ເຈົ້າໜ້າທີ່ຈັບກຸ່ມຕົ້ມຕຸນ ຄົນຈີນ ສົ່ງກັບປະເທດ
2021.07.22

ເຈົ້າໜ້າທີ່ຕໍາຣວດນະຄອນຫຼວງວຽງຈັນ ຈັບຄົນຈີນປະມານ 30 ຄົນທີ່ເປັນກຸ່ມຕົ້ມຕຸນ ຢູ່ບ້ານຮ່ອງແກເມືອງໄຊເສດຖາ ໃນວັນທີ 20 ກໍຣະກະດາ ນີ້. ກຸ່ມຄົນຈີນ ຕົວະເອົາເງິນຄົນ ຜ່ານຣະບົບອອນລາຍ ຫຼື ທີ່ເອີ້ນກັນວ່າ ແກ້ງຄອນເຊັນເຕີ ເພື່ອຍົວະຊາວຈີນຢູ່ຕ່າງ ປະເທດ ແລະ ນັກລົງທຶນອື່ນໆ ຊື້ສີນຄ້າຜ່ານອິນເຕີເນັດ ແລະ ລົງທຶນໃນຈີນ ດ້ວຍການຖອກເງິນ ໃສ່ໃນບັນຊີເງິນຝາກ ຂອງພວກ ຂະເຈົ້າໃນນາມຄົນກາງ ແລະໂຕແທນ ແລະຫຼາຍຄົນກໍເສັຽເງິນໄປແລ້ວນັ້ນ ຖືກຈັບສົ່ງຕົວໄປໃຫ້ທາງການຈີນແລ້ວ ບໍ່ແມ່ນກ່ຽວກັບ ເຣື່ອງໂຄວິດ-19 ດັ່ງເຈົ້າໜ້າທີ່ຕໍາຣວດ ກອງບັນຊາການປ້ອງກັນຄວາມສງົບ ນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ກໍຣະກະດາ ນີ້ວ່າ:
“ບໍ່ແມ່ນ, ບໍ່ແມ່ນອັນນັ້ນ ມັນມີພວກຄອລເຊັນເຕີ ຊື່ໆ ຄົນຈີນ, ມັນບໍ່ແມ່ນຫລົບໜີຈອກໂຄວິດຫັ້ນນ່າ. ພວກຄອນເຊັນເຕີນ່າ ບໍ່ແມ່ນ ໜີຈາກສູນກັກກັນເດີ ນໍາສົ່ງປະເທດຈີນໝົດ.”
ທ່ານກ່າວຕື່ມວ່າ ສໍາລັບຣາຍລະອຽດ ກ່ຽວກັບຈໍານວນຂອງກຸ່ມຊາວຈີນ ຕົ້ມຕຸນດັ່ງກ່າວ ແລະ ປວັດເຂົ້າມາເຄື່ອນໄຫວແນວທີ່ບໍ່ດີ ໃນລາວນັ້ນ ທາງເຈົ້າໜ້າທີ່ລາວ ບໍ່ສາມາດໃຫ້ຂໍ້ມູນ ຫລາຍໄປກວ່ານີ້ໄດ້ ເນື່ອງຈາກເຈົ້າຂອງຄະດີ ແມ່ນຕໍາຣວດຈີນ ທີ່ໄດ້ປະສານ ງານ ມາຫາເຈົ້າໜ້າທີ່ຕໍາຣວດລາວ ຊ່ອຍຈັບສົ່ງໃຫ້.
ກ່ຽວກັບການຈັບຄົນຈີນກຸ່ມນີ້ ຊາວບ້ານທີ່ຢູ່ໃກ້ບ່ອນເກີດເຫດ ຫລາຍຄົນກໍຍັງບໍ່ຮູ້ຄັກແນ່ ຍ້ອນຍັງບໍ່ມີການຖແລງຂ່າວໃຫ້ມວນຊົນຮູ້, ຫາກເຫັນພຽງແຕ່ຄລິບວິດິໂອ ຕອນທີ່ກຸ່ມຄົນຈີນ ກໍາລັງແລ່ນໜີຈາກ ເຈົ້າໜ້າທີ່ຕໍາຣວດ ແລະ ຍັງບໍ່ຮູ້ເຣື່ອງລາວ ທີ່ໄປທີ່ມາຂອງ ເຣື່ອງນີ້ເທື່ອ, ດັ່ງຊາວບ້ານນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ບໍ່ແນ່ໃຈ ເຫັນຂ່າວຄືກັນ ແຕ່ວ່າບ້ານນ້ອງຢູ່ຮ່ອງແກ ແບບທີ່ເຂົ້າມາໃນຫ່ອມຫັ້ນນ່າ ກະຍັງຕິດຕາມຂ່າວນີ້ຄືກັນ. ບໍ່ຮູ້ວ່າເພິ່ນຈັບໄດ້ ໝົດຫລືວ່າຈັ່ງໃດ ຂ່າວໃນເຟສບຸກ ວ່າເປັນຄົນ ຈີນ.”
