ຈີນ ບໍ່​ໃຫ້​ຄວາມຮ່ວມມື ຊ່ອຍເຫຼືອ ເຫຍື່ອຄ້າມະນຸດ

ການຊ່ວຍເຫຼືອ ແມ່ຍິງລາວ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ໄປຈີນ ຍັງມີຄວາມຫຍຸ້ງຍາກ ຢູ່ຫຼາຍຢ່າງ ຍ້ອນທາງການຈີນ ບໍ່ໃຫ້ຄວາມຮ່ວມມື ເທົ່າທີ່ຄວນ.

ກອງປະຊຸມປະເມີນ ກົດໝາຍວ່າດ້ວຍ ການຕ້ານ ການຄ້າມະນຸດ ປີ 2012 UNODC

ການຊ່ອຍເຫຼືອ ແມ່ຍິງລາວ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ໄປຈີນ ຍັງມີຄວາມຫຍຸ້ງຍາກ ຢູ່ຫລາຍຢ່າງ ຍ້ອນວ່າ ເຈົ້າໜ້າທີ່ ທາງການ ຈີນ ຢູ່ປະເທສຈີນ ບໍ່ໃຫ້ຄວາມຮ່ວມມື ເທົ່າທີ່ຄວນ ເຖິງແມ່ນວ່າ ເຈົ້າໜ້າທີ່ຈີນ ແລະ ເຈົ້າໜ້າທີ່ລາວ ຢູ່ດ່ານສາກົນ ມີການຮ່ວມມື ແລະ ປະສານງານ ກັນດີກໍຕາມ, ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ແຂວງຫລວງນໍ້າທາ ຜູ້ບໍ່ປະສົງອອກຊື່ ເມື່ອວັນທີ 21 ສິງຫານີ້.

"ຂະເຈົ້າ ກໍຮ່ວມມືຢູ່ນໍ ສໍາລັບເບື້ອງລາວ ນີ້ນະ ແຕ່ເບື້ອງຈີນ ນີ້ ຂະເຈົ້າກໍປະສານຢູ່ນະ ແຕ່ວ່າບໍ່ເຫັນ ກໍບໍ່ເທົ່ານັ້ນ ຂະເຈົ້າຢູ່ພຸ້ນນໍ ມີການ ພົວພັນດີຢູ່ ແຕ່ຂະເຈົ້າ ສາກົນນີ້ ຂະເຈົ້າ ຮູ້ເທົ່ານັ້ນນໍ ແລ້ວກາຍໄປ ເມືອງຈີນນີ້ ແທ້ໆນີ້ ຂະເຈົ້າ ກໍບໍ່ສູ້ຮ່ວມມືດີ ສໍາລັບ ໄປຈີນນີ້ນໍ ຫຼືວ່າ ໄປມຽນມາ ໄປພະມ້າ ນີ້ກໍຍາກໜ້ອຍນຶ່ງນໍ."

ທ່ານເວົ້າວ່າ ໃນການພົວພັນ ປະສານງານກັບ ທາງການຈີນ ໃນການຕິດຕາມຫາ ແມ່ຍິງລາວ ທີ່ຖືກຕົວະຍົວະ ໄປຈີນ ໃຫ້ໄດ້ກັບຄືນມາລາວ ນັ້ນ ນອກຈາກ ຄວາມຫຍຸ້ງຍາກ ທາງດ້ານພາສາ ປາກເວົ້າແລ້ວ ຈີນ ຍັງເປັນປະເທສໃຫຍ່ ທີ່ຊອກຫາ ຜູ້ຄົນ ໄດ້ຍາກ ດັ່ງນັ້ນ ທາງການຈີນ ຢູ່ຈີນ ຈຶ່ງບໍ່ຢາກ ຕິດຕາມໃຫ້ ປານໃດ ເຖິງແມ່ນວ່າ ທາງການຈີນ ຢູ່ລາວ ຈະຊ່ວຍ ປະສານງານ ໃຫ້ແລ້ວກໍຕາມ ຊຶ່ງປັດຈຸບັນ ກໍາລັງ ຕິດຕາມຫາ ແມ່ຍິງ ແຂວງຫລວງນໍ້າທາ 4-5 ຄົນ ເພື່ອໃຫ້ໄດ້ກັບຄືນມາ ນັ້ນຢູ່. ໃນຂະນະດຽວກັນ ເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ ກໍເວົ້າເຊັ່ນດຽວກັນ ນັ້ນວ່າ:

"ທູດຢູ່ຈີນ ກໍຊ່ວຍແຕ່ ລະມື້ບໍ່ຫວາດບໍ່ໄຫວຄືກັນ ມີຫລາຍເຄສແລ້ວ ມີຫລາຍເຄສແຮງ ແຕ່ວ່າ ຕົວນີ້ ເຮົາບໍ່ຮູ້ວ່າ ມັນມີ ຈໍານວນເທົ່າໃດ ທູດ ກໍໝົດວິທີສິຊ່ວຍ ເພາະວ່າ ຄັນແຈ້ງໄປແລ້ວ ທູດ ມັນເວົ້າເຖິງ ເຣຶ່ອງສາຍພົວພັນນໍ ຄັນທູດແຈ້ງໄປ ຊະເຈົ້າກໍວ່າ ອັນນີ້ແມ່ນວຽກ ເຈົ້າມາ ກ້າວກ່າຍອີ່ຫຍັງ ທູດກະຖືກ ຖືກຕີກັບ ຫລາຍເທື່ອແລ້ວ ຫັ້ນນະ."

ເພື່ອສະກັດກັ້ນ ບັນຫາ ການຄ້າມະນຸດ ທີ່ວ່ານັ້ນ ປັດຈະບັນ ທາງການ ສປປລາວ ໄດ້ໂຄສະນາ ໃຫ້ຄວາມຮູ້ ກັບປະຊາຊົນ ກ່ຽວກັບ ເຣຶ່ອງ ດັ່ງກ່າວ ແລະ ໃຫ້ພາກສ່ວນ ອໍານາດການປົກຄອງ ທ້ອງຖິ່ນ ຊ່ວຍຕິດຕາມ ດູແລ ໃນເຣຶ່ອງນີ້ໃຫ້ດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org