ຢາເສພຕິດຣະບາດ ຢູ່ແຂວງຄໍາມ່ວນ
ເຈົ້າໜ້າທີ່ ກວດກາ ຢາເສພຕິດ ແຂວງຄໍາມ່ວນ ທ່ານນຶ່ງ ເປີດເຜີຍວ່າ ປັດຈຸບັນ ຢູ່ແຂວງຄໍາມ່ວນ ຍັງມີຜູ້ຄ້າ ແລະ ຜູ້ເສພ ຢາເສບຕິດ ໜັກຢູ່.
-
ມະນີຈັນ
2013-01-23 -
-
-
Your browser doesn’t support HTML5 audio
ຈາກການກວດກາ ຢາເສພຕິດ ໃນປີ 2012 ຜ່ານມາ ຖືວ່າ ຢາບ້າ ເປັນຢາເສພຕິດ ອັນດັບນຶ່ງ ທີ່ຣະບາດ ຫລາຍທີ່ສຸດ:
"ປະເພດຢາອື່ນ ຢາໂຄເຄນອັນນີ້ ຜ່ານມາກໍ ແຕ່ລະລາຍ ກໍບໍ່ຫລາຍດອກ ສ່ວນຫລາຍກໍ ແມ່ນຢາບ້າ ນີ້ແຫລະ 40-50 ເມັດ ສ່ວນຫລາຍ ກໍ່ບໍ່ແມ່ນຣາຍໃຫຍ່".
ທ່ານວ່າ ໃນປີ 2012 ເຖິງວ່າຣັຖບານ ໄດ້ເພີ່ມການ ກວດກາແຮງຂຶ້ນ ແຕ່ບັນຫາ ກໍຍັງບໍ່ໝົດໄປ ຢາເສພຕິດ ຣະບາດຫລາຍ ໃນກຸ່ມວັຍລຸ້ນ ແລະ ຄົນງານ ເຖິງວ່າມີການ ຈັບໄດ້ ບາງສ່ວນ ແຕ່ກໍເປັນຣາຍຍ່ອຍ ຍັງບໍ່ສາມາດ ຈັບຣາຍໃຫຍ່ໄດ້. ເຈົ້າໜ້າທີ່ ເວົ້າວ່າ ຈັບໄດ້ 165 ຄັ້ງ ໄດ້ຜູ້ຕ້ອງຫາ ຄະດີ ຢາເສພຕິດ 285 ຄົນ. ໃນນັ້ນ ຊາວຕ່າງຊາຕ 7 ຄົນ ຍຶດຢາບ້າໄດ້ 27 ພັນ ກວ່າເມັດ ກັນຊາ 15 ກິໂລກຣາມ ແລະ ຢາເສພຕິດ ຊນິດອື່ນໆ.
ທ່ານກ່າວ ໃນຕອນທ້າຍວ່າ ການຣະບາດ ຂອງຢາເສພຕິດ ພາຍໃນແຂວງ ຖືວ່າເປັນການ ທ້າທາຍ ຕໍ່ເຈົ້າໜ້າທີ່ ເພາະ ຣັຖບານລາວ ໄດ້ມີຂໍ້ຕົກລົງ ກັບກຸ່ມປະເທດ ອາຊຽນ ທີ່ວ່າຈະເຮັດ ໃຫ້ຂົງເຂດນີ້ ປອດຢາເສພຕິດ ພາຍໃນປີ 2015.