ຄວາມຄື້ບໜ້າ ການຊ່ອຍເຫຼືອ ເຍົາວະຊົນລາວ ເຫຍື້ອຄ້າມະນຸສ ຢູ່ກາສິໂນຈີນ ໃນພະມ້າ

ເດັກນ້ອຍລາວ ທີ່ຖືກຄ້າມະນຸສ ແລ້ວໄປຕິດຄ້າງ ຢູ່ໂຮງກາສິໂນ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ກໍາລັງຖືກທໍລະມານ ຮຸນແຮງຂຶ້ນທຸກມື້, ສ່ວນທາງການລາວ ໄດ້ປະສານຄວາມຮ່ວມມື ກັບທາງການປະເທດພະມ້າແລ້ວ, ແຕ່ຍັງບໍ່ສາມາດຊ່ວຍເຫຼືອ ເຫຍື້ອຜູ້ເຄາະຮ້າຍ ທີ່ເປັນເຍົາວະຊົນລາວ ໄດ້ເທື່ອ.

ເດັກນ້ອຍທີ່ຕົກເປັນເຫຍື່ອຄ້າມະນຸສ ຈາກສາມຫຼ່ຽມຄຳ ໄປພະມ້າ ຖືກມັນຕິດເສົາ ແລ້ວໃຊ້ອຸປະກອນໄຟຟ້າຊັອດ (ຮູບຊ້າຍມື) ແລະ ຮ່ອງຮອຍຖືກທໍຣະມານ ດ້ວຍເຄື່ອງໄຟຟ້າ ເຮັດໃຫ້ເປັນບາດແຜ ຕາມຮ່າງກາຍ, ນີ້ຄືຜູ້ທີ່ຕົກເປັນເຫຍື່ອການຄ້າມະນຸສ ຂ້າມຊາດ ທີ່ກາສິໂນ ໃນເມືອງເມັຍວະດີ ຣັຖກະຢິ່ນ ປະເທດພະມ້າ. ນັກຂ່າວ ພົລເມືອງ

ປັດຈຸບັນ ເດັກນ້ອຍລາວ ທີ່ຖືກຄ້າມະນຸສ ແລ້ວໄປຕິດຄ້າງ ຢູ່ໂຮງກາສິໂນ ຂອງຈີນ ຢູ່ບ້ານຊ່ອງແຄບ ເມືອງເມັຽວະດີ ປະເທດພະມ້າ ຈໍານວນ 34 ຄົນ ໃນນັ້ນ 10 ປາຍຄົນ ກໍາລັງຖືກທາຣຸນຢ່າງໜັກໜ່ວງຂຶ້ນນັບມື້.
ເມື່ອວັນທີ 5 ມິຖຸນາ 2023 ເດັກນ້ອຍລາວ ທີ່ຕົກເປັນເຫຍື່ອຄ້າມະນຸສ ແລ້ວຖືກຕົວະຍົວະໄປປະເທດພະມ້າ ໄດ້ເລົ່າເຫດການທີ່ເກີດຂຶ້ນ ໃຫ້ວິທຍຸ ເອເຊັຽ ເສຣີ ຟັງ ໃນມື້ດຽວກັນນັ້ນ ວ່າ ຫົວຄຸມງານຄົນຈີນ ເຂົາທຸບຕີຄົນລາວ 5 ຄົນ ເປັນຜູ້ຊາຍ 2 ຄົນ ແລະ ຜູ້ຍິງ 3 ຄົນ ເຂົາເອົາເຫຼັກຕີ ຈົນເຫຼັກຫັກ 3-4 ອັນ ແລະ ຍັງຖືກລົງໂທດອີກ 10 ຄົນ. ຜູ້ບອກເລົ່າ ຈຶ່ງຂໍໃຫ້ ວິທຍຸ ເອເຊັຽ ເສຣີ ຊ່ອຍສົ່ງຂ່າວ ແຈ້ງໃຫ້ເຈົ້າໜ້າທີ່ ທາງການລາວ ຫຼື ພວກພໍ່ແມ່ຜູ້ປົກຄອງ ຂອງເຂົາເຈົ້າ ໃຫ້ຮູ້ແດ່ ວ່າ ຕອນນີ້ ມີການລົງໂທດ ທຸບຕີເດັກນ້ອຍ ຄົນລາວຢ່າງໜັກໜ່ວງທີ່ສຸດ (ຮຸນແຮງຂຶ້ນ).
