ນັກຄ້າຢາເສບຕິດຖືກຈັບ ພ້ອມ ເຮໂຣອິນ
2018.03.23

ໃນວັນທີ 18 ມິນາ ຜ່ານມານີ້ເຈົ້າໜ້າທີ່ຕຳຣວດເມືອງໃໝ່ ແລະເມືອງຂວາ ແຂວງຜົ້ງສາລີ ຈັບນັກຄ້າຢາເສບຕິດ ຊາວລາວ 3 ຄົນ ພ້ອມຂອງກາງ ເປັນເຮໂຣອິນ ຈຳນວນ 58 ແທ່ງ ໜັກ 29 ກິໂລກຣາມ ແລະຢາບ້າ 10,800 ເມັດ ຮວມທັງ ອາວຸດປືນ.
ປັດຈຸບັນເຈົ້າໜ້າທີ່ຕຳຣວດ ແຂວງຜົ້ງສາລີ ກຳລັງສືບສວນ-ສອບສວນ ພວກກ່ຽວ ເພື່ອສືບຫາຜູ້ຄ້າຢາເສບຕິດອື່ນໆອີກ, ດ່ັງເຈົ້າໜ້າທີ່ ຫ້ອງການ ປ້ອງກັນຄວາມສງົບ ແຂວງຜົ້ງສາລີ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 23 ມີນາ ນີ້ວ່າ:
“ຢາເສບຕິດຫັ້ນເປັນປະເພດຢາບ້າ 5 ມັດກັບ 4 ຖົງ ຖືກຢູ່ 10,000 ກັບ 800 ເມັດ ລະກະ ເຮໂຣອິນ 58 ແທ່ງ ນໍ້າໜັກກະ 29 ໂລ ນະ ສົ່ງເມືອແຂວງໝົດແລ້ວເດ ແລ້ວມີປືນ 59 ຫັ້ນ ບອກນຶ່ງ ແລະກະມີລູກປືນ ຫັ້ນ 7 ລູກ.”
ເຈົ້າໜ້າທີ່ກ່າວຕື່ມວ່າ ຈາກການສືບສວນ-ສອບສວນ ໃນເບື້ອງຕົ້ນ ຜູ້ຕ້ອງຫາສອງຄົນ ມາຈາກ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສ່ວນອີກ 1 ຄົນ ແມ່ນຊາວແຂວງຜົ້ງສາລີ ທັງ 3 ຄົນ ຮັບສາຣະພາບວ່າ ໄດ້ເດີນທາງມາພົບກັນ ຢູ່ເມືອງຂວາ ເພື່ອຕຽມ ສົ່ງຢາເສບຕິດ ອອກໄປຊາຍແດນວຽດນາມ ແຕ່ຖືກເຈົ້າໜ້າທີ່ ວາງແຜນຈັບໄດ້ກ່ອນ.
ທ່ານກ່າວອີກວ່າ ທຸກມື້ນີ້ ເມືອງຂວາ ກາຍເປັນເມືອງທີ່ ນັກຄ້າຢາເສບຕິດ ໃຊ້ເປັນທາງຜ່ານ ເພື່ອຂົນສົ່ງຢາເສບຕິດ ອອກໄປ ວຽດນາມ ໂດຍໃຊ້ທາງເມືອງໃໝ່ ຫຼື ອອກທາງເຮືອ ໄປເມືອງງອຍ ແຂວງຫຼວງພຣະບາງ ຊື່ງເປັນສອງເມືອງ ຕິດຊາຍແດນ ວຽດນາມ.
ຢາເສບຕິດຈຳນວນນຶ່ງ ຖືກນຳເຂົ້າມາຂາຍ ຢູ່ພາຍໃນເມືອງ ເຮັດໃຫ້ມີຊາວໜຸ່ມຕິດຢາເສບຕິດ ຫຼາຍກວ່າ 1 ພັນຄົນ. ຈຳນວນນຶ່ງຖືກນຳ ໄປບຳບັດ ແລະ ປິ່ນປົວ ຢູ່ສູນບຳບັດ ເມືອງຂວາ ອີກຈຳນວນນຶ່ງ ຖືກສົ່ງໄປສູນບຳບັດ ບ້ານນໍ້າຖ້ວມ ແຂວງຫຼວງພຣະບາງ ແລະໄປຢູ່ຄຸກ ຫ້ວຍໄລ່ ແຂວງອຸດົມໄຊ.
ກ່ອນໜ້ານີ້ ເມື່ອວັນທີ 5 ພຶສຈິກາ 2017 ເຈົ້າໜ້າທີ່ຕຳຣວດເມືອງຂວາ ກໍຈັບນັກຄ້າຢາເສບຕິດ ຊາວລາວ ພ້ອມຍຶດຂອງກາງ ເປັນຢາບ້າ 60 ພັນເມັດ ແລະເມື່ອວັນທີ 8 ມີນາ 2018 ຜ່ານມານີ້ ຕຳຣວດແຂວງອຸດົມໄຊ ກໍຈັບນັກຄ້າຢາເສບຕິດໄດ້ 2 ຄົນ ພ້ອມກັບຂອງກາງ ຢາບ້າ 72 ພັນເມັດ.