ານການຄ້າມະນຸດ ແລະການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍໄປໂຄສະນາ, ແຕ່ຍັງມີຄວາມຫຍຸ້ງຍາກຢູ່ ເພາະບາງເທື່ອເຂົາເຈົ້າ ບໍ່ເຂົ້າຮ່ວມຮັບຟັງກໍມີ, ບໍ່ຢູ່ເຮືອນກໍມີ ແລະສ່ວນນຶ່ງ ງົບປະມານກໍບໍ່ພຽງພໍ ທີ່ຈະລົງໂຄສະນາຢ່າງທົ່ວເຖິງ ກໍໄດ້ໃຫ້ຂັ້ນບ້ານໄປເຜີຍແຜ່ຕໍ່, ແຕ່ບາງບ້ານ ກໍບໍ່ໄດ້ເຂົ້າໃຈດີ ເທົ່າເຈົ້າໜ້າທີ່ ໄປເຜີຍແຜ່ໃຫ້.
“ມັນກະມີຈຸດຍາກ ຍອມຮັບຍັງບໍ່ທັນທົ່ວເຖິງ ມີຈຸດແມ່ຍິງຊົນເຜົ່າ, ເພາະວ່າ ບໍ່ມີງົບປະມານ ທີ່ຈະລົງກໍາກັບ ກະເວົ້າໄດ້ ໃນຂອບເຂດຄັບແຄບ ມອບໃຫ້ຂັ້ນບ້ານໄປເຜີຍແຜ່ຕໍ່ ເຂົາເຈົ້າກະຈະເຜີຍແຜ່ໄດ້ສໍ່າໃດ ມີເຣື່ອງການຄ້າມະນຸດນີ້ ແມ່ນພວກເຮົາພົບຢູ່ປີ 2020 ຜູ້ນຶ່ງ ປີ 2019 ຜູ້ນຶ່ງ ຕົວະຍົວະແຕ່ງດອງແອບແຝງ ແລ້ວໄປຕ່າງປະເທດ ໄປເປັນເມັຽເກັບເຂົາຫັ່ນ.”
ເຈົ້າໜ້າທີ່ ສະຫະພັນແມ່ຍິງແຂວງສວັນນະເຂດ ກໍເວົ້າເຖິງຄວາມສເມີພາບ ຣະຫວ່າງຍິງແລະຊາຍ ວ່າ ປັດຈຸບັນດີຂຶ້ນຫຼາຍ ເພາະແມ່ຍິງສມັຍນີ້ ມີຄວາມກ້າຫຼາຍຂຶ້ນ ສາມາດເຂົ້າຮ່ວມໄດ້ທຸກວຽກງານ ຮວມເຖິງການຕັດສິນບັນຫາຕ່າງໆ, ແຕ່ມີສ່ວນໜ້ອຍ ທີ່ບາງຄອບຄົວ ຜູ້ຊາຍບໍ່ຢາກໃຫ້ແມ່ຍິງ ມີການເຄື່ອນໄຫວທາງສັງຄົມ.
“ດີຂຶ້ນຫຼາຍແມ່ຍິງເຮົາ ໄດ້ເຂົ້າໄປ ນອນຢູ່ໃນຂັ້ນຕອນ ໃນການຕັດສິນບັນຫາ ການຄວບຄຸມຫ່ັນ ຍົກໂຕຢ່າງໃຫ້ເຫັນ ຢູ່ສວັນນະເຂດພວກເຮົາເນາະ ແມ່ຍິງເຮົາດຽວນີ້ ຮອດໄດ້ເປັນຮອງເຈົ້າແຂວງພຸ້ນເກາະ ດຽວນີ້ຖືວ່າຫຼາຍ, ແຕ່ລະຜແນກການກົມກອງ ກະໄດ້ດືງເອົາແມ່ຍິງຫັ່ນ ເຂົ້າມາໃຫ້ມີສ່ວນຮ່ວມ.”
