ມາຕການໃສ່ໂທດຫາກປູກຝິ່ນ

ອະວາຣີ
2014.12.02
F-poppies ຮູປຖ່າຍ ທົ່ງປູກຝິ່ນ ໂດຍ ຫ້ອງການ ອາຊຍາກັມ ແລະ ຢາເສບຕິດ ສະຫະປະຊາຊາດ ຫລື UNODC
Poppy field. Photo: UNODC

 

ທາງການ ລາວ ບັງຄັບ ປະຊາຊົນ ເຊັນ ສັນຍາ ເຊົາ ປູກຝິ່ນ ຖ້າ ຣະເມີດ ຈະໄດ້ຮັບ ໂທດ ນັບແຕ່ຖືກ ປັບໃໝ ຈົນເຖິງ ຖືກ ຈຳຄຸກ. ເຈົ້າໜ້າທີ່ ຄນະ ກັມມາທິການ ກວດກາ ແລະ ຄວບຄຸມ ຢາເສບຕິດ ແຫ່ງຊາດ ລາວ ເປີດເຜີຍ ກັບ ນັກຂ່າວ ຂອງ ພວກເຮົາ ວ່າ ຊາວ ລາວ ຢູ່ ພາກເໜືອ ລັກ ປູກຝິ່ນ ຫລາຍຂຶ້ນ ຕລອດມາ; ທາງການ ຈຳເປັນ ຕ້ອງເອົາ ມາຕການ ເຂັ້ມງວດ ເພື່ອ ກໍາຈັດ ການປູກຝິ່ນ ໃນລາວ.

ຜ່ານມາ ຄນະ ກັມມາທິການ ກວດກາ ແລະ ຄວບຄຸມ ຢາເສບຕິດ ໄດ້ສັ່ງໃຫ້ ອຳນາດ ການ ປົກຄອງ ໃນ 8 ແຂວງ ພາກເໜືອ ຂອງ ລາວ ໃຫ້ລົງໄປ ສຳຣວດ ກວດກາ ປະຊາຊົນ ແລະ ໃຫ້ ປະຊາຊົນ ທີ່ຍັງລັກ ປູກຝິ່ນ ຢູ່ນັ້ນ ເຊັນ ສັນຍາ ຍອມຮັບວ່າ ຈະ ເຊົາປູກຝິ່ນ ແບບ ເດັດຂາດ ຖ້າ ຄອບຄົວ ໃດ ຣະເມີດ ສັນຍາ ຈະໄດ້ຮັບໂທດ ຕາມ ກົດໝາຍ. ດັ່ງ ເຈົ້າໜ້າທີ່ ຄນະ ກັມມາທິການ ເວົ້າວ່າ:

“ຄນະ ສະເພາະກິດ ກໍໄດ້ ລົງໄປ ໂຄສະນາ ແລະ ກໍໄປ ມອບວຽກ ດັ່ງກ່າວນີ້ ໃຫ້ ແຕ່ລະ ເຈົ້າເມືອງ ອ້າຍນ້ອງ ປກສ ໄດ້ໄປເຮັດ ສັນຍາ ກັບ ແຕ່ ລະຄອບຄົວ ຄັນຖ້າວ່າ ປູກ ບໍ່ແມ່ນແຕ່ ສິປັບໃໝ ເທົ່ານັ້ນ ແຕ່ຍັງມີ ເປົ້າໝາຍ ລົງໂທດ ມາເຂົ້າຄຸກ ເທົ່າໃດ ສິປັບໃໝ ແນວໃດ ເຂົາເຈົ້າ ກະໄດ້ເຊັນ ແລ້ວເດ່ ແຕ່ ວ່າຜົນໄດ້ ມັນສິເປັນ ແນວໃດ ຫັ່ນນໍໍ່.”

ແຕ່ ເຈົ້າໜ້າທີ່ ຢາເສບຕິດ ທ່ານນີ້ ບໍ່ໄດ້ໃຫ້ ຣາຍຣະອຽດ ວ່າ ຣັຖບານ ລາວ ຈະຊ່ວຍ ຊາວລາວ ໃຫ້ເຊົາ ປູກຝິ່ນ ແນວໃດ ເປັນຕົ້ນ ຈະຊ່ວຍໃຫ້ ພວກເຂົາ ຫັນໄປປູກ ພືດ ຢ່າງອື່ນ ແທນ ຝິ່ນ ແນວໃດ. ສະຫະ ປະຊາຊາດ ຣາຍງານວ່າ ການປູກຝິ່ນ ຢູ່ລາວ ແລະ ພະມ້າ ເພິ້ມຂື້ນ 22 ສ່ວນຮ້ອຍ ເມື່ອ ປີກາຍ. ທາງການ ລາວ ປະກາດ ລົບລ້າງ ການປູກຝິ່ນ ເມື່ອ ປີ 2006 ນັບແຕ່ປີ ນັ້ນມາ ການປູກຝິ່ນ ຢູ່ລາວ ເພິ້ມຂຶ້ນ ເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.