ຢູ່ລາວຄົນຕິດຄົນປູກຝິ່ນ ເພີ້ມຂຶ້ນ

ຈໍານວນ ຜູ້ຕິດ ຝິ່ນ ຢູ່ ສປປລາວ ໃນປີ 2014 ມີເຖິງ 14,600 ຄົນ ສ່ວນຫຼາຍ ແມ່ນຢູ່ ແຂວງ ພາກເໜືອ.

ຜູ້ຕິດຝິ່ນ ຢູ່ ສປປລາວ ໃນປີ 2014 ມີເຖິງ 14,600 ຄົນ RFA

 

ໃນປີ 2014 ນີ້ ຈໍານວນ ຜູ້ຕິດ ຢາເສບຕິດ ໃນລາວ ເພີ້ມຂຶ້ນ ເປັນ 14,600 ຄົນ ຈາກ ປີ 2013 ຊຶ່ງມີ 14,500 ຄົນ. ຕາມ ຣາຍງານ ປະຈໍາປີ ຂອງ ຫ້ອງການ ຢາເສບຕິດ ອາຊຍາກັມ ສະຫະ ປະຊາຊາດ ທີ່ ເປີດເຜີຽ ໃນ ວັນທີ 8 ທັນວາ ນີ້ ຢູ່ທີ່ ບາງກອກ. ດັ່ງ ທ່ານ ຜູ້ຕາງໜ້າ UNODC ກ່າວວ່າ:

"ຈໍານວນ ຜູ້ຕິດຝິ່ນ ຢູ່ ສປປລາວ ໃນປີ 2014 ມີ ປະມານ 14,600 ຄົນ, ຊຶ່ງ ສ່ວນຫລາຍ ແມ່ນເກີດຈາກ ການໃຊ້ຝິ່ນ ໃນການ ປິ່ນປົວ ພຍາດໂຣຄາ".

ໃນຈໍານວນ ທີ່ຕິດຝິ່ນ ນັ້ນ ສ່ວນຫລາຍ ຢູ່ເຂດເມືອງ ຊໍາໃຕ້ ແຂວງ ຫົວພັນ ແລະ ແຂວງ ອຸດົມໄຊ ໃນ ຈໍານວນ 11 ແຂວງ ໃນທົ່ວ ປະເທດ ທີ່ ມີຄົນ ຕິດຝິ່ນ. ຈໍານວນ ຄົນຕິດຝິ່ນ ໃນລາວ ຫລາຍ ທີ່ສຸດ ແມ່ນ ເມື່ອປີ 2000 ຄື ມີເຖິງ 63,000 ຄົນ. ຍ້ອນ ການບໍາບັດ ປິ່ນປົວ ມີ ເພີ້ມຂຶ້ນ ແລະ ທາງການ ປຸກຣະດົມ ບໍ່ໃຫ້ ຊາວເຂົາ ທີ່ເຄີຍ ປູກຝິ່ນ, ໃຊ້ຝິ່ນ ໃຫ້ ຫັນມາ ປູກພືດ ອື່ນແທນ ຈຶ່ງ ເຮັດໃຫ້ ຈໍານວນ ຜູ້ໃຊ້ ແລະ ຕິດຝິ່ນ ຫລຸດລົງ ເລື້ອຍໆ ຈົນເຫລືອ ປະມານ 4,900 ຄົນ ໃນປີ 2008. ແຕ່ ໃນປີ 2012 ຈໍານວນ ຜູ້ຕິດຝິ່ນ ເພີ້ມຂຶ້ນ ຕລອດມາ ມີເຖິງ 14,600 ຄົນ ໃນປີ 2014.

ຣາຍງານ ຂ່າວ ຜ່ານມາວ່າ ການທີ່ ຊາວເຂົາ ກັບຄືນໄປ ປູກຝິ່ນ ອີກນັ້ນ ສ່ວນນຶ່ງ ແມ່ນຍ້ອນ ແຜນການ ການປູກພືດ ທົດແທນ ຝິ່ນ ບໍ່ສໍາເຣັດ ຕາມ ຄາດໝາຍ ຍ້ອນວ່າ ຕລາດ ຄ້າຝິ່ນ ຍັງມີຢູ່ ຄືເກົ່າ ແລະ ຣາຄາ ຝິ່ນ ກິໂລ ນຶ່ງ 1,800 ກວ່າ ໂດລາ ສະຫະຣັຖ ຊຶ່ງ ພວກປູກຝິ່ນ ຖືວ່າ ເປັນ ຣາຍໄດ້ ດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org