ນາງຫຼ້າ (ນາມສົມມຸດ) ຕິດຕໍ່ ທາງບ້ານ ໄດ້ແລ້ວ

ມະນີຈັນ
2019.10.04
F-HT ຣັຖບານລາວ ໂຄສະນາ ຕ້ານ ການຄ້າມະນຸດ ໃນທຸກແຂວງ ຕິດກັບຊາຍແດນ
ຮູບພາບຈາກ : ໜ່ວຍງານຕ້ານການຄ້າມະນຸສ

ນາງຫລ້າ ນາມສົມມຸດ ອາຍຸ 25 ປີ ຢູ່ບ້ານຫາດກູ້ ເມືອງແອດ ແຂວງຫົວພັນ ທີ່ໄປກັບຜົວຈີນ ວັຍ 55 ປີ ບໍ່ຕິດຕໍ່ມາບ້ານເປັນປີນັ້ນ ຕິດຕໍ່ ມາຫາເອື້ອຍຂອງ ນາງ ທີ່ຢູ່ລາວ ໃນມື້ວັນທີ 2 ຕຸລາ ນີ້ແລ້ວ ຍ້ອນຜົວຈີນ ອະນຸຍາດໃຫ້ ຫລັງຈາກເອື້ອຍຂອງນາງ ໂພສຂໍຄວາມຊ່ອຍ ເຫລືອ ຜ່ານເຟສບຸກ ແລ້ວໝູ່ຂອງຜົວຈີນນັ້ນ ມາເຫັນໂພສ ຈຶ່ງໄປບອກໃຫ້ຜົວນາງຫລ້າຮູ້, ຕາມຄໍາເວົ້າຂອງຜູ້ເປັນເອື້ອຍ ຕໍ່ RFA ໃນມື້ ວັນທີ 3 ຕຸລາ ນີ້:

"ຍັງ ຍັງບໍ່ທັນມາເທື່ອ ຢູ່ຈີນ ພຸ້ນລະ ແຕ່ວ່າຕິດຕໍ່ຫາໄດ້ແລ້ວ ອັນນັ້ນທາງວີແຊັດ ຫັ້ນນະ ແລ້ວມັນລັອກ ຕ່າງຄົນກໍຕ່າງລັອກ ເລີຍຕິດຕໍ່ ຫາບໍ່ໄດ້ເປັນປີແລ້ວ ຂ້ອຍໂພສລົງເຟສບຸກເດ໊ ຂໍຄວາມຊ່ວຍເຫລືອໝູ່ເພິ່ນ ທາງນ້ອງຫັ້ນແຫລະ ທາງຈີນນັ້ນແຫລະ ມາເຫັນເຂົາກໍເລີຍ ຕິດຕໍ່ຫານ້ອງຫັ້ນ ເລີຍຕິດຕໍ່ມາທາງນີ້ ເຮົາກໍຄິດວ່າລາວຕາຍ ຈັ່ງຊັ້ນດອກ ເຮົາກໍເລີຍໂພສລົງເຟສ."

ຜູ້ເປັນເອື້ອຍ ເວົ້າວ່າເປັນເວລາ 3 ປີ ທີ່ຜົວຈີນ ມາຮັບເອົານາງ ຫລ້າ ໄປຈີນເພື່ອເອົາໄປເປັນເມັຽ ຈັດງານແຕ່ງດອງ ຢູ່ປະເທດຈີນ ໂດຍ ຄອບຄົວນາງຫລ້າ ບໍ່ໄດ້ເຂົ້າຮ່ວມພິທີນໍາ ຊຶ່ງກ່ອນນາງຫລ້າ ຈະໄປຈີນນັ້ນ ຜົວຂອງນາງເອົາເງິນ ໃຫ້ນາຍໜ້າທີ່ ເປັນຄົນລາວຝາກໃຫ້ ແມ່ນາງ 20 ລ້ານກີບ.

ຫລັງຈາກນາງຫລ້າໄປຮອດເຮືອນຜົວຢູ່ຈີນ ຜົວກໍບໍ່ໃຫ້ນາງເຮັດວຽກອິຫຍັງ ຜົວບໍ່ໄດ້ຕົບບໍ່ໄດ້ຕີ ນາງ ໃຫ້ຢູ່ແຕ່ເຮືອນ ແລະ ຜົວກໍຕົວະນາງ ຈະໃຫ້ກັບລາວ ເດືອນນັ້ນ ປີນີ້ໄປເລື້ອຍໆ ຈົນກະທັ່ງນາງຂາດການຕິດຕໍ່ ກັບທາງບ້ານເມື່ອ 1 ປີ ທີ່ຜ່ານມາ.

