ຍິງລາວເຜົ່າມົ້ງ ບໍ່ໄດ້ຕິດຕໍ່ ຄອບຄົວ 1 ເດືອນ
2021.02.24

ແມ່ຍິງລາວ ຊົນເຜົ່າມົ້ງ ອາຍຸ 21 ປີ ຊື່ ນາງ ດ້າວ ຢ່າງ ຢູ່ບ້ານນາກາງ, ເມືອງຊະນະຄາມ ແຂວງວຽງຈັນ ຂາດການຕິດຕໍ່ກັບ ຄອບຄົວ ເປັນເວລາ 1 ເດືອນປາຍແລ້ວ ພາຍຫຼັງທີ່ໄປ ເຮັດວຽກ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຊິ່ງທາງຄອບຄົວ ຢ້ານວ່າ ລາວອາຈຖືກກຸ່ມຄ້າມະນຸດ ຕົວະໄປຂາຍຢູ່ຈີນ ຫຼື ຖືກຫຼອກລວງໄປຄາຕກັມ ເນື່ອງຈາກຕິດຕໍ່ ຫາ ນາງບໍ່ໄດ້ ຕັ້ງແຕ່ ວັນທີ 23 ມົກຣາ ເປັນຕົ້ນມາ, ອີງຕາມຄວາມເວົ້າ ຂອງຜູ້ເປັນພໍ່ ຂອງນາງ ດ້າວ ຢາງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ກຸມພາ ນີ້:
“ລາວວ່າ ລາວ ຊິໄປຫາເຮັດວຽກຢູ່ວຽງ ໄປບຶດນຶ່ງແລ້ວມາ, ມາແລ້ວ ແລ້ວກໍກັບມາແລ້ວ ແລ້ວລາວກໍກັບໄປອີກ ຢ້ານຈະໄປນັ້ນ ເຂົາຫຼອກໄປ ຕົວະໄປຂ້າຖິ້ມ, ເຣື່ອງທີ່ນຶ່ງຫັ້ນ. ເຣື່ອງທີສອງ, ກໍຄຶດວ່າ ຢ້ານມີຄົນບໍ່ດີ ຕົວະໄປຂາຍຢູ່ຈີນ.”
ພໍ່ຂອງນາງ ດ້າວ ຢ່າງ ເວົ້າຕື່ມວ່າ ຫຼ້າສຸດນີ້, ຮູ້ພຽງແຕ່ວ່າ ລູກສາວໄປເຮັດວຽກ ຢູ່ຄິວຣົດໂດຍສານສາຍເໜືອ ແລ້ວກໍຕິດຕໍ່ບໍ່ ໄດ້ເລີຍ. ສ່ວນຊື່ໂຮງງານ, ຊື່ຮ້ານອາຫານ ຫຼື ຕຳແໜ່ງງານ ທີ່ລູກສາວເຮັດວຽກນັ້ນ ແມ່ນບໍ່ຮູ້ ຍ້ອນບໍ່ເຄີຍໄດ້ຖາມ ກັບລູກສາວ ຈັກເທື່ອ.
ໃນຂນະດຽວກັນ, ແມ່ຂອງນາງ ດ້າວ ຢ່າງ ເວົ້າວ່າ ຢ້ານລູກສາວ ຈະໄດ້ຮັບອັນຕະລາຍ ຍ້ອນຕິດຕໍ່ລູກສາວບໍ່ໄດ້ ດົນແລ້ວ ແລະ ຊື່ເຟສບຸຄຂອງລູກສາວ ກໍຫາຍໄປ, ອີກທັງບໍ່ຮູ້ຈະ ບອກສະຖານທີ່ ໃຫ້ເຈົ້າໜ້າທີ່ຕຳຣວດ ໄປຊອກຫາໂຕລູກສາວນັ້ນແນວໃດ:
“ມີແຕ່ລາວຜູ້ດຽວ ໄປເຮັດວຽກຢູ່ລາວລຸ່ມນີ້ ບໍ່ມີຜູ້ລາວສູງໄປຢູ່ນຳ. ດຽວນີ້ເຮົາກໍບໍ່ໄດ້ຫາແລ້ວ ແລ້ວເຮົາກໍ ບໍ່ຮູ້ເຮັດຫຍັງເຮົາກໍ ບໍ່ຮູ້ບ່ອນໄປຊອກ ເຮົາບໍ່ຮູ້ໄປຊອກທີ່ໃດ ເຮົາກໍຢ້ານ ຈັກໜ່ອຍໄປຖືກອັນຕະລາຍ ແລ້ວໂທຫາບໍ່ໄດ້, ໄດ້ດົນມາແລ້ວ ເຮົາກໍ ໂອ້..ນອນບໍ່ຫຼັບ ບໍ່ຮູ້ຈະໄປຊອກບ່ອນໃດ.”