ສ່ວນຜູ້ບອກເລົ່າເອງ ແລະໝູ່ພວກ ທີ່ເຫັນເຫດການທີ່ເກີດຂຶ້ນນັ້ນ ບໍ່ໄດ້ຖືກທຸບຕີ ເພາະຍັງຫາເງິນ ຫາລູກຄ້າ ໃຫ້ເຂົາໄດ້ຢູ່ ພວກທີ່ຖືກໂທດ ແມ່ນພວກທີ່ຫາເງິນໃຫ້ ເຂົາບໍ່ໄດ້ໃນເດືອນແລ້ວມານີ້ ແນວໃດ ກໍຂໍໃຫ້ທາງການລາວ ຫຼື ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ເລັ່ງຫາທາງຊ່ອຍເຫຼືອ ເຂົາເຈົ້າ ໃຫ້ຫຼຸດພົ້ນຈາກຂຸມນາຮົກນັ້ນໂດຍໄວ ເພາະຫົວໜ້າຄຸມງານ ທີ່ເປັນຄົນຈີນ ເຂົາຕີຄົນລາວ ຄືໝູ-ຄືໝາ ເຮັດຄືບໍ່ແມ່ນຄົນ. ທາງຝ່າຍພໍ່ແມ່ຜູ້ປົກຄອງ ຂອງພວກເດັກນ້ອຍລາວ ຢູ່ແຂວງຫຼວງນໍ້າທາ ເມື່ອໄດ້ຮູ້ຂ່າວ ດັ່ງກ່າວ ກໍຍິ່ງເປັນຫ່ວງພວກລູກໆ ແລະ ຂໍຮຽກຮ້ອງໃຫ້ທາງການ ເລັ່ງຊ່ອຍເຫຼືອເດັກນ້ອຍເຫຼົ່ານັ້ນໂດຍໄວ.
ດັ່ງແມ່ ຂອງເດັກນ້ອຍຊາຍ ຄົນທີ 1 ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຢາກໃຫ້ທາງລ້າທາງການເພິ່ນ ເພີ່ມເຕີມອີກເນາະ ແບບວ່າ ຢາກໃຫ້ຂະເຈົ້າເລັ່ງຊ່ວຍອີກຫັ້ນນ່າ ເປັນແນວໃດ ແຫ່ງວ່າຊ່ວງນີ້ ກໍນອນບໍ່ຫຼັບອີກໃດ໋ວ່າ ໄດ້ຍິນວ່າ ເອີ່ ເພີ່ມໄຟຂຶ້ນຕື່ມຫັ້ນນ່າ ໂອ້ຍຕາຍແລ້ວ ຈັກຊິເປັນຈັ່ງໃດຕື່ມ ກະໄດ້ຍິນວ່າ ເອີ່ຖືກຕີອີກ ແບບວ່າ ໄຟນີ້ມັນຂຶ້ນຮອດ 8 ພັນຕື່ມ ວ່າຊິ ເພິ່ນເວົ້າຫັ້ນນ່າ ໄລຍະຜ່ານມານິ່ 2 ພັນເນາະ ດຽວນີ້ ເຂົາຂຶ້ນມາຮອດ 8 ພຸ້ນແລ້ວບາດນີ້ ເອົາໄຟຊ໋ອດຫັ້ນແຫຼະ.”