ຜູ້ເປັນເອື້ອຍເວົ້າວ່າ, ນາງຄິດວ່າຫາກ 1 ເດືອນ ນັບແຕ່ມື້ນີ້ໄປ ຜົວຈີນຜູ້ນັ້ນ ຍັງບໍ່ໃຫ້ນາງຫລ້າ ກັບລາວ ນາງກໍຈະໄປແຈ້ງຕໍາຣວດ ແລະ ສະຖານທູດເພື່ອຂໍຄວາມຊ່ອຍເຫລືອ. ຂນະນີ້ຜູ້ເປັນເອື້ອຍ ກໍາລັງເຮັດວຽກຫາເງິນ ເຮັດເອກກະສານໃຫ້ ນາງຫລ້າຢູ່:

"ນ້ອງຫັ້ນບໍ່ໄດ້ເຮັດວຽກ ອິຫຍັງມີແຕ່ຜົວລາວ ຫາເງິນມາໃຫ້ ຫາເງິນກໍບໍ່ໄດ້ຈັບ ມີແຕ່ຢູ່ເຮືອນ ຢູ່ກັບອາກົງຢ່າງດຽວເລີຍ ຢາກມາກໍມາບໍ່ໄດ້ ສິໄປເຮັດວຽກ ຜົວກໍບໍ່ໃຫ້ໄປນ້ອງວ່າເດືອນນຶ່ງສິມາ ຖ້າບໍ່ມາແທ້ໆກໍລົງໄປຫາຕໍາຣວດ ລອງເບິ່ງວ່າສິວ່າຈັ່ງໃດ ເພາະວ່ານ້ອງນີ້ວ່າຢາກມາ ແຕ່ດົນແລ້ວ ຜົວລາວຫັ້ນກໍຕົວະໆຕລອດ ໝົດປີແລ້ວແລ້ວປີນັ້ນ ແລ້ວປີກໍປີນັ້ນ."

ທາງດ້ານເຈົ້າໜ້າທີ່ຕໍາຣວດ ຜແນກສະກັດກັ້ນ ແລະຕ້ານການຄ້າມະນຸດ ແຂວງຫົວພັນ ກ່າວວ່າຫາກນາງຫລ້າ ຢາກກັບມາລາວ ກໍໃຫ້ ຍາດພີ່ນ້ອງ ເອົາທີ່ຢູ່ຂອງນາງຫລ້າຢູ່ຈີນ ມາສເນີເຈົ້າໜ້າທີ່ລາວ ແລ້ວເຈົ້າໜ້າທີ່ລາວ ຈະຕິດຕໍ່ຫາທາງການຈີນ ເພື່ອໄປຮັບນາງກັບ ມາບ້ານ:

"ເອີ໋ ຄັນວ່າເຂົາຮູ້ທີ່ຢູ່ຂອງຜູ້ຍິງ ສເນີມາທາງເຈົ້າໜ້າທີ່ໄປເຮົາ ເຈົ້າໜ້າທີ່ໄທເຮົາຈັ່ງປະສານ ເຈົ້າໜ້າທີ່ຈີນໃຫ້ ຮູ້ທີ່ຢູ່ແນ່ນອນວ່າ ເຂົາເຈົ້າຢູ່ ບ້ານໃດເມືອງໃດ ແຂວງໃດ ບໍ່ມີບັນຫາ ຄັນເຂົາຕ້ອງການກັບ."

ເຈົ້າໜ້າທີ່ຕໍາຣວດ ກາວຕື່ມວ່າ ຫາກແມ່ຍິງລາວຜູ້ໃດ ຈະແຕ່ງດອງກັບຄົນຕ່າງປະເທດ ແລະໄປໃຊ້ຊີວິດ ຢູ່ຕ່າງປະເທດນັ້ນ ໃຫ້ມາເຮັດ ເອກກະສານ ກັບທາງການຢ່າງຖືກຕ້ອງ ເພື່ອທີ່ຈະໄດ້ຮັບການຄຸ້ມຄອງ ຕິດຕາມຊີວິດການເປັນຢູ່ ຂອງແມ່ຍິງລາວ ຄົນນັ້ນໄດ້ ແລະກໍຈະ ປອດໄພ ຈາກການຄ້າມະນຸດ ການກັກຂັງແລະອື່ນໆ.

ຕາມຄໍາເວົ້າຂອງຜູ້ເປັນເອື້ອຍ, ນາງຫລ້າ ຮຽນຈົບຊັ້ນມັທຍົມປີທີ 5 ແລະບໍ່ຮູ້ວິທີການເອົາໂຕລອດ ທັງບໍ່ຮູ້ຈັກຫລິ້ນເຟສບຸກ ຮູ້ຈັກແຕ່ຫລິ້ນ ວີແຊັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.