ສໍາລັບຄວາມສເມີພາບ ຣະຫວ່າງຍິງແລະຊາຍ ໃນໂຮງຈັກໂຮງງານ ເຈົ້າໜ້າທີ່ກັມມະບານ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ຊຶ່ງຂໍສງວນຊື່ແລະສຽງ ກ່າວວ່າ ໂຮງຈັກໂຮງງານຕ່າງໆ ກໍມີຄວາມຍຸຕິທັມ ສໍາລັບຄົນງານ ມີສວັດດີການ, ມີປະກັນສັງຄົມ, ມີເງິນເດືອນຂັ້ນຕໍ່າ 1 ລ້ານ 1 ແສນກີບ ຕໍ່ເດືອນ, ມີໂອທີ ມີມື້ພັກໃຫ້ຄົນງານ ອາທິດລະ 1 ມື້. ນັກທຸຣະກິຈທີ່ຈະມາຕັ້ງໂຮງງານ ກໍຕ້ອງປະຕິບັດແນວນັ້ນ.
ແມ່ຍິງລາວທ່ານນຶ່ງ ກ່າວວ່າ ຄວາມສເມີພາບພາຍໃນຄອບຄົວ ແມ່ຍິງແລະຜູ້ຊາຍ ເຄົາຣົບການຕັດສິນໃຈຂອງກັນແລະກັນຫຼາຍຂຶ້ນ ມີສ່ວນໜ້ອຍແລ້ວ ທີ່ຜົວທໍາຮ້າຍຮ່າງກາຍເມັຽແລະລູກ ບາງຄອບຄົວເກີດຈາກຜົວ ເສພຢາເສພຕິດ ເຮັດໃຫ້ຄວບຄຸມອາຣົມບໍ່ໄດ້ ກໍທຸບຕີລູກເມັຽ.
“ຢູ່ກິນນໍາກັນ ສເມີພາບຄືກັນຫັ່ນແຫຼະ ບໍ່ມີການຂູດຮີດຂົ່ມເຫັງຫຍັງແຫຼະ ແບບເຂົ້າໃຈກັນ ບາງຄອບຄົວ ຜູ້ຊາຍເຂົາເຈົ້າ ໄປກິນຢາເນາະ ຢາເສພຕິດ ຢາບ້າຫັ່ນແຫຼະ ບໍ່ເຮັດວຽກບໍ່ເຮັດງານ ລູກເມັຽເວົ້າກໍ ກໍທຸບກໍຕີ ບາງຄອບຄົວເພິ່ນກໍຟັງ ບາງຄອບຄົວເພິ່ນກໍບໍ່ຟັງ.”
ຜູ້ຊາຍລາວ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ແມ່ຍິງແລະຜູ້ຊາຍມີຄວາມສເມີພາບກັນ ໃຫ້ກຽດຊຶ່ງກັນແລະກັນ ຕົນເອງ ໃນຖານະເປັນຜູ້ຊາຍ ກໍຍອມຮັບໃນກົດເກນການປ່ຽນແປງ ທີ່ແມ່ຍິງມີຄວາມກ້າຫານ ກ້າເຮັດກ້າທໍາ.
“ມີຄວາມສເມີພາບ ມັນກະດີຂຶ້ນ ແມ່ຍິງກໍກ້າຫານ ກ້າເຮັດກ້າທໍາ ເພາະວ່າ ເຂົ້າກ້າປາກເດ້ ມີຄວາມຄິດເຫັນ ມັນກະດີກວ່າເກົ່າເດ້ ແຕ່ກີ້ນີ້ ຖືກແຕ່ຜູ້ຊາຍໃຊ້ຕລອດເນາະ ບັດນີ້ ຜູ້ຍິງມັນໃຊ້ຜູ້ຊາຍເດ້ ຄັນວ່າກູມືງ ຜົວເມັຽຫັ່ນເມັຽວ່າໂລດນະ ບໍ່ຄືສິບປີຫຼັງເດ້ ຮ່ວຍໆຜູ້ຊາຍນິ່ໄດ້ປຽບນ່າ.”
ຢ່າງໃດກໍຕາມ ເນື່ອງໃນວັນແມ່ຍິງສາກົລ ຄົບຮອບ 111 ປີ ທີ່ຈະເຖິງ ໃນວັນທີ 8 ມິນານີ້ ຫຼາຍແຂວງຂອງລາວ ຮວມທັງຢູ່ນະຄອນຫຼວງວຽງຈັນ ກໍເລີ່ມຈັດກິຈກັມຕ່າງໆ ຮວມທັງການເລົ່າມູນເຊື້ອ ປວັດຄວາມເປັນມາ ຂອງວັນທີ 8 ມິນາ, ແຕ່ກໍບໍ່ໄດ້ຈັດງານໃຫຍ່ໂຕ ຄືຫຼາຍໆປີຜ່ານມາ.