ພໍ່ຂອງເດັກນ້ອຍຊາຍ ຄົນທີ 2 ທີ່ລູູກຍັງຕິດຄ້າງຢູ່ພະມ້າ ເຊິ່ງເພິ່ນໄດ້ໂທຖາມທາງການເຣື່ອງຄວາມຄືບໜ້າ ຂອງການຊ່ອຍເຫຼືອເດັກນ້ອຍລາວ ທີ່ຍັງຕິດຄ້າງຢູ່ພະມ້າ ກໍໄດ້ຮັບຄໍາຕອບວ່າ:
“ພໍ່ກະໄດ້ຖາມ ອັນນ່າ ມື້ວັນທີ 25 ເດືອນ 5 ກະໄດ້ປະຊຸມບໍ ລາວວ່າ ເຈົ້າ ໄດ້ປະຊຸມແທ້ ໄດ້ປຶກສາ ດຽວນີ້ເຮົາໄດ້ປ້ອນຂໍ້ມູນ ໃຫ້ເຂົາທັງໝົດແລ້ວ ແຕ່ວ່າຂໍ້ມູນໂຕເກົ່າ ດຽວນີ້ຢາກໄດ້ໂຕໃໝ່ ເພາະວ່າເຂົາເຈົ້າ ອັນນ່າວິຊາການເຂົາເຂົ້າໄປ ບໍ່ຮູ້ຈັກແມ່ນຊັ້ນໃດ ຕຶກຫຼັງໃດ ເຂົາວ່າແບບນີ້ ດຽວນີ້ຢາກໄດ້ຂໍ້ມູນໃຫ້ມັນລະອຽດ ຢາກໄດ້ເບີໂທ ຂອງພາກສ່ວນເດັກ ທີ່ຍັງຢູ່ຫັ້ນ ລະເຂົາຈິໂທໄປຫາເລີຍ.”
ພໍ່ຂອງເດັກນ້ອຍຊາຍ ຄົນນີ້ ຍັງກ່າວອີກວ່າ:
“ຕາມລູກຊາຍ ມື້ກ່ອນລາວໄດ້ລົມ ວ່າແນວນີ້ ອັນຈິອອກ ລະແມ່ນວ່າ ບາງເທື່ອລະແມ່ນເດືອນ 11 ເດືອນ 12 ມານີ້ເນາະ ແຕ່ວ່າ ມັນຊິແນ່ນອນຫຼືບໍ່ ຊິອອກລ້າ ຫຼືວ່າ ອອກດ້ວຍການໄຖ່ໂຕ ອັນນີ້ ກະຍັງບໍ່ທັນຮູ້ ແຕ່ຊິອອກ ຫຼືບໍ່ອອກ ອັນນີ້ກໍຍັງບໍ່ຮູ້ ພໍພຽງແຕ່ຫົວໜ້າກຸ່ມ ເຂົາລົມໃຫ້ຟັງແບບນັ້ນ ວ່າ ເດືອນ 11-12 ນີ້ ກະຊິໄດ້ອອກ ອອກບໍ່ແມ່ນອອກໝົດໃດ໋ ຈໍານວນນຶ່ງ ກະຊິໄດ້ອອກ ບາງເທື່ອນີ້ ພວກທີ່ເປີດບິນບໍ່ໄດ້ ບາງເທື່ອຊິໄດ້ອອກ ລະພວກນັັ້ນນ່າ ພາກສ່ວນໃດເປີດບິນໄດ້ ຄືຊິຍັງບໍ່ທັນອອກ ຕາມລູກຊາຍໂທລົມວ່າແບບນີ້.”