ນາງກ່າວຕື່ມວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຖແລງຂ່າວກ່ຽວກັບເຣື່ອງນີ້ ແບບເປັນທາງການເພື່ອຊີ້ແຈງໃຫ້ ປະຊາຊົນທົ່ວໄປໄດ້ຮູ້ ຣາຍລະອຽດຢ່າງຖືກຕ້ອງ ແທນທີ່ຈະຄາດເດົາ ໄປຕ່າງໆນາໆ ຍ້ອນເຫດການທີ່ເກີດຂຶ້ນນັ້ນ ຫລາຍຄົນໄດ້ເຜີຍແຜ່ຄລິບວິດິໂອ ຜ່ານ ສື່ສັງຄົມອອນລາຍ ໃນວົງກວ້າງ ອັນອາຈເຮັດໃຫ້ຊາວບ້ານ ພາກັນເຂົ້າໃຈຜິດ.
ຊາວບ້ານທີ່ຢູ່ໃກ້ຄຽງສະຖານທີ່ເກີດເຫດ ອີກນາງນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີວ່າ ໃນໄລຍະເກີດເຫດນັ້ນ ນາງເຫັນແຕ່ມີຄົນຈີນ ຫລາຍຄົນ ແລ່ນອອກມາຈາກເຮືອນຫລັງນຶ່ງ ໂດຍມີ ເຈົ້າໜ້າທີ່ແລ່ນໄລ່ຕາມຈັບ, ແຕ່ບໍ່ຮູ້ຄັກແນ່ເຖິງທີ່ໄປທີ່ມາ ຂອງເຫດການນັ້ນ ແລະບໍ່ຮູ້ວ່າຄົນ ຈີນພວກນີ້ເຮັດຫຍັງຢູ່ລາວ ແລະ ມີຄວາມຜິດແນວໃດ ດັ່ງທີ່ນາງກ່າວວ່າ:
“ເຫັນແຕ່ຄົນແລ່ນອອກມາຈາກປະຕູ ເປັນຄົນຈີນນ່າ ບໍ່ຮູ້ຫັ້ນນ່າທຸກມື້ຂະເຈົ້າເຮັດຫຍັງຢູ່ຫັ້ນ ເຮົາກະບໍ່ຮູ້ຫັ້ນນ່າ ຟາກທາງດຽວກັນ ແຕ່ວ່າຫລຽວເຫັນແຕ່ເຈົ້າຂອງຮ້ານເຂົາ ມາກວດ ບ້ານຖູບ້ານອິຫຍັງນີ້ແຫລະ ເຮົາກະບໍ່ຮູ້.”
ແລະຊາວບ້ານທີ່ຢູ່ໃກ້ຄຽງອີກນາງນຶ່ງ ກໍກ່າວໃນທໍານອງດຽວກັນນັ້ນວ່າ ຕົນກໍຍັງບໍ່ທັນຮູ້ຄັກແນ່ວ່າ ຄົນຈີນກຸ່ມນີ້ ຫລົບໜີເຈົ້າໜ້າທີ່ ຍ້ອນສາເຫດອັນໃດແທ້, ແຕ່ຕົນແລະຊາວບ້ານ ກໍພາກັນຣະມັດຣະວັງ ຍ້ອນບໍ່ຮູ້ວ່າກຸ່ມຄົນຈີນ ທີ່ແລ່ນຜ່ານໄປນັ້ນເປັນຄົນແນວໃດ, ຕິດເຊື້ອໂຄວິດ-19 ຫລືບໍ່ ດັ່ງທີ່ນາງກ່າວວ່າ:
“ກະບໍ່ເຂົ້າໃຈດອກວ່າ ມັນເກີດອິຫຍັງຂຶ້ນ ແລ່ນອອກມາອິຫຍັງ. ຖ້າສົມຸດວ່າ ເອີ ມັນອອກມາຈາກສູນກັກຕົວ ມັນບໍ່ຮູ້ວ່າເປັນບວກ ຫລື ເປັນລົບເນາະ ແຕ່ວ່າໃຫ້ເຝົ້າຣະວັງເນາະ. ສົມມຸດວ່າມັນເກີດວ່າ ມີຜູ້ຕິດເຊື້ອຂຶ້ນມາແທ້ ກະສິໄດ້ທັນການ.”
ຄົນຈີນທີ່ແລ່ນຫລົບໜີເຈົ້າໜ້າທີ່ນັ້ນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢືນຢັນວ່າເຫດການທີ່ເກີດຂຶ້ນ ຢູ່ບ້ານຮ່ອງແກ ເມືອງໄຊເສຖາ ແລະວ່າ ເຫດການດັ່ງກ່າວ ແມ່ນການໄລ່ຈັບຄົນຈີນ ທີ່ຮ່ວມກັນເປັນແກ້ງຕົ້ມຕຸນປະຊາຊົນ.
ແລະເມື່ອຫລາຍປີກ່ອນ ກໍເຄີຍເກີດເຫດການ ເຈົ້າໜ້າທີ່ຕໍາຣວດລາວ ຈັບແກ້ງຕົ້ມຕຸນຊາວຈີນ ທີ່ເຂົ້າມາ ເພື່ອອາສັຍລາວເປັນແຫຼ່ງ ເຄື່ອນໄຫວທີ່ບໍ່ດີ ທາງຣະບົບອອນລາຍ ແລະ ຈັບຄົນຈີນທີ່ເປັນຜູ້ຕ້ອງຫາໄດ້ຫລາຍຄົນ ເປັນຕົ້ນຢູ່ນະຄອນຫລວງວຽງຈັນ ແລະ ເມືອງສິງ ແຂວງຫລວງນໍ້າທາ ແລະກໍໄດ້ສົ່ງຕົວໃຫ້ທາງການຈີນ ເພື່ອນໍາໄປດໍາເນີນຄະດີຕາມກົດ ໝາຍ.