ຍັງບໍ່ມີຂ່າວຂອງແມ່ຍິງ ຊາວມົ້ງລາວ
2016.12.11
ຄອບຄົວຂອງ ນາງຕ່າຢາງ ໄຊເຍງ ແມ່ຍິງຊາວມົ້ງລາວ ອາຍຸ 15 ປີ ຢູ່ບ້ານຍອດຄາ ເມືອງຫນອງແຮດ ແຂວງຊຽງຂວາງ ຜູ້ທີ່ຕົກເປັນ ເຫຍື່ອ ຂອງການຄ້າມະນຸດ ໄປຈີນ ຕັ້ງແຕ່ວັນທີ 5 ກໍຣະກະດາ ຜ່ານມາ ຫມົດຄວາມຫວັງ ທີ່ຈະໄດ້ເຫັນ ນາງ ກັບຄືນມາ ຍ້ອນເວລາ ຜ່ານໄປ 4 ເດືອນ ປາຍແລ້ວ. ເຈົ້າຫນ້າທີ່ ຕຳຣວດ ຍັງບໍ່ມີ ຄວາມຄືບຫນ້າໃດໆ ໃນການຊອກຫາ ນາງເລີຍ. ດັ່ງ ການເປີດເຜີຍ ຂອງ ອ້າຍ ຂອງນາງ ຕໍ່ເອເຊັຽເສຣີ ໃນມື້ວັນທີ 9 ທັນວາ ນີ້ວ່າ:
"ເຈົ້າຫນ້າທີ່ ເພິ່ນຊອກບໍ່ຫລືວ່າບໍ່ຊອກ ກໍບໍ່ຮູ້ນຳເພິ່ນ ເພາະເພິ່ນບໍ່ໄດ້ ໃຫ້ຂ່າວຄາວຫຍັງເລີຍ ເພິ່ນບໍ່ໄດ້ ມາຫາຄອບຄົວ ເລີຍ ຄອບຄົວນີ້ ຫມົດປັນຍາ ແລ້ວ ບໍ່ຮູ້ຈັກແລ້ວ ເພາະວ່າ ພາກເຫນືອນີ້ ໄປຫມົດແລ້ວ ບໍ່ຮູ້ຈັກຊອກ ແລ້ວ ນີ້ກໍຮູ້ສືກ ເສັຽໃຈຫຼາຍ ຄືວ່າ ນຶ່ງ ຊິບໍ່ພໍ້ອີກແລ້ວ ຊິບໍ່ມີ ຊີວີດແລ້ວ ອັນທີສອງ ຖ້າມີຊີວີດ ຄອບຄົວ ຍັງຄອຍຖ້າຢູ່ ຄອຍຖ້າວ່າ ມັນຊິຊອກຫາ ວີທີທາງ ທີ່ຈະສົ່ງຂ່າວ ກັບຄືນ ແນວໃດ".
ທ່ານກ່າວຕື່ມວ່າ ຫລັງຈາກ ເຈົ້າຫນ້າທີ່ ສືບສວນຮູ້ວ່າ ການຫາຍສາບສູນ ຂອງນາງ ແມ່ນເກີດຈາກ ຄົນມົ້ງລາວ ຢູ່ຕ່າງແຂວງ ຜູ້ທີ່ເຄີຍມີ ປວັດຄ້າຢາບ້າ ແລະຕົວະແມ່ຍິງ ໄປຂາຍຢູ່ຈີນ ເປັນ ຜູ້ຫຼອກລວງ ນາງ ຕ່າຢາງ ທາງຄອບຄົວ ກໍຮູ້ສຶກ ກັງວົນຫຼາຍ ແລະ ໄດ້ພຍາຍາມ ຊອກຫາ ນາງ ຕາມເສັ້ນທາງ ໄປຊາຍແດນຈີນ, ທາງ ແຂວງຫຼວງນ້ຳທາ ແລະແຂວງ ຫຼວງພຣະບາງ ກັບເຈົ້າຫນ້າທີ່ ມາຕຣອດ ແຕ່ບໍ່ພົບ ຮ່ອງຮອຍ. ເງິນຄໍາ ທີ່ຄອບຄົວ ໃຊ້ຈ່າຍໃນການ ຕິດຕາມ ຫານາງນັ້ນ ກໍຫມົດໄປແລ້ວ ປະມານ 10 ລ້ານກີບ.
ທ່ານວ່າ ເວລາທີ່ນາງ ຫາຍສາບສູນໄປໃຫມ່ໆ ເຈົ້າຫນ້າທີ່ ຕຳຣວດ ກໍໄດ້ຕີດຕໍ່ ຫາຄອບຄົວຫຼາຍຄັ້ງ ເຖີງຄວາມຄືບຫນ້າ ແລະບອກວ່າ ໃຫ້ປະສານງານ ກັບ ເຈົ້າຫນ້າທີ່ ຢູ່ຕ່າງແຂວງ ໃຫ້ຊອ່ຍ ຊອກຫານາງ, ແຕ່ຫລັງຈາກນັ້ນ ເຈົ້າຫນ້າທີ່ຕຳຣວດ ກໍບໍ່ໄດ້ຕິດຕໍ່ມາອີກ. ຍັງມີ ແມ່ຍິງ ທີ່ແຂວງຊຽງຂວາງ ຫຼາຍຄົນ ຫາຍສາບສູນ. ທ່ານກ່າວເພີ້ມວ່າ:
"ມີຫລາຍເດ ເຮົາໄດ້ຍີນແລ້ວ ມີ 4-5ຄົນ ຜູ້ທີ່ວ່າຖືກເຂົາຕົວະໄປໄດ້ 4-5 ປີແລ້ວ ມີລູກສອງຄົນ ກັບມາກໍມີ ຜູ້ທີ່ຊອກຮູ້ ຊອກເຫັນ ເມື່ອຮູ້ ແລ້ວ ມັນກໍຕີດຕໍ່ ທາງນີ້ ກັບມາ".
ເຖິງຢ່າງໃດກໍຕາມ ກ່ຽວກັບການຕິດຕາມ ຫານາງ ຕ່າຢາງ ນັ້ນ ໃນເວລານີ້ ເຈົ້າຫນ້າທີ່ລາວ ຍັງຕີດຕາມ ຫາຢູ່ ຊື່ງກໍໄດ້ ພົວພັນກັບ ເຈົ້າຫນ້າທີ່ ຈີນ ຕາມດ່ານ ສາກົນ ລາວ-ຈີນ ແລະ ເຈົ້າຫນ້າທີ່ ລາວ ຈາກແຂວງອື່ນ ໃຫ້ຊ່ອຍຊອກຫາ.