ກົດໝາຍຕ້ານການຄ້າມະນຸດ ຄ້າງຢູ່ ສະພາ

ສິດນີ
2014.09.05
f-nas ສະຖາບັນ ສູງສຸດ ສະພາ ແຫ່ງຊາດ ສປປ ລາວ
LPDR

 

ເຈົ້າຫນ້າທີ່ ເວົ້າວ່າ ກົດຫມາຍ ຕ້ານ ການ ຄ້າມະນຸດ ສະບັບ ສະເພາະ ທີ່ ກຳລັງ ຢູ່ໃນການ ພິຈາຣະນາ ຂອງ ສະພາ ແຫ່ງຊາດ ນັ້ນ ຖ້າຜ່ານ ອາດຈະຖືກ ບັງຄັບໃຊ້ ຢ່າງເປັນ ທາງການ ໃນປີ 2015 ກົດໝາຍ ສະເພາະ ສະບັບນີ້ ແມ່ນ ເພື່ອສ້າງ ຄວາມ ເຂັ້ມແຂງ ຕໍ່ ວຽກງານ ສະກັດກັ້ນ ການ ຄ້າມະນຸດ ທີ່ ຍັງເກີດຂື້ນ ຢ່າງ ຕໍ່ເນື່ອງ ໃນລາວ. ດັ່ງ ທ່ານ ກ່າວວ່າ:

"ກຳລັງຜ່ານ ສະພາຢູ່ ບໍ່ທັນໄດ້ ຮັບຮອງມາ ເທື່ອ ປະມານ ປີຫນ້າ ນີ້ແຫລະ ຕອນນີ້ ແມ່ນນຳໃຊ້ ກົດໝາຍ ອາຍາ ເພາະວ່າ ມັນຈະມີ ມາຕຣາ ສະເພາະ ຂອງ ມັນເນາະ".

ທ່ານກ່າວ ຕື່ມວ່າ ໃນ ປັດຈຸບັນ ກົດໝາຍ ມາຕຣາ ທີ່ ໃຊ້ໃນການ ປົກປ້ອງ ແມ່ຍິງ ແລະ ເດັກນ້ອຍ ຈາກ ການ ຄ້າມະນຸດ ນັ້ນ ຖືວ່າຍັງ ບໍ່ເຂັ້ມແຂງ ເທົ່າທີ່ຄວນ ເນື່ອງຈາກ ພວກ ຄ້າມະນຸດ ມັກອາສັຍ ຊ່ອງວ່າງ ຂອງ ກົດໝາຍ ໃນການ ຕົ້ວະຕົ້ມ ແມ່ຍິງ ຢູ່. ແຕ່ ຖ້ານຳໃຊ້ ກົດໝາຍ ສະເພາະ ຂອງ ມັນແລ້ວ ເຊື່ອວ່າ ຈະ ສາມາດ ປົກປ້ອງ ແມ່ຍິງ ແລະ ເດັກນ້ອຍ ໄດ້ ຢ່າງມີ ປະສິດ ທິພາບ.

ກົດໝາຍ ສະບັບ ດັ່ງກ່າວ ຖືກຮ່າງຂື້ນ ໃນ ປີ 2011 ໂດຍມີ ເປົ້າໝາຍວ່າ ຈະໃຫ້ ສຳເຣັດ ແລະ ສາມາດ ນຳໃຊ້ໄດ້ ໃນປີ 2014 ແຕ່ ຕ້ອງໄດ້ ມີ ການດັດແກ້ ເພື່ອໃຫ້ ກົດໝາຍ ສະບັບ ນີ້ ມີປໂຍດຕໍ່ ປະເທດຊາດ ຫລາຍຂຶ້ນ ຈື່ງຕ້ອງ ໃຊ້ເວລາ ໃນການ ພິຈາຣະນາ ໃຫ້ ຣະອຽດ ແລະ ເຊື່ອວ່າ ກົດໝາຍ ດັ່ງກ່າວ ຈະສາມາດ ສະກັດກັ້ນ ການ ຄ້າມະນຸດ ໃນຊ່ວງ ທີ່ ລາວ ເຂົ້າສູ່ ປະຊາຄົມ ເສຖກິດ ອາຊຽນ ໄດ້.

ອິງຕາມ ການຣາຍງານ ຂອງ ໜັງສືພິມ ທາງການ ລາວ ເມື່ອວັນທີ 1 ກັນຍາ ຜ່ານມາ ທີ່ ກຸງປັກກິ່ງ ປະເທດຈີນ ໄດ້ມີ ພິທີ ລົງນາມ ສັນຍາ ວ່າດ້ວຍການ ຕ້ານການ ຄ້າມະນຸດ ລາວ-ຈີນ ໂດຍ ນາຍພົລ ຈັດຕະວາ ສົມແກ້ວ ສີລາວົງ ຮັກສາການ ຣັຖມົນຕຣີ ກະຊວງ ປ້ອງກັນ ຄວາມສງົບ ເປັນຜູ້ ຕ່າງຫນ້າ ລາວ. ທັງສອງຝ່າຍ ຈະວາງແຜນ ການສະກັດກັ້ນ ການ ຄ້າມະນຸດ ຕາມແນວ ຊາຍແດນ ລາວ-ຈີນ ຢ່າງ ເຂັ້ມງວດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.