ຣັຖບານອັງກິດ ຄວ້ຳບາດ ຈ້າວ ເຫວີຍ ແລະ ຄະນະ
2023.12.20

ໃນວັນທີ 8 ທັນວາ 2023 ທີ່ຜ່ານມາ, ຣັຖບານອັງກິດ ໄດ້ປະກາດຄວ້ຳບາດບຸກຄົນ ແລະ ນິຕິບຸກຄົນ ທີ່ມີສ່ວນກ່ຽວຂ້ອງ ກັບການຄ້າມະນຸສ ໃນປະເທດກັມພູຊາ, ລາວ ແລະ ພະມ້າ ດ້ວຍການບັງຄັບ-ຂູດຮີດ ໃຫ້ເຮັດວຽກອອນລາຍນ໌ ເປັນສະແກມເມີ້ຣ໌ ຈຳນວນ 14 ຄົນ. ໃນນີ້, ແມ່ນເປັນຜູ້ທີ່ກ່ຽວຂ້ອງ ກັບບັນຫາການຄ້າມະນຸສ ຢູ່ເຂດເສຖກິຈພິເສດ 3 ຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ປະເທດລາວ ຈຳນວນ 4 ຄົນ ປະກອບມີ:
1, ທ່ານ ຈ້າວ ເຫວີຍ (Zhao Wei), ເພດຊາຍ ສັນຊາຕຈີນ ອາຍຸ 71 ປີ 3 ເດືອນ ເປັນເຈົ້າຂອງ ແລະ ປະທານ Kings Romans Group
2, ຍານາງ ກຸ້ຍສິນ ຊູ (Guiqin Su), ເພດຍິງ ສັນຊາຕຈີນ ອາຍຸ 64 ປີ, ຜູ້ອຳນວຍການ Kings Romans Group ແລະ ທັງເປັນເມັຽ ຂອງທ່ານ ຈ້າວ ເຫວີຍ
3, ທ່ານ ນັດ ຣຸ່ງຕະວັນຄິຣີ (Nat Rungtawankhiri), ເພດຊາຍ ສັນຊາຕໄທຍ ອາຍຸ 26 ປີ 11 ເດືອນ ເປັນຜູ້ຖືຫຸ້ນໃນ Kings Romans Company Limited
4, ທ່ານ ອັບບາສ ອີບີຣາຮິມ (Abbas Eberahim), ເພດຊາຍ ສັນຊາຕອອສເຕຣເລັຽ ອາຍຸ 74 ປີ 3 ເດືອນ ເປັນຜູ້ອຳນວຍການທົ່ວໄປ ຂອງ Kings Romans Casino and Entertainment Company
ກ່ຽວກັບເຣື່ອງ ການຄວ້ຳບາດ ທີ່ເກີດຂຶ້ນນີ້, ຣັຖບານອັງກິດ ເຫັນວ່າ ເປັນຍ້ອນບຸກຄົນທັງ 4 ທີ່ມີສ່ວນກ່ຽວຂ້ອງ ໃນການຄວບຄຸມ ເຂດເສຖກິຈພິເສດ 3 ຫຼ່ຽມຄຳ, ເປັນບຸກຄົນ ທີ່ຢູ່ພາຍໃຕ້ກົລໄກ ການລົງໂທສ ຜູ້ລະເມີດສິດທິມະນຸສສາກົລ ສບັບປີ 2020 ຍ້ອນພວກກ່ຽວ ໃຫ້ການສນັບສນູນ ແລະ ຮັບຜົລປໂຍດ ຈາກການກະທຳ ທີ່ລະເມີດສິດທິມະນຸສ ທີ່ເກີດຂຶ້ນ ພາຍໃນເຂດດັ່ງກ່າວ. ດັ່ງນັກວິຊາາກນຊາວໄທຍ ທີ່ສຶກສາ ກ່ຽວກັບເຂດເສຖກິຈພິເສດ 3 ຫຼ່ຽມຄຳ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ທັນວາ 2023 ທີ່ຜ່ານມານັ້ນວ່າ:
(ພາສາໄທຍ): ທ່ານວ່າ: “ເຫດຜົລທີ່ເຂົາໃຊ້ ໃນຮອບນີ້ ມັນເປັນເຣື່ອງການຄ້າມະນຸສ, ເຊິ່ງມັນມີຣາຍງານ ຂອງ UN. ໃນເຣື່ອງຣາຍງານໂຕນີ້, ເຂົາຈະເຮັດແຜນທີ່ ຫຼັງຈາກໄປສຶກສາ ເຂົາໄປສຳຣວດ ເຂົາກໍຈະພົບວ່າ ໃນບໍຣິເວນນີ້ ມັນມີພື້ນທີ່ໃດແດ່ ທີ່ເປັນແຫຼ່ງ ຂອງແກ໊ງ ທີ່ເຂົາຮຽກວ່າ ສະແກມເມີ້ຣ໌, ເຊິ່ງເຂົາກໍປັກໝຸດເລີຍວ່າ ໃນລາວນີ້ ກໍຄື Kings Romans ເນາະ, ເຊິ່ງອັນນີ້ ມັນກໍເປັນທີ່ຮັບຮູ້ຢູ່ແລ້ວ ກໍຍ້ອນວ່າ ມັນມີຂໍ້ມູນ ການຊ່ອຍເຫຼືອຄົນໄທຍກັບມາ ເມື່ອໄລຍະຕົ້ນປີກ່ອນ, ແລ້ວກໍລາວ ກໍຊ່ອຍກັບ. ພຽງແຕ່ວ່າ ມັນບໍ່ມີໃຜ ດຳເນີນຄະດີ ນຳຜູ້ທີ່ກ່ຽວຂ້ອງເນາະ. ທຸຣະກິຈພວກນີ້ ກໍຍັງດຳເນີນການຕໍ່ໄປຢູ່.”