ໃນຂະນະດຽວກັນ ແມ່ຂອງເດັກນ້ອຍຊາຍ ຄົນທີ 3 ກໍກ່າວຄ້າຍຄືກັນວ່າ:
“ເດັກນ້ອຍແຕ່ລະຄົນ ເພິ່ນກະເວົ້າວ່າ ວ່າເພິ່ນຈະປ່ອຍກັບ ບາງເທື່ອກະຊິໄດ້ຮຽກເງິນຄ່າໄຖ່ຫັ້ນນ່່າ ຮຽກເງິນຄ່າໄຖ່ທີ່ວ່າອັນຜ່ານມາຫັ້ນເນາະ ຄືຜ່ານມາຫັ້ນແຫຼະ ຄັນວ່າເຫຼົ່າປານ ເພິ່ນສົ່ງກັບຫັ້ນນ່າ ລະເພິ່ນວ່າ ເດືອນ 12 ນີ້ ຄັນວ່າທາງການ ເພິ່ນໄປຊ່່ວຍກໍເນາະ ໄປຊ່ວຍໄວ ກະຄືເວົ້າຫັ້ນແຫຼະ ກະຊິບໍ່ໄດ້ເສັຍເງິນຫັ້ນນ່າເນາະ ຄັນເພິ່ນຫາກເວົ້າແທ້ຫັ້ນນ່າເນາະ.”
ຢ່າງໃດກໍຕາມ ແມ່ຂອງເດັກນ້ອຍຊາຍຄົນນີ້ ກໍຢາກຮຽກຮ້ອງໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ເລັ່ງຊ່ອຍເຫຼືອເດັກນ້ອຍທີ່ຖືກເຄາະຮ້າຍ ແລະຍັງຕິດຄ້າງຢູ່ພະມ້ານັ້ນ ໃຫ້ອອກມາໂດຍໄວ:
“ເປັນແນວໃດ ກໍຢາກໃຫ້ເພິ່ນຫັ້ນ ເລັ່ງລັດໃຫ້ໄວໜ້ອຍນຶ່ງ ຄັນວ່າສົມມຸດວ່າ ເອີ່ເຂົາປ່ອຍອອກມາ ເຂົາປ່ອຍອອກມາ ກໍຄືວ່າແຫຼະ ເຂົາປ່ອຍອອກມາ ເຮົາກະບໍ່ມີເງິນ ຄັນວ່າເຂົາຮຽກຄ່າໄຖ່ຫຼວງຫຼາຍຫັ້ນນ່າ ຄັນວ່າເອີ່ ເຂົາຮຽກຄ່າໄຖ່ ເອີ່ເລັກໆນ້ອຍໆ ເຮົາກະເປັນປະຊາຊົນຄົນບ້ານແດ່ເນາະ ຈ້າງກິນຊື້ກິນ ເຮົາກະບໍ່ມີເງິນ ແລ່ນຊ່ວງແລ້ວຫັ້ນນ່າ ກະເໝິດຫຼວງເໝິດຫຼາຍແລ້ວ ມາຄິດນໍາລູກກະເຈັບເປັນແດ່ ໃຜກະເຈັບຫັ້ນນ່າ.”
ສໍາລັບແມ່ຂອງເດັກນ້ອຍຊາຍ ຄົນທີ 4 ກໍເວົ້າຄືກັນວ່າ:
“ຢາກຝາກເຖິງທາງເຈົ້າໜ້າທີ່ ຄືວ່າຫັ້ນແຫຼະ ຢາກໃຫ້ຊ່ວຍລູກ ຂອງທຸກໆຄົນຫັ້ນແຫຼະ ບໍ່ແມ່ນວ່າ ມີແຕ່ລູກຂອງຂ້າພະເຈົ້າ ກະທຸກໆຄົນ ທີ່ວ່າຍັງຕົກຄ້າງຢູ່ຫັ້ນຫັ້ນນ່າ ຢາກໃຫ້ຊ່ວຍເອົາອອກມາ ໃຫ້ມັນໄດ້ໄວກ່ອນນີ້ໄດ້ບໍ່ ເພາະວ່າໃບ (ເອກກະສານຂໍການຊ່ອຍເຫຼືອ) ນີ້ ມັນຍື່ນໄປນີ່ ມັນໄດ້ຫຼາຍເດືອນແລ້ວ ໄດ້ 8 ເດືອນແລ້ວ ຍັງບໍ່ມີຄວາມຄືບໜ້າອີ່ຫຍັງຫັ້ນນ່າ ລະຢາກຂໍທາງເຈົ້າໜ້າທີ່ນີ້ ແນວໃດ ກໍຢາກໃຫ້ຊ່ວຍແດ່ ຢາກໃຫ້ລັດ ເລັ່ງລັດໃຫ້ແດ່ຫັ້ນນ່າ.”
