ຢາເສພຕິດຢູ່ ຂ.ຫົວພັນ ເພີ້ມຂຶ້ນ
2016.04.21

ປັດຈຸບັນ ພວກຄ້າ ຢາເສພຕິດ ຣາຍໃຫຍ່ ຢູ່ ແຂວງຫົວພັນ ມີຈໍານວນ ເພີ້ມຂຶ້ນ ຍ້ອນພວກຄ້າ ຣາຍຍ່ອຍ ທັງໃນ ແຂວງຫົວພັນ ແລະ ຢູ່ແຂວງອື່ນ ຮ່ວມຕົວກັນ ເປັນພວກຄ້າ ຣາຍໃຫຍ່ ຂນະທີ່ ເຈົ້າໜ້າທີ່ ສາມາດ ຈັບໄດ້ 2-3 ຣາຍ ໃນແຕ່ ລະເດືອນ, ບໍ່ນັບ ພວກຄ້າ ຣາຍຍ່ອຍ ທີ່ ຈັບໄດ້ຫຼາຍ. ດັ່ງ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ແຂວງຫົວພັນ ເວົ້າຕໍ່ RFA ໃນວັນທີ 20 ເມສາ ນີ້ວ່າ:
"ມີຫຼາຍນໍ ທາງຫ້ອງການ ເຮົາກະຈັບໄດ້ຫຼາຍ ເດືອນນຶ່ງ ມ້າງໄດ້ ປະມານ 2 ຣາຍ 3 ຣາຍ, ເປັນ ຣາຍໃຫຍ່ນໍ ຣາຍນ້ອຍນີ້ ນັບບໍ່ຖ້ວນ ຄົນພາຍໃນ ແດ່ ຄົນຕ່າງແຂວງ ແດ່ ເຂົາຮ່ວມມືກັນ ສ່ວນຫຼາຍ ເຂົານໍາອອກ ທາງວຽດ".
ທ່ານເວົ້າວ່າ ພວກຄ້າ ຢາເສພຕິດ ໄດ້ນໍາ ຢາເສພຕິດ ເປັນຕົ້ນ ຢາບ້າ ແລະ ເຮໂຣອິນ ຈາກ ຕ່າງປະເທສ ເຂົ້າມາ ແຂວງນີ້ ແລ້ວຂາຍ ໃຫ້ ພໍ່ຄ້າ ຢາເສພຕິດ ວຽດນາມ ໃນມູລຄ່າ ຫຼາຍລ້ານກີບ ຕາມ ແນວຊາຍແດນ ແຂວງ ຫົວພັນ ທີ່ຕິດກັບ ວຽດນາມ. ພວກທີ່ຖືກຈັບ ຫຼາຍຄົນ ຍັງຖືກຄຸກຢູ່ ລໍຖ້າ ຂຶ້ນສານ ຍ້ອນວ່າ ຄະດີ ຢາເສພຕິດ ຕ້ອງໃຊ້ເວລາ ສືບສວນ ສອບສວນ ດົນກວ່າຄະດີ ອື່ນໆ.
ເມື່ອ ບໍ່ດົນມານີ້ ຕໍາຣວດ ແຂວງຫົວພັນ ໄດ້ຈັບກຸ່ມ ຄ້າ ຢາເສພຕິດ ຣາຍໃຫຍ່ ໄດ້ 2 ຄົນ ຊຶ່ງເປັນ ຊາວເມືອງຊໍາໃຕ້ ແຂວງ ຫົວພັນ, ຍຶດ ເຮໂຣອິນ ໄດ້ 36 ແທ່ງ ແລະ ຢາມ້າ 15,000 ເມັດ ທີ່ພວກເຂົາ ເຊື່ອງໄວ້ ໃນທ້າຍ ຣົດກະບະ ເພື່ອສົ່ງໃຫ້ ລູກຄ້າ ທີ່ຊາຍແດນ ວຽດນາມ.
ຢູ່ ນະຄອນຫລວງ ວຽງຈັນ ເມື່ອວັນທີ 6 ເມສາ 2016 ສານ ນະຄອນຫລວງ ໄດ້ຕັດສິນ ປະຫານ ຊີວິດ ນັກໂທດ ຄ້າ ຢາເສພຕິດ 2 ຄົນຄື: ຜູ້ນຶ່ງ ເປັນຊາວ ນະຄອນຫຼວງ ວຽງຈັນ ແລະ ອີກຜູ້ນຶ່ງ ເປັນ ຄົນໄທ ທີ່ ຖືກຈັບ ເມື່ອປີ 2015 ຢູ່ບ້ານ ທ່າດິນແດງ ເມືອງ ໄຊເສດຖາ ພ້ອມດ້ວຍ ຂອງກາງ ເຮໂຮອິນ 48 ແທ່ງ.