ຂ.ຫຼວງນໍ້າທາ ຊ່ອຍ106 ຄົນ ຫຼຸດຈາກ ຄ້າມະນຸດ

ຈໍາປາທອງ
2020.01.17
F-HT ຣັຖບານລາວ ໂຄສະນາ ຕ້ານ ການຄ້າມະນຸດ ໃນທຸກແຂວງ ຕິດກັບຊາຍແດນ
ຮູບພາບຈາກ : ໜ່ວຍງານຕ້ານການຄ້າມະນຸສ

ໃນປີ 2019 ແຂວງຫລວງນໍ້າທາ ຊ່ອຍແມ່ຍິງຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ແລະກຸ່ມສ່ຽງຕໍ່ ການຈະຖືກຄ້າມະນຸດໄດ້ 106 ຄົນ ຊຶ່ງສ່ວນໃຫຍ່ແມ່ນຊ່ອຍມາໄດ້ຈາກ ປະເທດຈີນ. ໃນຈໍານວນແມ່ຍິງແລະເດັກນ້ອຍ ທີ່ຊ່ອຍມາໄດ້ນັ້ນ ຫຼາຍຄົນມີ ອາຍຸ ຕໍ່າກວ່າ 18 ປີ ທີ່ແຕ່ງດອງແອບແຟງ, ເອກກະສານບໍ່ຄົບຖ້ວນ ແລະບໍ່ຖືກຕ້ອງຕາມຣະບຽບກົດໝາຍ. ປັດຈຸບັນ ທາງການໄດ້ສົ່ງແມ່ຍິງ ຜູ້ເຄາະຮ້າຍ ທີ່ຊ່ອຍມາໄດ້ຈໍານວນນຶ່ງ ກັບຄືນບ້ານເດີມ ແລະ ຈໍານວນນຶ່ງໄດ້ສົ່ງໄປ ໃຫ້ສະຫະພັນ ແມ່ຍິງລາວ ສຶກສາອົບຮົມ. ເຈົ້າໜ້າທີ່ສະຫະພັນ ແມ່ຍິງ ແຂວງຫຼວງນໍ້າທາ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ມົກກະຣາ ນີ້ວ່າ:

"ປກສ ຣາຍງານລະອຽດເພິ່ມແລ້ວ ສໍາລັບນຶ່ງປີທີ່ຜ່ານມານະ ສ່ວນຫລາຍນະ ເອກກະສານບໍ່ຄົບ ບໍ່ຖືກຕ້ອງຕາມຣະບຽບ ເຮົາພຽງແຕ່ການ ຊ່ອຍເຫລືອມາ ເທົ່ານັ້ນນໍ ເພາະພວກເຮົາຊ່ອຍມາ ສ່ວນຫລາຍກໍຈະເປັນແມ່ຍິງເດັກນ້ອຍ ແມ່ຍິງທີ່ຕົກເປັນເຫຍື່ອ ທີ່ຖືກຖານຫຼອກລວງ ພວກເຮົາກໍຊ່ອຍມາໄດ້ແນວນັ້ນ."

ນາງເວົ້າວ່າ ແມ່ຍິງສ່ວນໃຫຍ່ຢູ່ໃນຄອບຄົວທີ່ທຸກຍາກ, ມັກຈະແຕ່ງດອງກັບຄົນຈີນ ຊຶ່ງມີນາຍໜ້າເປັນຄົນລາວ ແລ້ວໃຫ້ຄ່າດອງ ແລະ ການແຕ່ງດອງກໍບໍ່ຖືກ ຕ້ອງຕາມຣະບຽບກົດໝາຍແລ້ວພາໄປຈີນ. ແມ່ຍິງລາວສ່ວນນຶ່ງ ຖືກຕົວະຍົວະໄປອອກ ແຮງງານ, ເປັນແມ່ບ້ານ, ເປັນສາວບໍຣິການ ຢູ່ຮ້ານອາຫານ, ຖືກຂູດຮີດແຮງງານ ແລະ ເອົາໄປຄ້າປະເວນີ.