ສຳລັບບຸກຄົນທັງ 4 ທີ່ຖືກປະກາດ ຄວ້ຳບາດຄັ້ງນີ້, ແມ່ນຖືກປະກາດບັງຄັບໃຊ້ ກັບພົລເມືອງອັງກິດນຳ ຄື ຫ້າມພົລເມືອງ ຂອງສະຫະຣາຊອານາຈັກ ຫຼືທຸຣະກິຈໃດໆ ເຂົ້າໄປລົງທຶນ, ຖືຄອງ ຫຼືຄວບຄຸມຊັບສິນ ທີ່ກ່ຽວຂ້ອງ ກັບບຸກຄົນ ຫຼືບໍຣິສັດ ທີ່ຖືກຄວ້ຳບາດ.
ກ່ອນໜ້ານີ້ ໃນປີ 2018 ທີ່ຜ່ານມາ, ກະຊວງການຄັງ ຂອງສະຫະຣັຖອາເມຣິກາ ກໍເຄີຍອອກຖແລງການຄວ້ຳບາດ 4 ບຸກຄົນດັ່ງກ່າວນີ້ ຄືກັນ ເນື່ອງຈາກພວກກ່ຽວ ມີສ່ວນກ່ຽວຂ້ອງ ໃນການຄວບຄຸມ ກາສິໂນ Kings Romans ທີ່ຕັ້ງຢູ່ ພາຍໃນເຂດເສຖກິຈພິເສດ 3 ຫຼ່ຽມຄຳ, ເຊິ່ງເປັນແຫຼ່ງ ການຄ້າຢາເສບຕິດ, ການຄ້າມະນຸສ, ການຟອກເງິນ, ການຊື້ຈ້າງ ແລະ ການຄ້າຂາຍສັດປ່າ.
ດັ່ງນັກວິຊາການ ຜູ້ດຽວກັນນີ້ ກ່າວຕື່ມວ່າ:
(ພາສາໄທຍ): ທ່ານວ່າ: “ເຫດຜົລທີ່ອາເມຣິກາ ໃຫ້ ຈະເປັນເຣື່ອງ ການຄ້າຢາເສບຕິດ, ເຊິ່ງເຂົາເຈົ້າພົບວ່າ ມີເສັ້ນທາງການເງິນ ທີ່ເຊື່ອມໂຍງ ກັບກຸ່ມຢາເສບຕິດ ກຸ່ມວ້າ ຄືກອງທັບສະຫະຣັຖວ້າ ທີ່ເຄື່ອນໄຫວ ຮຽກຮ້ອງເອກະຣາສ ຢູ່ໃນພະມ້າ. ຄືເຂົາພົບຄວາມເຊື່ອມໂຍງ ລະຫວ່າງກຸ່ມທຶນ Kings Romans ແລະ ໂຕທ່ານ ຈ້າວ ເຫວີຍ ກັບກອງທັບສະຫະຣັຖວ້າ, ເຊິ່ງເຊື່ອວ່າ ມີເຣື່ອງ ຂອງການຄ້າຢາເສບຕິດ. ອັນນີ້, ຄືເຫດຜົລ ທີ່ອາເມຣິກາໃຊ້ເນາະ, ເຊິ່ງມັນແມ່ນແທ້ວ່າ ມັນຈະກ່ຽວຂ້ອງ ກັບການຟອກເງິນ ເຣື່ອງອີ່ຫຍັງນີ້.”
