ແຜນລຶບລ້າງປູກຝິ່ນ ຢູ່ລາວ ບໍ່ໄດ້ຜົນ
ແຜນການລຶບລ້າງ ການປູກຝິ່ນ ຢູ່ ສປປລາວ ບໍ່ມີ ປະສິດທິຜົນ.
-
ຈໍາປາທອງ
2019-02-13 -
-
-
Your browser doesn’t support HTML5 audio
ທາງການລາວ ປະຕິບັດແຜນການລຶບລ້າງການປູກຝິ່ນໃນລາວ, ເພື່ອໃຫ້ປະຊາຊົນແຂວງຫຼວງນ້ຳທາ ແລະຫຼາຍແຂວງ ໃນເຂດພາກເຫນືອ, ປະຊາຊົນຜູ້ທີ່ເຄີຍປູກຝິ່ນ ແລະຖືກທາງການທຳລາຍສວນຝິ່ນ ເພື່ອໃຫ້ພວກຂະເຈົ້າຫັນມາປູກພືດອື່ນທົດແທນ ຮວມທັງໃຫ້ການຊ່ອຍເຫຼືອ, ເປັນເງິນກູ້ດອກເບັ້ຽຕ່ຳ, ເພື່ອໃຫ້ຕັ້ງຫລັກສ້າງອາຊີບ ທີ່ຫມັ້ນຄົງນັ້ນ, ຍັງບໍ່ປະສົບຜົລສຳເຣັດເທົ່າທີ່ຄວນ, ຍ້ອນທາງຣັຖບານ ບໍ່ມີແນວພັນ ສັດລ້ຽງ, ແນວພັນພືດສນອງໃຫ້, ແລະ ພວກຂະເຈົ້າກໍບໍ່ກູ້ຢືມເງິນນັ້ນ, ບາງຄົນກໍຍັງກັບໄປປູກຝິ່ນຄືນ. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ແຂວງ ຫຼວງນ້ຳທາ ທ່ານນຶ່ງ, ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກຸມພາ ນີ້ວ່າ:
"ຊົນເຜົ່າຢູ່ຫ່າງໄກສອກຫຼີກ, ທຸກໆປີມັນຈະມີຖາງປ່າເຮັດໄຮ່, ຂະເຈົ້າກໍປູກເຂົ້າມີບາງຄົນກໍປູກຝິ່ນໄປນຳ, ກໍລັກລອບເຮັດ, ຕຳຣວດກໍເຂົ້າໄປ ຈັບຄືກັນ, ແຕ່ບາງຄົນກໍຫັນມາປູກຝິ່ນຄືເກົ່າ ເພາະວ່າເຮົາບໍ່ມີຫຍັງໄປທົດແທນເຂົາ, ເຂົາຮຽກຮ້ອງມາຄືຢາກໄດ້ແນວພັນສັດ, ແລ້ວພັນຫຍັງ ກໍມີ ທະນາຄານເນາະ, ໃຫ້ທຶນກູ້ຢືມດອກເບັ້ຽຕ່ຳ ເຂົາກໍຍັງບໍ່ເອົາ."
ທ່ານກ່າວວ່າ, ເລີ້ມແຕ່ປີ 2010 ເປັນຕົ້ນມາ, ຫລັງຈາກຣັຖບານ ໄດ້ອອກຄຳສັ່ງໃຫ້ຄວບຄຸມ ແລະ ສະກັດກັ້ນການປູກຝິ່ນໃນທົ່ວປະເທດ, ທາງການແຂວງຫລວງນ້ຳທາ ກໍໄດ້ສຳຣວດ, ແລະທຳລາຍພື້ນທີ່ທີ່ມີການປູກຝິ່ນໄດ້ເຖິງ 400 ເຮັກຕາ, ແຕ່ການທຳລາຍ ນັ້ນບໍ່ຮອດສອງປີ, ປະຊາຊົນກໍກັບມາປູກຝິ່ນຄືນໃຫມ່. ຍ້ອນໂຄງການປູກພືດທົດແທນ ຂອງຣັຖບານບໍ່ໄດ້ຜົລ.
ທ່ານກ່າວຕື່ມວ່າ, ທາງການໄດ້ຊຸກຍູ້ໃຫ້ປະຊາຊົນປູກໝາກສາລີ ແລະລ້ຽງສັດ, ແຕ່ບັນຫາມີຢູ່ວ່າ, ບໍ່ມີຕລາດຮອງຮັບຜົລຜລິດ ຂອງພວກ ຂະເຈົ້າ, ມີແຕ່ໄດ້ຂາຍໃຫ້ຊຸມຊົນ ໃນເຂດບ້ານໃກ້ຄຽງ ຫຼືບ້ານດຽວກັນເຮັດໃຫ້ພວກຂະເຈົ້າ ບໍ່ມີຣາຍໄດ້ພໍກຸ້ມຄອບຄົວ ແລະການຊ່ອຍເຫຼືອ ຈາກຕ່າງປະເທດ ກໍບໍ່ມີຫລາຍ. ດັ່ງທີ່ທ່ານກ່າວວ່າ:
"ໂຄງການກໍເຂົ້າມາຄືກັນ, ທຶນຊ່ອຍເຫລືອຈາກຕ່າງປະເທດກໍມີ, ແຕ່ຫາກມັນມີຈຳນວນນ້ອຍ UNODC ຫັ້ນ, ແລ້ວກໍມີໂຄງການນຶ່ງເຂົ້າໄປ, ມັນກໍບໍ່ທົ່ວເຖິງ, ມັນບໍ່ໄດ້ປູກຫຼາຍແຕ່ລະຄອບຄົວປູກນ້ອຍດຽວ, ເຮັດໃຫ້ປະຊາຊົນ ຫັນມາປູກຝິ່ນຄືນໃຫມ່."
ໃນການຄວບຄຸມ ແລະສະກັດກັ້ນການປູກຝີ່ນນັ້ນ ແຕ່ມື້ວັນທີ 28 ມົກກະຣາ ຫາ ວັນທີ 1 ກຸມພານີ້, ທາງການລາວໄດ້ທຳລາຍສວນຝິ່ນ ທີ່ເມືອງວຽງພູຄາຕື່ມອີກ 24 ເຮັກຕາ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ ກໍໄດ້ຣະດົມໃຫ້ປະຊາຊົນປູກພືດ ອື່ນທົດແທນ ການປູກຝິ່ນ ແຕ່ກໍຍັງ ບໍ່ຮູ້ວ່າຈະໄດ້ຜົລ ຫລືບໍ່.