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ປກສ ກຸ່ມບ້ານແສງຈະເລີນ, ເມືອງຊະນະຄາມ ແຂວງວຽງຈັນ ກ່າວວ່າ ໄດ້ຮັບແຈ້ງຄວາມຄົນ ຫາຍສາບສູນ ຈາກຜູ້ປົກຄອງຂອງ ນາງ ດ້າວ ຢ່າງ ເມື່ອ 2-3 ມື້ ທີ່ຜ່ານມາແລ້ວ. ເບື້ອງຕົ້ນ, ໄດ້ລົງບັນທຶກ ປະຈຳວັນໄວ້ ທີ່ຫ້ອງການ ປກສ ກຸ່ມບ້ານ ແລະ ຕິດຕໍ່ຫາ ປກສ ກຸ່ມບ້ານດົງໂດກ ແລະ ປກສ ເມືອງສີໂຄດຕະບອງ ໃຫ້ຊ່ອຍຕາມ ຫາ ນາງ ດ້າວ ຢ່າງ ພ້ອມກະຈາຍຂ່າວ ຄົນຫາຍສາບສູນ ຜ່ານສື່ສັງຄົມອອນລາຍ ເພື່ອວ່າ ໄດ້ຂໍ້ມູນແນວໃດ ຈະມີການຕິດຕໍ່ ປະສານຫາ ຜູ້ປົກຄອງຂອງ ນາງ ດ້າວ ຢ່າງ ທີ່ມາລົງ ບັນທຶກໄວ້:
“ລົງບັນທຶກປະຈຳວັນໄວ້ແລ້ວ ຖ່າຍຮູບລາວໄວ້ແລ້ວ ຂັ້ນຕອນຕໍ່ໄປ ມີແຕ່ເຮົາໄປປະສານຫາ ກຸ່ມເຂດນັ້ນແຫຼະ ເຂດທີ່ລູກລາວ ຫາຍນັ້ນ ໃຫ້ເຈົ້າໜ້າທີ່ກວດກາເບິ່ງວ່າ ມີຄົນຫາຍ ຈຳນວນນຶ່ງ, ເຮົາກໍແຈ້ງລົງເຟສບຸຄ ແລ້ວເນາະ ຫາກຜູ້ໃດພົບເຫັນ ມາບອກ ມາຣາຍງານ ເປັນຈັ່ງຊັ້ນ ຂັ້ນຕອນຂອງມັນ.”
ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ຕຳຣວດ ປກສ ກຸ່ມບ້ານ ບໍ່ສາມາດລົງເຄື່ອນໄຫວ ຊອກຫາ ນາງ ດ້າວ ຢ່າງ ໄດ້ ເນື່ອງຈາກບໍ່ມີ ງົບປະມານ ໃນການເດີນທາງ ຈຶ່ງຕ້ອງແຈ້ງເຣື່ອງ ຄົນຫາຍສາບສູນ ໄປຍັງ ປກສ ກຸ່ມດົງໂດກ ເມືອງສີໂຄດຕະບອງ ແທນ, ແຕ່ດີແທ້ ທາງຄອບຄົວ ຂອງ ນາງ ດ້າວ ຢ່າງ ຕ້ອງໄດ້ຕິດຕໍ່ຫາ ເຈົ້າໜ້າທີ່ຕຳຣວດ ຜແນກຕ້ານການ ຄ້າມະນຸດ ເມືອງສີໂຄດຕະບອງ ຫຼື ນະຄອນຫຼວງວຽງຈັນ ໂດຍຕຣົງ ເນື່ອງຈາກເພິ່ນມີງົບປະມານ ໃນການລົງຕິດຕາມໃຫ້.