ຂະນະດຽວກັນ, ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍມີຄວາມຈຳເປັນ ຕ້ອງເລັ່ງດຳເນີນການ ໃນການປາບປາມ ຂະບວນການຄ້າມະນຸສ ທີ່ເກີດຂຶ້ນ ຢູ່ພາຍໃນເຂດເສຖກິຈພິເສດ 3 ຫຼ່ຽມຄຳ, ໂດຍສະເພາະ ກຸ່ມສະແກມເມີ້ຣ໌.
ດັ່ງທ່ານ ຟີລ ໂຣເບີດເຊີ້ນ, ຮອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິດທິມະນຸສ ປະຈຳພາກພື້ນເອເຊັຽ-ປາຊີຟິກ ກ່າວວ່າ:
“ອັງກິດ ແລະ ຣັຖບານອື່ນໆ ກໍເຣີ່ມຕະໜັກວ່າ ມີບັນຫາ ຈາກອາຊຍາກອນ ທີ່ມາຈາກ 3 ຊາຕ ທີ່ທຳຮ້າຍຄົນທົ່ວໂລກ ໂດຍ scam centers. ຄວາມທຸກ ກໍຈະລົງທີ່ປະຊາຊົນລາວ ແລ້ວກໍຄົນໃນພາກພື້ນ. ຣັຖບານລາວ ກໍຕ້ອງປົດແກ໊ງ ອອກຈາກລາວທັງໝົດ. ການສໍ້ສົນທີ່ເກີດຂຶ້ນ ຈາກກຸ່ມນີ້ ມັນຈະສ້າງບັນຫາ ທົ່ວສັງຄົມລາວ. ມີຫຼາຍຄົນ ທີ່ຈະຖືກຫຼອກລວງ ແລ້ວກໍຖືກທຳຮ້າຍ ເປັນເຫຍື່ອການຄ້າມະນຸສ.”
ໃນຮອບ 4 ເດືອນທີ່ຜ່ານມານີ້, ເຈົ້າໜ້າທີ່ຕຳຣວດລາວ ໄດ້ສົມທົບກັບ ເຈົ້າໜ້າທີ່ຕຳຣວດຈີນ ເຂົ້າດຳເນີນການຈັບກຸ່ມຄົນຈີນ ແລະ ຄົນລາວ ທີ່ຕວົະຍວົະ ໃຫ້ຄົນລາວ, ຄົນຈີນ ແລະ ຄົນສັນຊາຕອື່ນໆ ເຂົ້າມາເຮັດວຽກ ເປັນສະແກມເມີ້ຣ໌ ຢູ່ພາຍໃນເຂດເສຖກິຈພິເສດ 3 ຫຼ່ຽມຄຳ ແລະ ຖ້າຫາກບຸກຄົນໃດ ບໍ່ຍອມເຮັດວຽກຕວົະຕົ້ມ ທາງອອນລາຍນ໌ ຕາມທີ່ພວກເຂົາເຈົ້າ ຕ້ອງການ ກໍຈະຖືກທຳຮ້າຍຮ່າງກາຍ, ກັກຂັງ ແລະ ຖືກຂາຍຕໍ່ ໄປຍັງສະແກມເມີ້ຣ໌ ກຸ່ມອື່ນໆ.
ດັ່ງຊາວລາວ ທີ່ຮູ້ກ່ຽວກັບເຫດການນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
“ຄົນຈີນ ເຂົາປ່ອຍໃຫ້ພະນັກງານລາວ ເຂົ້າໄປເອົາຄົນຈີນຫັ້ນຫຼາຍ ເຂົາເອົາໄປ ກັບໄປຈີນຫັ້ນຫຼາຍຄົນ ຮອດ 400-500 ພຸ້ນແຫຼະ. ແມ່ນແບບວ່າ ການປົກຄອງ ຢູ່ໃນກາສິໂນຫັ້ນ ການປົກຄອງ ມັນຢູ່ໃນ ລະເຂົາປ່ອຍໃຫ້ພະນັກງານລາວ ຕຳຣວດລາວ. ແຕ່ກ່ອນ ຕຳຣວດລາວ ເຂົ້າບໍ່ເຖິງແຫຼະ. ເຂົາຂໍກັນຢູ່ເນາະ ເຂົາໃຫ້ເງິນ ເຂົາຮັບສິນບົນກັນຢູ່, ແຕ່ວ່າດຽວນີ້ ເຂົາປ່ອຍໃຫ້ເຂົ້າໄປເອົາໝົດແລ້ວ. ກໍຄືເມື່ອກ່ອນ ແບບວ່າ ກົດໝາຍພາຍນອກ ເຂົາບໍ່ໃຊ້ເນາະ ເຂົາໃຊ້ແຕ່ແບບ ກົດຂອງເຂົາ ກໍຄືເມື່ອກ່ອນ ທີ່ແບບເຂົາຈັບຄົນລາວໄປຂັງ ຄົນຈີນໄປຂັງຫັ້ນແຫຼະ. ຕອນນີ້, ຕຳຣວດລາວ ກໍເຂົ້າໄປຈັບເອົາຄົນຈີນ ທີ່ເປັນຫົວໜ້າເຂົາ ເປັນຫົວໜ້າບໍຣິສັດ ແບບມີທັງຄົນລາວ ທັງຄົນຈີນເລີຍ ຈັບອອກມາໝົດເລີຍ.”
