ແມ່ຍິງລາວ 4 ຄົນ ຖືກຊ່ອຍ ຈາກຈີນ
2019.10.29
ແຂວງຈຳປາສັກ ຊ່ອຍເຫຼືອແມ່ຍິງເຄາະຮ້າຍ ຈາກ ການຄ້າມະນຸດ ໄດ້ 4 ຄົນ ໃນປີ 2019 ນີ້ ກຸ່ມທີ່ຊ່ອຍມາໄດ້ມີອາຍຸຣະຫວ່າງ 16-21 ປີ ທີ່ຖືກຕົວະຍົວະ ໃຫ້ໄປແຕ່ງດອງກັບ ຄົນຈີນ ໂດຍມີການຈ່າຍຄ່າດອງ ໃຫ້ກັບພໍ່ແມ່ ແລ້ວແລ່ນເອກກະສານ ພາໄປຢູ່ ຈີນ, ແຕ່ເມື່ອ ໄປຢູ່ຈີນແລ້ວ ກັບບໍ່ໄດ້ເປັນໄປຕາມທີ່ ຕົກລົງກັນໄວ້. ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຈຳປາສັກ ໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 29 ຕຸລາ ວ່າ:
"ປີນີ້ຖືວ່າ ເຮົາກາໄດ້ຊອ່ຍເຫຼືອ ເດັກທີ່ເຄາະຮ້າຍມາຢູ່ 3-4 ຄົນ ມັນມີລັກສນະແບບວ່າ ມີນາຍໜ້າມາຫາ ຄືຄົນລາວເຮົາເບາະ ຈັງຊີ້ ສາມາດເວົ້າຈີນ ໄດ້ກໍມາລົມ ວ່າຢາກໄດ້ຜົວຈີນບໍ່ ອີຫຍັງຈັງຊັ້ນນ່າ ຂະເຈົ້າກາມາແຕ່ງມາຫຍັງ ເອົາກັບພໍ່ກັບແມ່."
ທ່ານກ່າວຕື່ມວ່າ ຍັງມີຍີງສາວອາຍຸ ຣະຫວ່າງ 16-21 ປີ ຖືກຕົວະຍົວະໄປຈີນຫຼາຍ ແຕ່ທາງສະຫະພັນແມ່ຍິງແຂວງຈຳປາສັກຍັງບໍ່ທັນມີ ໂຕເລກທີ່ແນ່ນອນ ພ້ອມກັນນີ້ບໍ່ຮູ້ວ່າ ພາຍຫຼັງໄປຢູ່ຈີນແລ້ວໄດ້ຖືກຄຸ້ມຄອງຫຼືບໍ່
"ມີຢູ່ໂຕຈິງເຈົ້າ ແຕ່ວ່າເຮົາບໍ່ຮູ້ຈຳນວນແນ່ນອນ ເວລາໄປພຸ້ນເຮົາກາ ບໍ່ຮຸ້ວ່າເຂົາມີ ການຄຸ້ມຄອງເຮົາແນວໃດ ອີຫຍັງຫັ້ນນ່າ ເຂົາຈື່ງກາຍ ເປັນເຣື່ອງແນວນັ້ນ ຕາມທີ່ເຮົາໄດ້ກັບມານີ້ເນາະ ສ່ວນຫຼາຍແມ່ນ 16-17 ປີ ຫຼືວ່າ 21-22 ປີ ຊໍ່ານີ້ແຫຼະ."
ແນວໃດກໍ່ຕາມ ບັນຫາການຄ້າມະນຸດ ຍັງແຜ່ລາມຢູ່ໃນລາວ ດັ່ງເຊັ່ນເມື່ອກາງປີ 2019 ຜ່ານມາ ແມ່ຍິງລາວ ອາຍຸ 18 ປີ ຢູ່ບ້ານນໍ້າປະ ເມືອງໄຊ ແຂວງອຸດົມໄຊ ທີ່ໄປເຮັດວຽກຢູ່ ສວນກ້ວຍຈີນ ແລ້ວຖືກຜູ້ບ່າວຈີນຕົວະວ່າ ຈະພາໄປສ້າງຄອບຄົວຢູ່ຈີນ ນຳກັນ ແຕ່ສຸດທ້າຍ ນາງ ກໍຖືສົ່ງຂາຍໃຫ້ຄົນຈີນຕໍ່ ຍິງຄົນນັ້ນກໍສາມາດລັກໜີ ກັບມາລາວໄດ້, ດັ່ງ ເຈົ້າໜ້າທີ່ຕຳຣວດ ປກສ ບ້ານນໍ້າປະ ກ່າວຕໍ່ນັກຂ່າວ ເອເຊັຽເສຣີວ່າ:
"ອ້າວມີຂ່າວວ່າທາງຂັ້ນເທິງວ່າ ຈີນມັກເອົາຄົນລາວມາ ຢູ່ປະເທດຕົນເອງ ເຂົາບໍ່ມັກບໍ່ຮັກ ກໍຂາຍຕໍ່ໄປຫັ້ນແລ້ວ ສຸດທ້າຍລະ ຈົນບໍ່ມີ ຊີວິດຫັ້ນແລ້ວ ໂຊກດີແຫຼະເຂົາ ລັກເຂົາໂຕນໜີ ຫັ້ນນ່າດຽວນີ້ ຫ້າມແລ້ວຫ້າມຕິດຕໍ່ ພົວພັນກັນ."
ອີກກໍຣະນີນຶ່ງ ທີ່ ແຂວງຜົ້ງສາລີ ຕຳຣວດຈີນ ສາມາດຊ່ອຍເຫຼືອຍິງສາວລາວ ແລະ ສົ່ງກັບມາໄດ້ 10 ຄົນ ດັ່ງເຈົ້າໜ້າທີ່ ປກສ ເມືອງ ຍອດອູ ແຂວງຜົງສາລີ ໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີວ່າ:
"ເອີ! ຄົນລາວເຮົາແຫຼະ ຄົນຈີນມາຕົວະໄປ ມາຊອກໄປຢູ່ບັນດາຮ້ານ ຮ້ານເຂົາເຂົ້າມາຊອກເອງ ແລ້ວກໍເຂົາເຂົ້າມາລັກ ຮວມແລ້ວ ເຂົາກໍເອົາໄປ ເພາະວ່າມັນໄກຈາກເມືອງເດ້ເນາະ ເອົາໄປທາງນ້ອຍພີ້ຄົນຈີນ ມາເປັນກຳມະກອນ ຢູ່ຫັ້ນກໍມີເນາະ ເຮົາກັບກຳທາງເຮົາ ມາອອກແຮງງານ ຕົວະກັນໄປແນວນັ້ນ."
ອີງຕາມການຣາຍງານ ຕໍ່ກອງປະຊຸມຕ້ານການຄ້າມະນຸດ ທີ່ນະຄອນຫຼວງວຽງຈັນ ເມື່ອເດືອນ ຕຸລາ 2018 ມີແມ່ຍິງລາວ ຢ່າງໜ້ອຍ 3,000 ຄົນຖືກຕົວະຍົວະໄປຈີນ ໃນນັ້ນ ຊ່ອຍກັບຄືນລາວໄດ້ 600 ຄົນ ສ່ວນຫຼາຍ ຢູ່ແຂວງບໍລິຄຳໄຊ ຫົວພັນ ແລະ ນະຄອນຫຼວງ ວຽງຈັນ.