ຜູ້ເປັນພໍ່ ນາງ ດ້າວ ຢ່າງ ຢືນຢັນວ່າ ທີ່ຜ່ານມາ ລູກຊາຍຂອງໂຕເອງ ຄືອ້າຍຂອງ ນາງ ດ້າວ ຢ່າງ ຊື່ ທ້າວ ເສັ່ງ ຢ່າງ ໄດ້ອອກ ຊອກຫານ້ອງສາວ ທົ່ວເຂດດົງໂດກ ເມືອງ ສີໂຄດຕະບອງ ກໍບໍ່ພົບ ແລະ ໃນມໍ່ໆນີ້ ຈະສືບຕໍ່ໄປຊອກຫາ ນ້ອງສາວ ໃນເຂດ ໂພນທອງ ຕາມທີ່ ນາງ ດ້າວ ຢ່າງ ເຄີຍລົມໄວ້ວ່າ ຈະໄປເຮັດວຽກ ຢູ່ບ່ອນນັ້ນ. ຫາກຜູ້ເປັນອ້າຍ ຫານ້ອງສາວບໍ່ເຫັນ ກໍຈະໄປ ຕິດຕໍ່ພົວພັນ ກັບເຈົ້າໜ້າທີ່ ຜແນກຕ້ານການ ຄ້າມະນຸດ ເມືອງ ເພື່ອຕິດຕາມຫາລູກສາວຕື່ມ:
“ອ້າຍຂອງ ນາງ ດ້າວ ຫັ້ນນ່າ ຊິໄປຕາມຢູ່ທາງໂພນທອງ ອ້າຍຊິໄປຕາມຢູ່ພຸ້ນ ຖ້າບໍ່ເຫັນ ຊິໄປແຈ້ງເຈົ້າໜ້າທີ່ຕຳຣວດຜແນກ ຕ້ານການຄ້າມະນຸດ.”
ນອກຈາກນີ້, ເຈົ້າໜ້າທີ່ທ້ອງຖິ່ນ ກຸ່ມບ້ານແສງຈະເລີນ, ເມືອງຊະນະຄາມ ແຂວງວຽງຈັນ ກ່າວວ່າພາຍໃນກຸ່ມບ້ານທີ່ໂຕເອງ ຮັບຜິດຊອບນັ້ນ, ບໍ່ເຄີຍມີແມ່ຍິງລາວ ຊົນເຜົ່າມົ້ງ ຢູ່ບ້ານນາກາງ ຖືກຄົນຈີນຕົວະໄປ ຄ້າມະນຸດຢູ່ຈີນ, ມີແຕ່ບ້ານນາສົມບູນ ທີ່ມີແມ່ຍິງຊົນເຜົ່າຂະມຸ ຈຳນວນ 2 ຄົນ ຖືກຄົນຈີນຕົວະໄປ ຄ້າມະນຸດຢູ່ຈີນ ແລ້ວເຈົ້າໜ້າທີ່ຈີນ ກໍສາມາດ ຊ່ອຍແມ່ຍິງທັງ 2 ຄົນ ກັບມາລາວໄດ້ ຢ່າງປອດພັຍ ເມື່ອປີ 2000 ຫຼື 20 ປີກ່ອນໜ້ານີ້. ປັດຈຸບັນ, ເຫດການ ການຄ້າມະນຸດ ໃນກຸ່ມບ້ານແສງຈະເລີນ ຖືວ່າບໍ່ມີແລ້ວ ຍ້ອນເປັນກຸ່ມບ້ານ ທີ່ຢູ່ເຂດຫ່າງໄກ:
“ເຂດເຮົາມີແຕ່ ນາສົມບູນ ໄປຂາຍຢູ່ຈີນນີ້ ເຂົາກໍສົ່ງໂຕກັບມາແລ້ວ ຄືວ່າຜູ້ນຶ່ງ ສອງຄົນນີ້ແຫຼະ ເຂົາເຈົ້າສົ່ງມາເນາະ ປີ 2000.”
ສຳລັບຂໍ້ມູນຂອງ ນາງ ດ້າວ ຢ່າງ ແມ່ນຮຽນຈົບຊັ້ນປະຖົມຫ້ອງ ປໍ 3 ແລ້ວອອກໂຮງຮຽນມາຢູ່ເຮືອນ ເພື່ອເຮັດວຽກຊ່ອຍພໍ່ແມ່. ປັດຈຸບັນ, ພໍ່ແມ່ ຂອງນາງ ດ້າວ ຢ່າງ ໄດ້ປະກັນແລ້ວ ນາງ ດ້າວ ຢ່າງ ໄດ້ອາສັຍຢູ່ກັບພໍ່ ທີ່ບ້ານນາກາງ, ເມືອງຊະນະຄາມ ແຂວງວຽງຈັນ. ສ່ວນຜູ້ເປັນແມ່ ແມ່ນຍ້າຍໄປຢູ່ ບ້ານນາສະຫວ່າງ, ເມືອງແມດ ແຂວງວຽງຈັນ.