ຫຼ້າສຸດນີ້ ໃນມື້ວັນທີ 28 ພຶສຈິກາ 2023 ທີ່ຜ່ານມາ ເຈົ້າໜ້າທີ່ຕຳຣວດລາວ ແລະ ຕຳຣວດຈີນ ໄດ້ຈັບກຸ່ມສໍ້ໂກງຊັບ ທາງອອນລາຍນ໌ ຊາວຈີນ ຈຳນວນ 462 ຄົນ ຢູ່ພາຍໃນເຂດເສຖກິຈພິເສດ 3 ຫຼ່ຽມຄຳ ແລະ ສົ່ງມອບໃຫ້ແກ່ທາງການຈີນ ຜ່ານດ່ານສາກົລ ບໍ່ເຕັນ-ບໍ່ຫານ ເພື່ອນຳໂຕຜູ້ກ່ຽວ ໄປດຳເນີນຄະດີ ຢູ່ປະເທດຈີນ.
ກ່ຽວກັບເຣື່ອງນີ້, ນັບແຕ່ເຈົ້າໜ້າທີ່ ຕຳຣວດລາວ ແລະ ຕຳຣວດຈີນ ໄດ້ຮ່ວມມືກັນ ດຳເນີນການປາບປາມ ເຮັດໃຫ້ກຸ່ມສະແກມເມີ້ຣ໌ ດັ່ງກ່າວນີ້ ຫຼຸດຈຳນວນລົງໄປແດ່ແລ້ວ. ແຕ່ຢ່າງໃດກໍຕາມ, ພາຍໃນເຂດເສຖກິຈພິເສດ 3 ຫຼ່ຽມຄຳ ກໍຍັງເປັນສະຖານທີ່ ທີ່ມີຄົນຈີນ ທີ່ບໍ່ທັນຮູ້ຄັກແນ່ວ່າ ປະກອບອາຊີບແນວໃດ ອາໄສຢູ່ເປັນຈຳນວນຫຼາຍ.
ດັ່ງຊາວລາວ ທີ່ເຮັດວຽກ ຢູ່ພາຍໃນເຂດເສຖກິຈພິເສດ 3 ຫຼ່ຽມຄຳ ທ່ານນຶ່ງ ກ່າວວ່າ:
“ກໍອະນຸຍາດຢູ່ ສົມມຸດວ່າ ຊິໄປທາງໃດ ຄືພວກເຮົາຢູ່ບ່ອນນີ້ ເຮົາເຈິຣົຖບ່ອນນີ້ເລີຍ ກໍໄປເລີຍກໍໄດ້. ກໍໄລຍະນີ້, ໄລຍະນີ້ ກໍມີຫຼາຍຢູ່ໄດ໋. ໄລຍະນີ້ ສ່ວນຫຼາຍ ກໍສະເພາະແຕ່ຄົນທາງໃນນີ້ແຫຼະ. ສ່ວນຫຼາຍກໍຄົນຈີນ ຄົນເຂົ້າມາເຮັດວຽກຢູ່ນີ້ແຫຼະ. ຄົນໄທຍກໍມາຫຼາຍຢູ່, ຄົນໄທຍ.”
