2 ແມ່ຕູ້ ຖືກຄາຕກັມ
2021.05.27
ເມື່ອວັນທີ 23 ພຶສພາ ຜ່ານມານີ້ ເກີດເຫດຄາຕກັມ ແມ່ຕູ້ 2 ຄົນ ຢູ່ບ້ານນາຊອນ ເມືອງຊະນະສົມບູນ ແຂວງຈໍາປາສັກ ເພື່ອປຸ້ນ ເອົາຊັບສິນເງິນຄໍາ ໂດຍຜູ້ກໍ່ເຫດເປັນເພດຊາຍ ອາຍຸ 35 ປີ ແລະເປັນຄົນທີ່ຢູ່ຂ້າງເຮືອນ ຂອງຜູ້ເສັຽຊີວິດ ທັງ 2 ຄົນ, ມາຮອດ ປັດຈຸບັນ ເຈົ້າໜ້າທີ່ ສາມາດຈັບໂຕຄົນຮ້າຍ ຜູ້ນັ້ນໄດ້ແລ້ວ, ດັ່ງເຈົ້າໜ້າທີ່ ປ້ອງກັນຄວາມສງົບ ແຂວງຈໍາປາສັກ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 27 ພຶສພາ ນີ້ວ່າ:
“ວັນທີ 23 ເດືອນ 5 ມັນມີເຫດການ ຄາຕກັມ 2 ສົບ ທີ່ບ້ານນາຊອນ ເມືອງຊະນະສົມບູນ ແຂວງຈໍາປາສັກ ຜູ້ເສັຽຊີວິດ ຜູ້ທີ່ 1 ຊື່ ແມ່ຮູ້ ອາຍຸ 72 ປີ ຜູ້ທີ່ 2 ຊື່ ແມ່ແກ້ວ ອາຍຸ 65 ປີ ເປົ້າໝາຍຊື່ ທ້າວ ທອງລອນ ອາຍຸ 35 ປີ ເຫດຈູງໃຈຜູ້ກ່ຽວມີແນວຄິດ ຢາກໄດ້ຊັບສິນ ສອບປາກຄໍາເພີ່ມຕື່ມຢູ່.”
ກ່ຽວກັບເຫດການນີ້ ຊາວບ້ານ ຢູ່ບ້ານນາຊອນຜູ້ນຶ່ງ ເວົ້າວ່າ ຄົນຮ້າຍທີ່ກໍ່ເຫດນັ້ນ ເປັນຄົນທີ່ຂ້າງຢູ່ເຮືອນ ຂອງຜູ້້ເສັຽຊີວິດທັງສອງ ຄົນ ແລະມັກມາຂໍເງິນນໍາແມ່ຕູ້ 2 ຄົນ ນີ້ຢູ່ເລື້ອຍໆ ແລະ ໃນມື້ທີ່ເກີດເຫດ ຄົນຮ້າຍກໍໄດ້ມາຂໍເງິນອີກ ແລະ ຮູ້ວ່າທັງສອງຄົນນີ້ ມີເງິນຄໍາຫຼາຍ ຈຶ່ງໄດ້ລັກເຂົ້າມາ ໃນຕອນເດິກ ພ້ອມກັບລົງມືທໍາຮ້າຍ ແລະ ປຸ້ນເອົາຊັບສິນ ມີຄ່າ ແລ້ວ ຫຼົບໜີໄປ, ດັ່ງຊາວບ້ານ ຜູ້ນີ້ເວົ້າວ່າ:
“ມີຄົນຂ້າງເຮືອນຂະເຈົ້າ ມັນແບບ ມັນເຄີຍໄປຂໍເງິນ ແລ້ວບາດນີ້ ມັນໄດ້ໄປຂໍເງິນແລ້ວເຫັນເງິນ ເງິນມັນມີຫຼາຍຫັ່ນນະກໍໄດ້ເມືອ ເມືອແລ້ວມາຮອບເດິກມາ ໄດ້ເຫັນຢູ່ແຕ່ 2 ເຖົ້າ ກະເລີຍຊອມ ຊອມແລ້ວ ມັນກະຂ້າ.”
ຊາວບ້ານອີກຄົນນຶ່ງ ຢູ່ບ້ານດຽວກັນນີ້ ເວົ້າວ່າ ຮູ້ສຶກສະເທືອນໃຈຫຼາຍ ຍ້ອນວ່າການຂ້າຄົນ ເປັນເຣື່ອງທີ່ໂຫດຫ້ຽມຫຼາຍ ແລະຢາກ ໃຫ້ເຈົ້າໜ້າທີ່ ລົງໂທດປະຫານຊີວິດ ຜູ້ກໍ່ເຫດນັ້ນເລີຍ:
“ໂຫດຫ້ຽມຫຼາຍ ເປັນຂ່າວທີ່ໂຫດຫ້ຽມເກີນໄປ ຂ້າຄົນ ສໍາລັບຂ້ອຍນິ່ ຊີວິດແລກຊີວິດເລີຍ ຊິໄດ້ຄຸ້ມຄ່າ.”
ອີງຕາມຣາຍງານຂອງສື່ທ້ອງຖິ່ນຢູ່ລາວ ເມື່ອວັນທີ 24 ພຶສຜ່ານມາ ຣະບຸວ່າ ມີເຫດຄາຕກັມ ແມ່ຕູ້ 2 ຄົນ ແລະປຸ້ນເອົາຊັບສິນເງິນ ຄໍາໄປ ເກີດຂຶ້ນຢູ່ບ້ານນາຊອນ ເມືອງຊະນະສົມບູນ ແຂວງຈໍາປາສັກ ແລະເມື່ອວັນທີ 26 ພຶສພາ 2021 ນີ້ ທາງເຈົ້າໜ້າທີ່ຕໍາຣວດ ກໍສາມາດຈັບໂຕຄົນຮ້າຍ ຜູ້ນັ້ນໄດ້ແລ້ວ ພ້ອມກັບຂອງກາງເປັນເງິນສົດ ແລະຄໍາຈໍານວນຫຼາຍ ຊຶ່ງປັດຈຸບັນ ເຈົ້າໜ້າທີ່ກໍາລັງຢູ່ໃນ ຂັ້ນຕອນ ຂອງການສືບສວນ-ສອບສວນ ຜູ້ກໍ່ເຫດນັ້ນເພີ້ມເຕີມຢູ່.