ມ.ນາຊາຍທອງ ກຸ່ມເສພຢາ ອອກ ກໍ່ກວນ
2018.03.06
ປະຊາຊົນເມືອງນາຊາຍທອງ ຮຽກຮ້ອງໃຫ້ເຈົ້າໜ້າທີ່ ປ້ອງກັນຄວາມສງົບ ເພີ້ມມາຕການຮັກສາຄວາມປອດພັຍ ໃຫ້ແກ່ປະຊາຊົນ ຫຼາຍຂື້ນ ແລະກວາດລ້າງ ພວກເສບຢາເສບຕິດ ພາຍຫລັງເກິດເຫດ ຄົນຮ້າຍລັດຍິງ ປຸ້ນເອົາຣົຖຈັກ ຈາກຊາວບ້ານ ແລະ ໃຊ້ໄຟຟ້າຈິ້ເຈົ້າຂອງ ຣົຖຈັກ ຕຶ່ມອີກ. ດັ່ງປະຊາຊົນ ຜູ້ນຶ່ງກ່າວ ຕໍ່ເອເຊັຍເສຣີ ໃນວັນທີ່ 6 ມີນາ ນີ້ວ່າ:
“ກໍແນ່ນອນລະເນາະ ທາງເຈົ້າໜ້າທີ່ ເພິ່ນຫັ້ນແຫລະ ເອົາໃຈໃສ່ເບິ່ງດູແລ ກ່ຽວກັບເຣື້ອງນີ້ ຫັ້ນນະ ສ່ວນຫລາຍແລ້ວ ທີ່ວ່າລັກສນະ ກໍ່ເຫດນີ້ ກໍແມ່ນຜູ້ຢາເສບຕິດ ຫັ້ນນະ ຢາກໃຫ້ແມ່ນມ້າງໂຕນີ້ຫລາຍ ເຂດບໍຣິເວນ ນີ້ກາງຄໍ່າກາງຄືນ ມາເຂົາ ກໍບໍ່ຢາກ ເຄືອນໄຫວ ເພາະວ່າ ມີເຫດຈິ້ກັນຢູ່ຄືກັນ.”
ຊາວບ້ານທ່ານນີ້ ກ່າວຕໍ່ໄປວ່າ ເມື່ອປີຜ່ານມາກໍມີເຫດ ກຸ່ມຕິດຢາເສບຕິດ ລັດຕີຊາວບ້ານ ທີ່ຂີ່ຣົຖຈັກ ຜ່ານບໍຣິເວນດັ່ງກ່າວ ແລະຄົນຮ້າຍ ເອົາທັງຣົຖຈັກແລະເງິນ ແລ້ວກໍຫລົບໜີໄປ ແຕ່ມາຮອດ ປັຈຈຸບັນນີ້ ຍີ່ງເພີ້ມຄວາມຮຸນແຮງ ຈົນເຖິງຂັ້ນໃຊ້ປືນ ຍິງຊາວບ້ານ. ຈຶ່ງຢາກໃຫ້ ເຈົ້າໜ້າທີ່ ຕິດຕາມຫາຄົນຮ້າຍ ໃຫ້ໄດ້ໂດຍໄວ ພ້ອມກັບອອກລາດຕາເວັນ ຫລາຍຂຶ້ນໂດຍສະເພາະ ຢູ່ບໍຣິເວນ ທາງເຂົ້າບ້ານນາດີ ທີ່ເປັນ ຖນົນມືດໄຟຟ້າບໍ່ທົ່ວເຖິງ ເຮັດໃຫ້ພວກຄົນຮ້າຍ ສວຍໂອກາດລັດປຸ້ນຈີ້ ປະຊາຊົນຢາກໃຫ້ ເຈົ້າໜ້າທີ່ກ່ຽວຂ້ອງ ລົງມາແກ້ໄຂ ບັນຫານີ້.
ເຫດການຄົນຮ້າຍລັດຍິງ ເອົາຣົຖຈັກຊາວບ້ານ ເກິດຂື້ນ ໃນຕອນກາງຄືນ ຂອງມື້ວັນທີ່ 4 ມີນາ 2018 ຜ່ານມາ ໃນເວລາປະມານ 1:40 ຕອນເຊົ້າ ຜູ້ເຄາະຮ້າຍ ແມ່ນຜູ້ຊາຍ ຢູ່ບ້ານນາດີ ຖືກຍິງ ທີ່ຂາເບືອງຊ້າຍ ແລະຖືກໄຟຟ້າຊ໊ອຕ ສ່ວນກຸ່ມຄົນຮ້າຍ ບໍ່ຮູ້ຈໍານວນແນ່ນອນ, ຫລັງເກິດເຫດ ເຈົ້າໜ້າທີ່ ໜ່ວຍກູ້ພັຍ ໄດ້ນໍາຄົນເຈັບ ເຂົ້າໂຮງໝໍ ມິຕພາບ 150 ຕຽງ ແລະປັຈຈຸບັນ ອາການຂອງຄົນເຈັບ ແມ່ນພົ້ນ ຂິດອັນຕລາຍແລ້ວ.
ກ່ຽວກັບເຣື້ອງນີ ວິທຍຸເອເຊັຽເສຣີ ໄດ້ ຕິດຕໍ່ໄປຍັງຫ້ອງການ ປ້ອງກັນຄວາມສງົບ ເມືອງນາຊາຍທອງ ເພື່ອຂໍຖາມຣາຍຣະອຽດ ໃນການ ຕິດຕາມ ຫາຄົນຮ້າຍ ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ຍັງບໍ່ສາມາດໃຫ້ ຣາຍລະອຽດໄດ້ເທື່ອ.