ຍານາງ ຄໍຣີເຍາະ ມານຸແຊ, ນັກກົດໝາຍ ດ້ານສິດທິມະນຸສ ຊາວໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ໃນປີ 2024 ທີ່ກຳລັງຈະມາຮອດນີ້ ປະເທດລາວ ຈະຕ້ອງປະຕິບັດໜ້າທີ່ ເປັນປະທານວຽນອາຊ້ຽນ, ເຊິ່ງຖ້າຫາກເປັນໄປໄດ້ ຍານາງກໍຢາກໃຫ້ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຄວາມສົນໃຈ ກ່ຽວກັບບັນຫາ ອາຊຍາກັມຂ້າມຊາຕ ທີ່ເກີດຂຶ້ນ ຢ່າງຫຼວງຫຼາຍ ພາຍໃນເຂດເສຖກິຈພິເສດ 3 ຫຼ່ຽມຄຳ ເພື່ອເປັນການສະແດງອອກ ໃຫ້ປະເທດຕ່າງໆ ໃນທົ່ວໂລກ ເຫັນເຖິງຄວາມເອົາໃຈໃສ່ ໃນການປ້ອງກັນ ແລະ ແກ້ໄຂຜົລຮ້າຍ ທີ່ເກີດຂຶ້ນ ຈາກບັນຫາການຄ້າມະນຸສ.
(ພາສາໄທຍ): ຍານາງວ່າ: “ການເປັນປະທານວຽນອາຊ້ຽນ ບໍ່ແມ່ນແຕ່ສະເພາະ ຄົນໃນປະເທດອາຊ້ຽນ ທີ່ຈະຈັບຕາເບິ່ງ. ຢ່າງຄົນອັງກິດ, ຢ່າງອາເມຣິກາ ກໍມີບົດບາດ. ຖ້າເຮົາບໍ່ສວຍໂອກາດ ເພື່ອທີ່ຈະສະແດງຄວາມສາມາດ, ສະແດງຄວາມເປັນຫ່ວງເປັນໃຍ ປະຊາຊົນເຮົາ ໃນຕອນນີ້ ລວມເຖິງອາຊ້ຽນນຳ ແລ້ວຊິເຮັດເມື່ອໃດ? ແລ້ວເຣື່ອງຂ້າມຊາຕ ຂ້າມພົມແດນນີ້, ມັນເປັນບັນຫາຫຼາຍ ທັງໄທຍ, ພະມ້າ, ລາວກັມພູຊາ, ບຣູໄນ, ສິງກະໂປ ຄືທຸກຄົນ ທີ່ມີປະເທດຕິດກັນ ຕ້ອງເຫັນຄວາມສຳຄັນຮ່ວມກັນເນາະ. ເຣື່ອງພວກນີ້, ເປັນອາຊຍາກັມຮ້າຍແຮງ ມັນບໍ່ແມ່ນກິຈການພາຍໃນ ຂອງປະເທດນັ້ນ ປະເທດນີ້ຢ່າງດຽວ.”
ເຖິງແມ່ນວ່າ ຫຼາຍປະເທດ ໃນທົ່ວໂລກ ມີຄວາມເຫັນຕຣົງກັນວ່າ ທ່ານ ຈ້າວ ເຫວີຍ, ປະທານສະພາບໍຣິຫານ ເຂດເສຖກິຈພິເສດ 3 ຫຼ່ຽມຄຳ ແລະ ຜູ້ທີ່ກ່ຽວຂ້ອງ ກຳລັງດຳເນີນກິຈການ ໃນລັກສະນະ ອາຊຍາກັມຂ້າມຊາຕ. ແຕ່ຢ່າງໃດກໍຕາມ ເມື່ອວັນທີ 1 ຕຸລາ ປີກາຍນີ້ ຫຼືປີ 2022 ທີ່ຜ່ານມານັ້ນ, ຜູ້ກ່ຽວ ພັດໄດ້ຮັບ ການປະດັບຫຼຽນໄຊ ພິລະອາດຫານ ຊັ້ນ 2 ຈາກທ່ານ ດຣ. ບົວຄົງ ນາມມະວົງ, ເຈົ້າແຂວງ ແຂວງບໍ່ແກ້ວ ໃນຖານະ ເປັນຜູ້ປະຕິບັດວຽກງານ ປ້ອງກັນຊາຕ ແລະ ຄວາມສງົບ ເປັນຕົ້ນ ການຮັກສາຂອບເຂດ-ດິນແດນ ແລະ ຄວາມສງົບປອດພັຍ. ຂະນະທີ່ ບັນຫາການຂູດຮີດແຮງງານ, ການຄ້າມະນຸສ, ຢາເສບຕິດ ແລະ ການຟອກເງິນ ເກີດຂຶ້ນຢ່າງຫຼວງຫຼາຍ ພາຍໃນເຂດດັ່ງກ່າວ.