ແມ່ຂອງເດັກນ້ອຍຊາຍຄົນ ຍິ່ງເປັນຫ່ວງລູກຫຼາຍ ເມື່ອໄດ້ຍິນຂ່າວວ່າ:
“ໄດ້ຍິນຂ່າວມາແຕ່ທາງໃນ ວ່າຊິປ່ອຍພວກເດັກນ້ອຍນີ້ ອອກມາຮຽກຄ່າໄຖ່ ແຕ່ວ່າ ເມື່ອປ່ອຍອອກມາຮຽກຄ່າໄຖ່ແລ້ວ ລະພໍ່ແມ່ຊິເອົາເງິນຢູ່ໃສໄປໄຖ່ ເພາະວ່າ ພໍ່ແມ່ກະທຸກຍາກຂາດເຂີນ ຫາເຊົ້າກິນຄໍ່າ ບໍ່ມີເງິນທີ່ວ່າ ຈະໄປໄຖ່ເອົາລູກອອກມາ ຖ້າເຮົາບໍ່ມີເງິນໄຖ່ເນາະ ເຂົາຈະໃຊ້ວິທີການຄືທີ່ແລ້ວທີ່ຜ່ານມາ ຄືທີ່ວ່າ ໄດ້ປ່ອຍພວກທີ່ວ່າພວກຂະເຈົ້າ ທີ່ອັນອອກມາກ່ອນຫັ້ນນ່າ ທີ່ວ່າໃສ່ກະຫຼັບມື ລະກະສົ່ງຄລິບໃຫ້ພໍ່ໃຫ້ແມ່ ວ່າໂອ້ ອັນນີ້ເດີ້ລູກຂອງເຈົ້າ ມາຮຽກຄ່າໄຖ່ແລ້ວ ຂ້ອຍກໍຈະເຮັດແບບນີ້ໃຫ້ລູກເຈົ້າ ທໍຣະມານຊ໋ອດຫັ້ນນ່າ ເຮົາຜູ້ເປັນພໍ່ເປັນແມ່ນີ້ນ່າ ພວກເຮົາເຫັນພາບໂຕນີ້ອີກຫັ້ນນ່າ ພໍ່ແມ່ນີ້ ຊິຄິດແນວໃດກັບລູກ ຊິບໍ່ເປັນລົມເປັນແລ້ງບໍ່ ກໍຄຶດນໍາລູກນີ້ ຊິບໍ່ມີອັນເປັນໄປບໍ່.”
ກ່ຽວກັບເຣື່ອງຄວາມຄືບໜ້າ ຂອງການຊ່ອຍເຫຼືອເດັກນ້ອຍລາວ ທີ່ຍັງຕິດຄ້າງ ຢູ່ພະມ້ານັ້ນ ໃນວັນທີ 7 ມິຖຸນາ 2023 ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມ ເຣື່ອງດັ່ງກ່າວ ໄປຍັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເຊິ່ງທ່ານ ໄດ້ບອກໃຫ້ຮູ້ວ່າ ປັດຈຸບັນ ທາງການ ກໍກໍາລັງດໍາເນີນການ ເພື່ອຫາທາງຊ່ອຍເຫຼືອເດັກນ້ອຍດັ່ງກ່າວນັ້ນຢູ່:
“ກະຄືໃນມື້ວັນທີ 25 ພຶສພາ ທີ່ຜ່ານມາ ກະໄດ້ເຊີນທາງສະຖານທູດພະມ້າ ປະຈໍາລາວ ມາປະຊຸມແລ້ວເນາະ ແລ້ວເບື້ອງທູດພະມ້າ ຂະເຈົ້າກໍບອກວ່າ ໃຫ້ທາງລາວນີ້ ສນອງຂໍ້ມູນຂອງເດັກນ້ອຍ ທີ່ຍັງຕົກຄ້າງຫັ້ນໃຫ້ ລະເບື້ອງລາວເຮົາ ກະໄດ້ສນອງແລ້ວ ແລະມື້ເຊົ້ານີ້ ກະໄດ້ເອົາເອກະສານ ຂໍ້ມູນຕ່າງໆນັ້ນ ໃຫ້ກັບຝ່າຍທີ່ກ່ຽວຂ້ອງແລ້ວ ປັດຈຸບັນນີ້ ກະຖືວ່າ ໄດ້ປະສານໄປທາງສະຖານທູດລາວ ຢູ່ພະມ້າແລ້ວເນາະ ແລ້ວເບື້ອງທູດລາວ ປະຈໍາຢູ່ພະມ້າ ກໍຈະປະສານກັບເຈົ້າໜ້າທີ່ ຂອງຝ່າຍພະມ້າພຸ້ນ ກະມີແຕ່ວ່າ ໃຫ້ລໍຖ້າເນາະ.”