ເພື່ອສະກັດກັ້ນ ແລະຕ້ານບັນຫາທີ່ວ່ານັ້ນ ເຈົ້າໜ້າທີ່ສະຫະພັນແມ່ຍິງ ແຂວງຫຼວງນໍ້າທາ ອີກນາງນຶ່ງເວົ້າວ່າ ທີ່ຜ່ານມາກໍໄດ້ມີການອອກ ໂຄສະນາ ໃຫ້ຂໍ້ມູນໃນດ້ານກົດໝາຍ ແກ່ແມ່ຍິງ ຕາມບ້ານຕ່າງໆ ແລະໃຫ້ຮູ້ເຖິງຜົນຮ້າຍ ຂອງການຕົກເປັນ ເຫຍື່ອຂອງການຄ້າມະນຸດ ດັ່ງທີ່ນາງກ່າວວ່າ:

"ເຮັດວຽກງານໂຄສະນານໍ ສະກັດກັ້ນເພື່ອບໍ່ໃຫ້ເກີດບັນຫາຄ້າມະນຸດ ມັນກໍມີຢູ່ໃນກຸ່ມບ້ານ ທີ່ພວກເຮົາສ້າງແຜນລົງໃຫ້ປະຊາຊົນ ໄດ້ຮັບຮູ້ ຕໍ່ກັບຜົນຮ້າຍ ຂອງການຄ້າມະນຸດ ເພື່ອບໍ່ໃຫ້ຫລົງເຊື່ອຫັ້ນນະ."

ອີງຕາມການຣາຍງານຂ່າວ ຂອງທາງການລາວ ໃນມື້ວັນທີ 16 ມົກກະຣານີ້ ພັນຕຣີ ສີວຽງ ສົມສີພາ ຮອງຫົວໜ້າຜແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຫລວງນໍ້າທາ ເວົ້າວ່າ ປີ 2019 ເຈົ້າໜ້າທີ່ໄດ້ຊ່ອຍເຫລືອ ຜູ້ເຄາະຮ້າຍ ແລະ ກຸ່ມສ່ຽງ 106 ຄົນ ເປັນ ແມ່ຍິງທັງໝົດ. ໃນນັ້ນແຕ່ງດອງແອບແຟງ, ຖືກບັງຄັບໃຫ້ຂາຍບໍຣິການທາງເພດ, ຖືກໃຊ້ແຮງງານ, ບໍ່ມີເອກກະສານ ທີ່ຖືກຕ້ອງຕາມ ກົດໝາຍ.

ພ້ອມກັນນັ້ນ ທ່ານກໍຮຽກຮ້ອງໄປຍັງອົງການຈັດຕັ້ງຕ່າງໆ ຕລອດຮອດປະຊາຊົນບັນດາເຜົ່າ ໃຫ້ມີສະຕິລະວັງໂຕຕໍ່ກົນອຸບາຍ ທີ່ຄົນບໍ່ດີ ແອບແຝງເຂົ້າມາຕົວະຍົວະ ແລະວ່າ ປະຊາຊົນຄວນເປັນຫູເປັນຕາ ໃຫ້ເຈົ້າໜ້າທີ່ ເພື່ອຊ່ອຍສະກັດກັ້ນການ ຄ້າມະນຸດ ແລະເຮັດໃຫ້ ບັນຫານີ້ຫລຸດຜ່ອນລົງ.

ເພື່ອຄວາມກະຈ່າງແຈ້ງກ່ຽວກັບບັນຫາທີ່ວ່ນີ້ ວິທຍຸເອເຊັຍເສຣີ ໄດ້ພຍາຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ແຂວງຫລວງນໍ້າທາ ແຕ່ບໍ່ມີຜູ້ໃດໃຫ້ຂໍ້ມູນເພິ່ມຕື່ມໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.