ໃນມື້ດຽວກັນນີ້ ວິທຍຸ ເອເຊັຽ ເສຣີ ກໍໄດ້ຕິດຕໍ່ສອບຖາມເຣື່ອງດັ່ງກ່າວ ໄປຍັງ ສະຖານທູດລາວ ຢູ່ພະມ້າ ເຊິ່ງເຈົ້າໜ້າທີ່ ທ່ານນຶ່ງ ໄດ້ກ່າວກ່ຽວກັບເຣື່ອງນີ້ວ່າ:
“ບໍ່ທັນໄດ້ມີຫຍັງເທື່ອ ເພິ່ນບໍ່ທັນໄດ້ແຈ້ງ ແມ່ນຫຍັງມາເທື່ອ ຍັງບໍ່ເຫັນເອກກະສານມາ. ເອີ່ ເພິ່ນຍັງຊິດໍາເນີນການຢູ່ຕິເບາະ ເຮົາກະບໍ່ຮູ້ເນາະອັນນັັ້ນ.”
ມາເຖິງປັດຈຸບັນ ເດັກນ້ອຍ ຈາກຫຼາຍແຂວງ ຂອງລາວ ປະມານ 34 ຄົນ ເຊິ່ງໃນນັັ້ນ ມີເດັກນ້ອຍ ຈາກແຂວງຫຼວງນໍ້າທາ 28 ຄົນ ທີ່ຍັງຕິດຄ້າງຢູ່ໂຮງກາສິໂນ ຂອງຈີນ ບ້ານຊ່ອງແຄບ ເມືອງເມັຽວະດີ ຣັຖກະຢິ່ນ ປະເທດພະມ້າ ຍັງຄອງຖ້າການຊ່ອຍເຫຼືອ ຈາກທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຢູ່. ເດັກນ້ອຍເຫຼົ່ານີ້ ຕົກເປັນເຫຍື່ອການຄ້າມະນຸສ ຍ້ອນຖືກຄົນຊັກຊວນໄປວ່າ ມີວຽກເຮັດແບບສະບາຍ ໄດ້ເງິນດີ ແຕ່ສຸດທ້າຍແລ້ວກັບຖືກຂາຍຕໍ່ ແລະ ຖືກບັງຄັບໃຫ້ເຮັດວຽກຫຼອກລວງ ເອົາເງິນຄົນອື່ນ ຜ່ານທາງອິນເຕີເນັດ ຖ້າເຮັດວຽກຫາເງິນໃຫ້ເຂົາບໍ່ໄດ້ ຕາມຈໍານວນທີ່ເຂົາຕັ້ງໄວ້ ກໍຖືກລົງໂທດ, ດ້ວຍການທຸບຕີ, ທໍຣະມານ, ຖືກເອົາໃຊ້ໄຟຟ້າຊ໋ອດ ຕ່າງໆນາໆ. ສະບາຍດີ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org